spot_img
Homeມຸມຂ່າວ AECບໍລິສັດ ປະມູນ ສົ່ງສິນລະປະວັດຖຸ 2 ຊິ້ນ ຄືນໃຫ້ແກ່ ກຳປູເຈຍ

ບໍລິສັດ ປະມູນ ສົ່ງສິນລະປະວັດຖຸ 2 ຊິ້ນ ຄືນໃຫ້ແກ່ ກຳປູເຈຍ

Published on

ໄອຍະການຂອງລັດຖະບານກາງ ສຫລ Preet Bharara (ຊ້າຍ) ແລະລັດຖະມົນຕີ Sok An ຂອງກຳປູເຈຍ ໃນພິທີ ມອບສົ່ງຮູບປັ້ນເກົ່າແກ່ ດັ່ງທີ່ເຫັນໃນຮູບນັ້ນ.
ໄອຍະການຂອງລັດຖະບານກາງ ສຫລ Preet Bharara (ຊ້າຍ) ແລະລັດຖະມົນຕີ Sok An ຂອງກຳປູເຈຍ ໃນພິທີ ມອບສົ່ງຮູບປັ້ນເກົ່າແກ່ ດັ່ງທີ່ເຫັນໃນຮູບນັ້ນ.
ຮູບປັ້ນເກົ່າແກ່ສະໄໝໂບຮານ ທີ່ບໍລິສັດ Christie ສົ່ງຄືນໃຫ້ກຳປູເຈຍ
ຮູບປັ້ນເກົ່າແກ່ສະໄໝໂບຮານ ທີ່ບໍລິສັດ Christie ສົ່ງຄືນໃຫ້ກຳປູເຈຍ

ກຳປູເຈຍໄດ້ຮັບຢ່າງເປັນທາງການແລ້ວ ສິນລະປະວັດຖຸ 2 ຊິ້ນ ທີ່ເຮັດຂຶ້ນໃນສັດຕະວັດທີ 10
ຊຶ່ງໄດ້ຖືກລັກຂະໂມຍໄປຈາກກຳປູເຈຍມາໄດ້ 4 ທົດສະວັດກວ່າໆແລ້ວນັ້ນ.

ບໍລິສັດປະມູນ Sotheby ໄດ້ຕົກລົງທີ່ຈະສົ່ງນຶ່ງໃນຮູບປັ້ນ 2 ອັນ ຄືນໃຫ້ແກ່ກຳປູເຈຍ
ຫລັງຈາກໄດ້ຖືກຟ້ອງໂດຍໄອຍະການຂອງ ສະຫະລັດທີ່ນະຄອນນິວຢອກໃນນາມຂອງກຳປູເຈຍ.
ບໍລິສັດປະມູນ Christie ກໍຈະສົ່ງຮູບປັ້ນອັນທີ 2 ດ້ວຍຄວາມສະໝັກໃຈຄືນໃຫ້ກຳປູເຈຍ.

ໃນພິທີ ທີ່ຈັດຂຶ້ນຢູ່ນະຄອນນິວຢອກໃນອາທິດນີ້ ທ່ານ Sok An ລັດຖະມົນຕີຂອງກຳປູເຈຍ
ກ່າວວ່າ ການສົ່ງສິນລະປະວັດຖຸທັງສອງຄືນໃຫ້ແກ່ກຳປູເຈຍນັ້ນ ຄວນຈະຖືເປັນຕົວຢ່າງທີ່ດີ.

ທ່ານ Sok An ເວົ້າວ່າ ລັດຖະບານແຫ່ງລາຊະອານາຈັກກຳປູເຈຍ ຂໍຮ້ອງໃຫ້ພິພິດທະພັນ
ແລະນັກສະສົມສິນລະປະທັງຫຼາຍຢູ່ໃນທົ່ວໂລກ ເອົາຕົວຢ່າງໃນການສົ່ງສົມບັດອັນລ້ຳຄ່າ
ທີ່ຖືກລັກຂະໂມຍໄປ ຄືນໃຫ້ແກ່ເຈົ້າຂອງ ທີ່ຖືກຕ້ອງຊອບທຳນັ້ນ ເປັນສ່ວນນຶ່ງ
ໃນການປຸກລະດົມ ຢູ່ໃນທົ່ວໂລກ ເພື່ອໃຫ້ການປົກປ້ອງຄຸ້ມຄອງມູນມໍລະດົກທາງດ້ານວັດທະນະທຳນັ້ນ.

ຮູບປັ້ນຂອງບໍລິສັດປະມານ Sotheby ມີລາຍງານວ່າ ຖືກລັກຂະໂມຍໄປໃນປີ 1972.
ທາງບໍ ລິສັດ ໄດ້ພະຍາຍາມ ທີ່ຈະນຳອອກປະມູນ ໃນປີ 2011 ແຕ່ໄດ້ຍົກເລີກ ໃນນາທີສຸດທ້າຍ
ຫຼັງ ຈາກລັດຖະບານກຳປູເຈຍໄດ້ທຳການປະທ້ວງ. ໄອຍະການສະຫະລັດໄດ້ລິເລີ້ມຄະດີນີ້
ທີ່ໄດ້ ນຳໄປສູ່ການຕົກລົງກັນໃນທ້າຍປີ 2013.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...