spot_img
Homeຂ່າວຕ່າງປະເທດຄີກີສຖານ-ທາຈິກີສຖານ ຂັດແຍ່ງກັນຂ້າມຊາຍແດນ ເຮັດໃຫ້ເສຍຊີວິດເກືອບ 100 ຄົນ

ຄີກີສຖານ-ທາຈິກີສຖານ ຂັດແຍ່ງກັນຂ້າມຊາຍແດນ ເຮັດໃຫ້ເສຍຊີວິດເກືອບ 100 ຄົນ

Published on

ເກີດເຫດການຂັດແຍ່ງກັນລະຫວ່າງ ຄີກີສຖານ ແລະ ທາຈິກີສຖານ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວເກືອບ 100 ຄົນ.

ວັນທີ 18 ກັນຍາ 2022 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ໜ່ວຍຍາມຊາຍແດນຂອງ ຄີກີສຖານ ລະບຸວ່າ ຊ່ວງເຊົ້າຂອງວັນສຸກ ວັນທີ 16 ກັນຍາ ທີ່ຜ່ານມາ ກອງທະຫານທາຈິກີສຖານ ໄດ້ເປີດສາກຍິງທີ່ດ່ານໜ້າຢູ່ຫຼາຍບ່ອນບໍລິເວນເຂດຊາຍແດນເນີນພູ ພ້ອມທັງກ່າວຫາວ່າ ກອງທະຫານ ທາຈິກີສຖານ ໃຊ້ລົດຖັງ ລົດຫຸ້ມເກາະ ລູກ​ສອນ​ໄຟ ແລະ ປືນຄົກ ຍິງໄປໃສ່ຝັ່ງຂອງຄີກີສຖານ.

ເຊິ່ງສອງປະເທດນີ້ເປັນເຄີຍເປັນສະຫະພາບໂຊວຽດ ທີ່ໄດ້ແຍກໂຕອອກມາ ໂດຍກ່ອນໜ້ານີ້ກໍ່ໄດ້ມີການປະທະກັນໃນເດືອນເມາສາ 2021 ຈົນເຮັດໃຫ້ມີຜູ້ເສຍຊີວິດ 50 ຄົນ ໂດຍຄີກີສຖານໄດ້ລາຍງານເພີ່ມຕື່ມວ່າ ມີຄົນເສຍຊີວິດອີກ 13 ຄົນຈາກການທີ່ສູ້ຮົບກັນ ໂດຍເພີ່ມຈາກ 46 ທີ່ເສຍຊີວິດກ່ອນໜ້ານີ້.

ກ່ອນໜ້ານີ້ ຄີກີສຖານໄດ້ອົບພະຍົບປະຊາຊົນປະມານ 137.000 ຄົນ ອອກຈາກເຂດທີ່ມີການຂັດແຍ່ງກັນ  ແລະ ລັດຖະບານໄດ້ປະກາດວ່າ 19 ກັນຍາ ເປັນມື້ໄຫວ້ອາໄລໃຫ້ກັບຜູ້ເຄາະຮ້າຍທີ່ໄດ້ເສຍຊີິດຈາກເຫດການຄັ້ງນີ້.

ໃນວັນອາທິດທີ່ຜ່ານມາ ລາຍງານວ່າ ທາຈິກີສຖານມີ 35 ຄົນເສຍຊີວິດ ຈາກເຫດການຄວາມຂັດແຍ່ງກັນໃນເທື່ອນີ້.

ເຖິງຢ່າງໃດກໍຕາມ ສອງ​ຝ່າຍ​ໄດ້​ຕົກລົງ​ຢຸດ​ຍິງ​ ໃນ​ວັນ​ທີ 16 ກັນຍາ​ທີ່​ຜ່ານ​ມາ ແຕ່ສ່ວນໃຫຍ່ກໍຍັງກ່າວຫາກັນວ່າຍັງເກີດ​ການ​ຍິງ​ປືນ​ໃສ່​ກັນ​ຫຼາຍ​ເທື່ອກໍຕາມ.

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...