spot_img
Homeຊີວິດແລະຄວາມຮັກຄິດບວກ ຍ່ອມໄດ້ບວກ

ຄິດບວກ ຍ່ອມໄດ້ບວກ

Published on

ຄິດບວກ

ຄົນເບິ່ງໂລກໃນແງ່ດີ ມັກມີໂອກາດດີກວ່າຄົນອື່ນສະເໝີ

ຄົນເບິ່ງໂລກໃນແງ່ດີ ມັກມີໂອກາດດີກວ່າກວ່າຄົນອື່ນສະເໝີ ເພາະເມື່ອເບິ່ງທຸກຢ່າງເປັນບວກ ກໍຊ່ວຍໃຫ້ມີສຸຂະພບຈິດດີ ຄວາມຄິດໂປ່ງໃສ ເຮັດຫຍັງກໍຈະເບິ່ງສະບາຍໆ ກວ່າຄົນອື່ນ ແຕ່ທີ່ໜ້າສົນໃຈກໍຄືຜົນຂາກການວິໄຈ ທີ່ຊີ້ໃຫ້ເຫັນວ່າຄົນເບິ່ງໂລກໃນແງ່ດີ ຍັງມີທ່າອ່ຽງວ່າຈະມີອາຍຸຍືນຍາວ ກວ່າຄົນອື່ນອີກ.

ການວິໄຈທີ່ວ່ານັ້ນເອົາກຸ່ມຄົນທີ່ອາຍຸ 20 ປີຂຶ້ນໄປ 1 ກຸ່ມ ທີ່ມີຄວາມຄິດທາງບວກ ເປັນຄົນອາລົມດີ ອີກກຸ່ມໜຶ່ງ ຊຶມເສົ້າ ບໍ່ມີຄວາມເຊື່່ອໝັ້ນຕົນເອງ ໃນອີກ 40 ປີ ຕໍ່ມາ ຄື ອາຍຸ 60 ປີຂຶ້ນໄປ ປາກົດວ່າຄົນເບິ່ງໂລກໃນແງ່ດີນັ້ນ ມີຄົນທີ່ອາຍຸຍືນຍາວຫຼາຍກວ່າ ຄົນທີ່ເບິ່ງໂລກໃນແງ່ຮ້າຍ ຫຼືພວກຊຶມເສົ້ານັ້ນເຖິງ 42%.

ຄົນທີ່ມີຄວາມຄິດເຊິງບວກ ອາລົມມັກບໍ່ຄ່ອຍແປປວນ ບໍ່ຮູ້ສຶກກະວົນກະວາຍ ໃນເລື່ອງຈິດວິທະຍາບອກໄວ້ວ່າ ຄົນທີີ່ມີການຄິດບວກຈະເຮັດໃຫ້ ມີໂອກາດມີສຸຂະພາບດີ ແລະສຸດທ້າຍຕາມມາດ້ວຍຄວາມສຳເລັດ ແລະຄວາມສຸກ.

ແນ່ນອນວ່າ ໃຜໆ ກໍຢາກມີຄວາມສຸກ ແລະຢາກເບິ່ງເຫັນທຸກເລື່ອງຢ່າງສະບາຍໃຈ ແຕ່ເອົາເຂົ້າແທ້ໆ ມັນບໍ່ງ່າຍປານໃດ ເພາະການເບິ່ງໂລກໃນແງ່ບວກເປັນສິໄສ ທີ່ຕິດໂຕມາຕັ້ງແຕ່ນ້ອຍ ແຕ່ກໍບໍ່ແມ່ນວ່າສ້າງບໍ່ໄດ້.

  1. ອາລົມ ໃນມິຕິອາລົມ ເຮົາບໍ່ເຄີຍທີ່ຈະສັງເກດໂຕເອງວ່າ ບາງເທື່ອອາລົມດີ ບາງເທື່ອອາລົມເສຍ ເຮົາຕ້ອງສາມາດສັງເກດວ່າ ເຮົາມີເຫດຜົນຫຍັງ ທີ່ອາລົມບໍ່ດີ ແລະມີຄວາມສາມາດຫາຄຳຕອບ ເພື່ອແກ້ຄວາມອາລົມບໍ່ດີໃຫ້ໄດ້.
  2. ການກະທຳ ສາມາດທີ່ຈະແກ້ໄຂອາລົມໄດ້ ມີຂໍ້ແນະນຳຄື

-ຕ້ອງອອກຈາກຂອບຂອງໂຕເອງ ໂດຍຄວນລອງປ່ຽນແປງຫຼືຄິດນອກຂອບເກົ່າໆ ເພື່ອຈະໄດ້ຮຽນຮູ້ສິ່ງໃໝ່ໆ ແລະສິ່ງໃໝ່ໆ ນັ້ນເອງ ຈະພາຄວາມສົນໃຈໃຫ້ເຮົາພົບໂຕເອງ ໄປເລື້ອຍໆ ແລະເຮັດໃຫ້ຮູ້ສຶກມີຄຸນຄ່າ.

– ເຮັດແນວໃດໃຫ້ການກຳທຳນັ້ນ ເຮັດໃຫ້ເຮົາຮູ້ສຶກພໍໃຈ ເຊິ່ງຈະເຮັດໃຫ້ເກີດຜົນຕໍ່ເນື່ອງ ໃນຄວາມຄິດທີ່ເຮົາຮູ້ສຶກພໍໃຈ ແລະການພໍໃຈແປເປັນຄວາມຄິດທາງບວກ ໂດຍແຕ່ລະຄົນກໍມີວິທີທີ່ຕ່າງກັນ ເຊັ່ນ ໃຊ້ວິທີເຕືອນໂຕເອງດ້ວຍການ ອັດສຽງຫຼືຖ່າຍຄິບບອກເລົ່າສິ່ງທີ່ເຮົາເຮັດ ບາງຄົນກໍຈົດບັນທຶກປະຈຳວັນ ເມື່ອເອົາມາອ່ານກໍຈະເຮັດໃຫ້ຮູ້ສຶກພໍໃຈ ກັບສິ່ງທີ່ເຄີຍເຮັດໄດ້ ເຖິງແມ່ນວ່າບາງເທື່ອມີອຸປະສັກ ແຕ່ເຮົາກໍສາມາດແກ້ບັນຫາໄດ້ ທຽບໃຫ້ເກີດການປຽບທຽບ ແລະເກີດຄວາມຮູ້ສຶກວ່າ ເຮົາມີການກ້າວໜ້າຂຶ້ນຫຼາຍ ເຊິ່ງຈະເຮັດໃຫ້ເກີດຄວາມຄິດທາງບວກໄດ້.

– ເບິ່ງເຖິງເລື່ອງອະນາຄົດ ເພື່ອຫາວ່າໃນອະນາຄົດຈະເປັນຈັ່ງໃດ ເຊິ່ງຈະເຮັດໃຫ້ເຮົາເກີດທັງຈິນຕະນາການ ແລະວິທີການທີ່ຈະລົງມືເຮັດ ກໍຄືກັບເຮົາຊ້ອມມືໄວ້ກ່ອນທີ່ຈະເກີດຂຶ້ນຈິງ ເຮັດໃຫ້ເຮົາຄິດໄດ້ຮອບຄອບຫຼາຍຂຶ້ນ ສິ່ງດີໆ ແລະຄວາມສຳເລັດກໍຈະຕາມມາ.

  1. ການຮັບຮູ້ ຄົນທີ່ຄິດໃນທາງລົບ ມັກຈະຄິດເຖິງໂຕເອງໃນ 3 ເລື່ອງຄື

3.1 ການເອົາອະດີດທີ່ເຄີຍຜິດຫວັງ ລົ້ມແຫຼວ ເຮົາບໍ່ທາງເຮັດໄດ້ ມາຕອກຢ້ຳໂຕເອງ ນັ້ນຄືຂາດຄວາມໝັ້ນໃຈ.

3.2 ປະຕິເສດຄົນອື່ນຮອບຂ້າງ ໂດຍຮູ້ສຶກວ່າຄົນອື່ນຄົງດີໃຈ ເມື່ອເຮົາລົ້ມແຫຼວ ເຮັດໃຫ້ໂອກາດທີ່ຈະຮ່ວມມືກັນ ຫຼືແບ່ງປັນຄວາມຮູ້ສຶກກັບຄົນອື່ນ ບໍ່ສາມາດເກີດຂຶ້ນໄດ້.

3.3 ຄິດວ່າອິຫຍັງທີ່່ບໍ່ສຳເລັດກໍບໍ່ມີທາງແກໄຂ ຫຼືບໍ່ມີທາງອອກອື່ນແລ້ວ ເຊັ່ນ ເສັງເຂົ້າ ມຊ ບໍ່ໄດ້ກໍເຖິງຂັ້ນທຳຮ້າຍໂຕເອງ ທັງທີ່ຄວາມເປັນຈິງ ເຮົາກໍສາມາດຮຽນໃນວິຊາຊີບ ຫຼືວິທະຍາໄລເອກະຊົນໄດ້ຄືກັນ.

ການວິເຄາະຄວາມຄິດເຫັນຂອງໂຕເອງ ຈຶ່ງເປັນກົນໄກເບື້ອງຕົ້ນທີ່ຊ່ວຍໃຫ້ ເຮົາບໍລິຫານອາລົມຂອງໂຕເອງພາຍໃຕ້ເຫດຜົນ ແລະຄວາມຖືກຄວາມຜິດໄດ້. ໂອກາດທີ່ຈະຄິດດີເຮັດດີກໍມີສູງຂຶ້ນ ຄືກັບພາສິດຈີນບູຮານສອນໄວ້ວ່າ ເມື່ອໃຈເຮົາຄິດຈັ່ງໃດ ເລື່ອງກໍຈະເປັນຈັ່ງຊັ້ນ.

ນອກຈາກເລື່ອງການວິເຄາະໂຕເອງ ແລະບໍລິຫານອາລົມໃຫ້ໄດ້ແລ້ວ ອີກເລື່ອງໜຶ່ງທີ່ສຳຄັນບໍ່ໜ້ອຍ ກໍຄືການປັບສົມດຸນຊີວິດຂອງໂຕເອງ ເພາະໂລກນີ້ອາດຈະບໍ່ຍຸດຕິທຳ ຫຼືສົມດຸນຢ່າງທີ່ເຮົາເຄີຍຄາດຫວັງເອົາໄວ້ ເຊິ່ງເຮົາຕ້ອງເຂົ້າໃຈທຳມະຊາດຂອງມັນດັ່ງນີ້:

– ພາຍໃຕ້ສະພາບແລດລ້ອມຂອງສັງຄົມ ທີມີການແຂ່ງຂັນສູງຄືໃນທຸກມື້ນີ້ ຄວາມພະຍາຍາມເທົ່າໃດ ກໍອາດຈະຍັງບໍ່ພໍ ເພາະເຮົາບໍ່ສາມາດຄາດເດົາໄດ້ວ່າ ເບື້ອງໜ້າເຮົາມີອຸປະສັກທີ່ຍາກ ສ່ຳໃດ.

– ມະນຸດເຖິງຈະເກັ່ງປານໃດກໍຕາມ ທຸກຄົນຕ່າງກໍຖືກຄວບຄຸມດ້ວຍເວລາ ທີ່ມີຈຳກັດຄືກັນໝົດ.

– ຕໍ່ໃຫ້ເຮົາທຸ່ມເທປານໃດ ແລະຕໍ່ເນື່ອງປານໃດ ທຸກຄົນມີຊີວິດດຽວເທົ່າກັນໝົດ.

ເຊິ່ງຂໍ້ຈຳກັດເຫຼົ່ານີ້ ເປັນອຸປະສັກທີ່ທຸກຄົນຕ້ອງຍອມຮັບ ແລະສ້າງຄວາມພໍດີໃຫ້ເກີດຂຶ້ນ ຄືກັບລົດໄຟທີ່ແລ່ນໃຫ້ໄດ້ໄວທີ່ສຸດ ແຕ່ຖ້າໄວເກີນໄປກໍອາດຈະຕົກລາງໄດ້ ຫຼືຊ້າເກີນໄປກໍອາດບໍ່ທັນເວລາ ກົນໄກຊີວິດກໍເຊັ່ນດຽວກັນ ໜ້ອຍໄປຕ້ອງບວກ ຖ້າຫຼາຍໂພດກໍຕ້ອງລົບ ເປັນຄວາມພໍດີທີ່ເຮົາຕ້ອງເຂົ້າໃຈ ແລະຮຽນຮູ້.

ເຊັ່ນກັນກັບແນວທາງເສດຖະກິດພໍພຽງ ໂດຍຄວາມພໍພຽງຄືຄວາມພໍດີໃນການ ດຳເນີນຊີວິດໃນການເຮັດທຸລະກິດ ອິຫຍັງຄືຄວາມພໍດີ ກຳລັງມີເທົ່າໃດຈະເຮັດເທົ່າໃດ ແລະຈາກທີ່ມີຢູ່ ຈະເຮັດໃຫ້ເກີດປະໂຫຍດສູງສຸດໄດ້ຈັ່ງໃດ ແມ່ນແຕ່ຄົນທີ່ບໍ່ມີກໍີຄວາມສຸກໄດ້ ເຊິ່ງທຸກຢ່າງນັ້ນຂຶ້ນຢູ່ກັບ ຄວາມຄິດຂອງໂຕເອງ ແລະການບໍລິຫານສິ່ງທີ່ມີຢູ່ໃຫ້ ເກີດຜົນສູງສຸດຄວາມສຸກໍເກີດຂຶ້ນໄດ້.

ຂໍ້ຈຳກັດຂອງຄົນເຮົາມີຫຼວງຫຼາຍ ທັງເວລາ ອາຍຸ ສະນັ້ນກໍຢ່າປ່ອຍໃຫ້ອາລົມ ແລະຄວາມຄິດຂອງເຮົາມາເປັນ ອຸປະສັກໃນການໃຊ້ຊີວິດ ໃນເມື່ອເວລາມີໜ້ອຍກໍຕ້ອງຮູ້ຈັກ ໃຊ້ຊີວິດໃຫ້ສົມດຸນ ເພື່ອກະຕຸ້ນ ໃຫ້ຊີວິດມີຄວາມສຸກ ມີຈິນຕະນາການ ແລະມີພະລັງໃນການເຮັດວຽກຕໍ່ໄປ.

 

ບົດຄວາມຈາກ: www.kidbuak.com

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...