spot_img
Homeນານາສາລະຄຳ​ເຕືອນ ກ່ອນ​ໃຊ້​ຜ້າ​ອະນາໄມ ເພື່ອຫລຸດ​ຄວາມສ່ຽງ​ເປັນ ມະ​ເຮັງ​ປາກ​ມົດລູກ

ຄຳ​ເຕືອນ ກ່ອນ​ໃຊ້​ຜ້າ​ອະນາໄມ ເພື່ອຫລຸດ​ຄວາມສ່ຽງ​ເປັນ ມະ​ເຮັງ​ປາກ​ມົດລູກ

Published on

3

     ສາວໆ ຄົນ​ໃດ​ບໍ່​ຮູ້​ຈັກ ຜ້າ​ອະນາໄມ ຄົງ​ຈະ​ບໍ່​ມີ​ໃຜ​ທີ່​ບໍ່​ຮູ້​ຈັກ​ແມ່ນບໍ່ ແຕ່​ຈະ​ມີ​ພຽງ​ຈັກ​ຄົນ ​​ທີ່​ໃຊ້​ໄດ້​ຢ່າງ​ຖືກ​ຕ້ອງ ມື້​ນີ້​ພວກເຮົາ​ເລີຍ​ມີ​ເລື່ອງ​ກ່ຽວກັບ ຜ້າ​ອະນາໄມ ມາ​ຝາກ​ສາວໆ

1. ປ່ຽນ​​ຢ່າງ​ນ້ອຍມື້ລະ 2 ຜືນ ຄວາມ​ອັບ​ຊື້ນ​ຈະ​ເຮັດໃຫ້​ແບກ​ທີ​ເລຍ​ໃນ​ຜ້າ​ ເຕີບໂຕ​ໄດ້​ດີ ຈົນ​ທ່ານ​ອາດຈະ​ຕິດ​ເຊື້ອ​ໃນ​ຊ່ອງຄອດ ຍິ່ງ​ຖ້າ​ສະ​ສົມ​ໄວ້​ດົນ​ໆ ຂໍ​ບອກວ່າ ​ນີ້​ແຫລະ​ໂຕການ​ມະ​ເຮັງ​ປາກ​ມົດ​ລູກ

2. ຫລີກ​ລ້ຽງ​ບ່ອນທີ່​ປຽກຊຸ່ມ  ບໍ່​ຄວນ​ເກັບ​ຜ້າ​ອະນາໄມ ໄວ້​ໃນ​ຫ້ອງ​ນ້ຳ ເຖິງແມ່ນ​ເຈົ້າ​ຈະ​ເກັບ​ໃນ  ​ໄລຍະ​ຫ່າງ​ໄກ​ຈາກ​ບັນດາ​ກ໋ອ​ກນໍ້າ​ແລ້ວ​ກໍ​ຕາມ ເພາະ​ເນື້ອ​ຜ້າ​ທີ່​ອ່ອນ​ນຸ່ມ ອົມ​ຄວາມ​ຊື້ນ​ໄດ້​ດີ ເໝາະ ​ຈະ​ເປັນ​ທີ່​ເຮ​ຮາ​ປາ​ຕີ​ຂ​ອງ​ເຊື້ອ​ພະຍາດ​ເປັນ​ທີ່ສຸດ ເພື່ອ​ຄວາມ​ປອດ​ໄພ​ຄວນ​ເກັບ​ຜ້າ​ອະນາໄມ ໄວ້​ໃນ​ທີ່​ທີ່​ແຫ້ງ ສະ​ອາດ ຢ່າງ​ຕູ້​ເສື້ອ​ຜ້າ​ຈະ​ດີ​ກ່ວາ

3. ອ່ານ​ມື້​ໝົດ​ອາ​ຍຸ​ກ່ອນ​ໃຊ້  ຜົນ​ສຳ​ຫລວດ​ບອກວ່າ ມີ​ແມ່ຍິງ​ບໍ່​ເຖິງ 1%ທີ່​ຈະ​ສັງເກດ​ມື້​ໝົດ​ອາ​ຍຸ​ຂອງ ຜ້າ​ອະນາໄມ ທັງ​ໆ ທີ່​ມັນ​ກໍ​ຄື​ກັບ​ສິນ​ຄ້າ​ອື່ນໆ ຍິ່ງ​ໃກ້​ມື້​ໝົດ​ອາ​ຍຸ​ເທົ່າໃດ​ຄຸນນະພາບ​ກໍ​ຈະ​ຍິ່ງ​ລຸດ​ລົງຫລາຍເທົ່ານັ້ນ

4. ຜ້າ​ແບບ​ຊຶມ​ຊັບ​ຫລາຍ​ ແຕ່ປະໂຫຍດ​ໜ້ອຍ ແມ່ຍິງ​ບາງ​ຄົນ​ມັກ​ໃຊ້ ຜ້າ​ອະນາໄມ ແບບ​ຊຶມ​ຊັບ​ໄດ້​ຫລາຍ​ໆ ເພື່ອ​ທີ່​ຈະ​ບໍ່​ຕ້ອງ​ປ່ຽນ​ເລີຍ​ໃຫ້ກຸ້ມໝົດ​ມື້ ຂໍ​ບອກວ່າ ​ນີ້ເປັນ​ຄວາມ​ຄິດ​ທີ່​ອັນຕະລາຍ​ຫລາຍ ເພາະ​ເລືອດ​ເປັນ​ອາຫານ​ຂອງ​ເຊື້ອ​ແບກ​ທີ​ເລຍ ຫລັກ​ການ​ໃຊ້​ຜ້າ​ອະນາໄມ​ທີ່​ຖືກ​ຄື​ ຕ້ອງ​ປ່ຽນ​ທຸກ​ໆ    2ຊົ່ວ​ໂມງ ເພື່ອ​ໃຫ້​ຈຸດ​ລັບສະ​ອາດ​ບໍ່​ອັບ​ຊື້ນ ວິທີ​ນີ້​ຊ່ວຍ​ຫລຸດ​ໂອ​ກາດ​ການ​ເປັນ​ມະ​ເຮັງ​ປາກ​ມົດລູກ​ໄດ້​ອີກ​ທາງ​ໜຶ່ງ​

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...