spot_img
Homeຂ່າວທ້ອງຖິ່ນຄາດ​ຄະ​ເນ​ສະ​ພາບ​ອາ​ກາດ ​ແຕ່​ວັນ​ທີ 14 - 20 ກັນຍາ 2020

ຄາດ​ຄະ​ເນ​ສະ​ພາບ​ອາ​ກາດ ​ແຕ່​ວັນ​ທີ 14 – 20 ກັນຍາ 2020

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານສະພາບອາກາດນັບຕັ້ງແຕ່ວັນທີ 14-16 ກັນຍາ 2020 ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ພ້ອມດຽວກັນລົມມໍລະສຸມຕາມເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢຸ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນ, ວັນທີ 17-20 ກັນຍາ 2020 ຮ່ອງຄວາມດັນກົດອາກາດຕໍ່າຈະຜ່ານພາກເໜືອລົງຫາພາກກາງຂອງປະເທດ, ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ຈະເພີ່ມກຳລັງແຮງຂື້ນປົກຄຸມພາກກາງ ແລະ ພາກໃຕ້, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...