spot_img
Homeຂ່າວພາຍ​ໃນຄາຣສະເບີກຮ່ວມສະເຫຼີມສະຫຼອງແຊ້ມກັບແຟນບານ ລິເວີພູ ທົ່ວໂລກດ້ວຍກະປ໋ອງເບຍລຸ້ນພິເສດ

ຄາຣສະເບີກຮ່ວມສະເຫຼີມສະຫຼອງແຊ້ມກັບແຟນບານ ລິເວີພູ ທົ່ວໂລກດ້ວຍກະປ໋ອງເບຍລຸ້ນພິເສດ

Published on

ຄາຣສະເບີກ ຮ່ວມສະເຫຼີມສະຫຼອງການເປັນແຊ້ມລີກສູງສຸດຂອງປະເທດອັງກິດ ຫຼື Premier League ດ້ວຍການເປີດໂຕເບຍກະປ໋ອງລຸ້ນ ລິມິຕິດ ອິດິຊັນ ທີ່ມີຊື່ວ່າ “Champions can’” ໃຫ້ກັບແຟນບານໃນ 25 ປະເທດ ທົ່ວໂລກ.

ໃນກະປ໋ອງລຸ້ນພິເສດນີ້ໄດ້ມີການປັບປ່ຽນຈາກສີຂຽວທີ່ເປັນສີເອກະລັກຂອງ ຄາຣສະເບີກ ມາເປັນສີແດງທີ່ເປັນສີເອກກະລັກຂອງ ລິເວີພູ. ພ້ອມກັນນັ້ນ ກະປ໋ອງລິມິຕິດ ອິດິຊັນ ນີ້ຍັງມີຈຸດເດັ່ນຢູ່ທີ່ກາສັນຍາລັກຮູບນົກຂອງສະໂມສອນລິເວີພູ, ລາຍເຊັນຂອງບັນດານັກເຕະ ແລະ ຍັງໄດ້ປ່ຽນຂໍ້ຄວາມຈາກ “1847 onwards” (ທີ່ສື່ເຖີງປະຫວັດອັນຍາວນານ 173 ປີຂອງ ຄາຣສະເບີກ)ໃຫ້ມາເປັນ “Champions, 2020 onwards”.

ໃນຄໍ່າຄືນຂອງມື້ວານນີ້ Liverpool FC ຖືກຢືນຢັນເປັນທີ່ແນ່ນອນແລ້ວວ່າຈະໄດ້ເປັນແຊ້ມພຣິເມຍລີກປະຈຳລະດູການນີ້  ຫຼັງຈາກທີ່ Manchester City ບຸກໄປແພ້ Chelsea, ຫຼັງຈາກທີ່ Liverpool FC ເອົາຊະນະ Crystal Palace ໃນວັນພຸດທີ່ຜ່ານມາ. ຜ່ານລະດູການທີ່ໜ້າອັດສະຈັນນີ້ເຮັດໃຫ້ Liverpool FC ສາມາດຄວ້າແຊ້ມໄດ້ກ່ອນປິດລະດູການ ທັງທີ່ຍັງເຫຼືອການແຂ່ງຂັນເຖິງ 7 ນັດ.

ແຟນບານທັງ 25 ປະເທດລວມທັງ: ສປປ ລາວ, ອົດສະຕາລີ, ຈີນ, ອິນເດຍ, ໄອແລນ, ມາເລເຊຍ, ສະຫະລັດອາເມລິກາ ແລະ ປະເທດອື່ນໆ ສາມາດຊອກຫາ ຄາຣສະເບີກ ລຸ້ນລິມິຕິດ ອິດິຊັນ ນີ້ໄດ້ຈາກບັນດາຮ້ານຄ້າທີ່ເຂົ້າຮ່ວມໂຄງການໃນໄວໆນີ້ ພ້ອມດຽວກັນນັ່ນການສະເຫຼີມສະຫຼອງດັ່ງກ່າວຍັງຈະສືບຕໍ່ດຳເນີນໄປຜ່ານຊ່ອງທາງອອນໄລ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງ.

ທ່ານນາງ ຫລຸຍ ບາກ ຫົວໜ້າໜ່ວຍງານອຸປະຖຳຂອງເຄືອ ຄາຣສະເບີກ ໄດ້ກ່າວວ່າ: “ພວກເຮົາຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ຮ່ວມສະເຫຼີມສະຫຼອງລະດູການທີ່ໜ້າອັນສະຈັນຂອງທີມໄປພ້ອມໆກັບແຟນບານ ຂອງລິເວີພູ ທົ່ວທຸກມູມໂລກ ເຊິ່ງບົດບາດຂອງ ຄາຣສະເບີກ ຄືການສ້າງປະສົບການທີ່ດີກວ່າເກົ່າໃຫ້ກັບແຟນບານ ແລະ ຫວັງວ່າສິ່ງນີ້ຈະເຮັດໃຫ້ການສະເຫຼີມສະຫຼອງເປັນທີ່ໜ້າຈົດຈຳຍິ່ງຂື້ນ”

ການຮ່ວມມືລະຫວ່າງ ຄາຣສະເບີກ ແລະ ສະໂມສອນລິເວີພູ ຖືວ່າເປັນສາຍສຳພັນທີ່ຍາວນານທີ່ສຸດໃນ ພຣີເມຍລີກ ເຊິ່ງໄດ້ຮ່ວມຄຽງບ່າຄຽງໄຫຼ່ກັນມາທັງໝົດ 27 ລະດູການ. ໃນປີ 2019, ຫ້ອງວິໄຈຂອງ ຄາຣສະເບີກ ທີ່ເມືອງໂຄເປັນເຮເກັນ ຄາຣສະເບີກ ຮ່ວມກັບຜູ້ຊ່ຽວຊານດ້ານການຕົ້ມເບຍ ແລະ ນັກວິທະຍາສາດຂອງພວກເຮົາ ໄດ້ທຳການຄົ້ນຄວ້າ ແລະ ຜະລິດເບຍສູດພິເສດທີ່ເປັນ ສີແດງ ເພື່ອມອບໃຫ້ກັບແຟນບານ ລິເວີພູ ໂດຍສະເພາະ. ການທີ່ເຮັດທຸກຢ່າງບໍ່ວ່າຈະເປັນ ສະຫຼາກ, ແກ້ວ ຈົນເຖີງນໍ້າເບຍທີ່ເປັນສີແດງນັ້້ນ ກໍ່ເພື່ອສະເຫຼີມສະຫຼອງໃຫ້ແກ່ການຕັດສິນໃຈຄັ້ງຍິ່ງໃຫຍ່ຂອງຜູ້ຈັດການທີມ ຜູ້ເປັນຕຳນານ ທ່ານ ບິວ ແຊກລີ ທີ່ໄດ້ປ່ຽນສີເຄື່ອງທຸກຢ່າງມາເປັນສີແດງທັງໝົດ ພ້ອມກັບຄວາມເຊື່ອທີ່ວ່າສີແດງຈະນຳພາໄຊຊະນະມາສູ່ທີມຫຼາຍຂື້ນ.

ທ່ານສາມາດເບິ່ງຂໍ້ມູນເພີ່ມເຕີມຂອງການຮ່ວມມືລະຫວ່າງ ຄາຣສະເບີກ ແລະ ສະໂມສອນ ລິເວີພູ ໄດ້ທີ່:
https://www.carlsberg.com/en/liverpool-fc-by-carlsberg/premier-league-champions-probably/

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...