spot_img
Homeຂ່າວພາຍ​ໃນຄິມ ຈອງ ອຶນ ຈະຢ້ຽມຢາມຫວຽດນາມກ່ອນປະຊຸມກັບ ໂດນັລ ທຣໍ້າ

ຄິມ ຈອງ ອຶນ ຈະຢ້ຽມຢາມຫວຽດນາມກ່ອນປະຊຸມກັບ ໂດນັລ ທຣໍ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດເກົາຫຼີໃຕ້ ເມື່ອວັນທີ 17 ກຸມພາ 2019 ວ່າ ຄະນະຜູ້ແທນຂອງລັດຖະບານເກົາຫຼີເໜືອນຳໂດຍທ່ານ ຄິມ ຊາງ ຊອນ ເລຂາທິການຄະນະກຳມາທິການຄວາມສຳພັນກັບຕ່່າງປະເທດ ໄດ້ເດີນທາງຮອດນະຄອນຫຼວງຮ່າໂນ້ຍ ເມືອງຫຼວງຂອງຫວຽດນາມ ເມື່ອວັນເສົາທີ່ຜ່ານມາ ເພື່ອກຽມຄວາມພ້ອມສຳລັບການປະຊຸມສຸດຍອດຄັ້ງທີ 2 ລະຫວ່າງທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ກັບ ທ່ານ ໂດນັລ ທຣໍ້າ ຜູ້ນຳສະຫະລັດ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ 2019 ນີ້.

ໃນຂະນະດຽວກັນ, ມີລາຍງານວ່າ ຜູ້ນຳເກົາຫຼີເໜືອຈະເດີນທາງມາຮອດຫວຽດນາມໃນວັນທີ 25 ກຸມພາ 2019ນີ້ ເຊິ່ງແຫຼ່ງຂ່າວໃຫ້ຂໍ້ມູນວ່າ ການທີ່ທ່ານ ຄິມ ເດີນທາງມາຮອດກ່ອນລ່ວງໜ້າຫຼາຍມື້ ເນື່ອງຈາກວ່າຜູ້ນຳຕ້ອງການໃຊ້ເວລາຢ້ຽມຢາມ ແລະ ສຶກສາໂຄງການດ້ານເສດຖະກິດ ແລະ ອຸດສາຫະກຳຂອງຫວຽດນາມ ທີ່ແຂວງບັ໊ກນິດ ແລະ ແຂວງໄຮຟອງ ຢູ່ທາງພາກເໜືອຂອງຫວຽດນາມ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...