ຄິມ ຈອງອິນ ລົງໂທດເຈົ້າໜ້າທີ່ລັດທີ່ຈັດການ Covid-19 ຜິດພາດພາປະເທດດິ່ງສູ່ວິກິດ

0
1329

ຄິມ ຈອງອິນ ຜູ້ນຳສູງສຸດແຫ່ງເກົາຫຼີເໜືອລົງໂທດການນຳລະດັບສູງຂອງລັດຫຼາຍຄົນທີ່ເຮັດວຽກຜິດພາດໃນການຈັດການ Covid-19 ເປັນເຫດພາປະເທດເກົາຫຼີເໜືອຈົມດິ່ງເຂົ້າສູ່ວິກິດຢ່າງບໍ່ສາມາດຫຼີກລ່ຽງໄດ້.

ຕາມການລາຍງານຂ່າວຈາກ BBC, ວິກິດ Covid-19 ໃນເກົາຫຼີເໜືອຄັ້ງນີ້ ຖືເປັນສັນຍານຄວາມຮຸນແຮງທີ່ໂລກພາຍນອກເກືອບບໍ່ເຄີຍໄດ້ຍິນມາກ່ອນ ເພາະຜ່ານມາເກົາຫຼີເໜືອໄດ້ຢືນຢັນວ່າ ບໍ່ມີການຕິດເຊື້ອພາຍໃນປະເທດ ຈົນສ້າງຄວາມສົງໄສໃຫ້ແກ່ຜູ້ຊ່ຽວຊານບໍ່ໜ້ອຍ.

ຫຼ້າສຸດ, ໃນເດືອນເມສາຜ່ານມາ ຄິມ ຈອງອິນ ໄດ້ອອກມາຍອມຮັບວ່າ ປະເທດກຳລັງປະເຊີນປັນຫາຂາດແຄນອາຫານ ພ້ອມເຕືອນໃຫ້ປະຊາຊົນກຽມຮັບມືກັບສະຖານະການອັນຮ້າຍແຮງທີ່ກຳລັງເກີດຂຶ້ນ ເຊິ່ງ ຄິມ ໄດ້ປຽບທຽບກັບສະພາວະໄພອຶດຫິວທີ່ເຄີຍເກີດຂຶ້ນໃນເກົາຫຼີເໜືອ ປີ 1990 ເຮັດໃຫ້ປະຊາຊົນເສຍຊີວິດຈາກໂລກຂາດສານອາຫານປະມານ 3 ລ້ານຄົນ.

ແທນທີ່ຈະຮ່ວມມືກັນຢ່າງຈິງຈັງເພື່ອແກ້ໄຂວິກິດພາຍໃນປະເທດ, ຄິມ ຈອງອິນ ຊໍ້າພັດກ່າວຫາໃສ່ເຈົ້າໜ້າທີ່ລະດັບສູງຂອງລັດຖະບານຜູ້ເປັນຕົ້ນເຫດທີ່ພາໃຫ້ເກີດວິກິດອັນໃຫຍ່ຫຼວງໃນການຮັກສາຄວາມໝັ້ນຄົງຂອງລັດ ແລະ ຄວາມປອດໄພຂອງປະຊາຊົນ, ເຮັດໃຫ້ເຈົ້າໜ້າທີ່ເຫຼົ່ານີ້ຖືກສັ່ງປົດຕຳແໜ່ງ ແຕ່ສື່ບໍ່ໄດ້ລະບຸຊັດເຈນກ່ຽວກັບຄວາມຜິດດັ່ງກ່າວ.

ເຖິງແມ່ນເກົາຫຼີເໜືອຈະນຳໃຊ້ມາດຕະການຄວບຄຸມການແຜ່ລະບາດຂອງ Covid-19 ຢ່າງເຂັ້ມງວດ ໃນຂະນະທີ່ສື່ຂອງທາງການກໍໄດ້ແນະນຳໃຫ້ປະຊາຊົນເຝົ້າລະວັງການຕິດເຊື້ອ, ແຕ່ການຄ້າຂອງເກົາຫຼີເໜືອກັບຈີນ ເຊິ່ງເປັນພັນທະມິດສຳຄັນຊໍ້າພັດຕົກຕໍ່າລົງ ນັບແຕ່ເກົາຫຼີເໜືອປະກາດປິດຊາຍແດນ ສົ່ງຜົນໃຫ້ບໍ່ສາມາດນຳເອົາອາຫານ ແລະ ຢາປົວພະຍາດເຂົ້າປະເທດເກົາຫຼີເໜືອໄດ້.

ອົງການຈັດຕັ້ງຊ່ວຍເຫຼືອຕ່າງໆໄດ້ເຕືອນວ່າ ຈະເກີດວິກິດຂາດແຄນອາຫານ ແລະ ວິກິດເສດຖະກິດທີ່ຮຸນແຮງໃນເກົາຫຼີເໜືອ ເຊິ່ງໃນຊ່ວງສອງສາມເດືອນຜ່ານມາ ມີລາຍງານກ່ຽວກັບການພຸ່ງສູງຂຶ້ນຂອງລາຄາອາຫານ ລວມທັງມີຜູ້ເສຍຊີວິດຈາກຄວາມອຶດຫິວ ແລະ ຈຳນວນຄົນຂໍທານກໍເພີ່ມຂຶ້ນ.