spot_img
Homeຂ່າວຕ່າງປະເທດຄາດຕະກໍາເມຍ ໂດຍການປ່ອຍງູພິດໄປກັດເຖິງ 2 ຄັ້ງ

ຄາດຕະກໍາເມຍ ໂດຍການປ່ອຍງູພິດໄປກັດເຖິງ 2 ຄັ້ງ

Published on

ໃນວັນທີ 11 ຕຸລາ 2021 ທີ່ຜ່ານມາ ສານຕັດສິນໃນປະເທດອິນເດຍໄດ້ພິພາກສາໃຫ້ຊາຍໜຸ່ມຄົນໜຶ່ງ ທີ່ຖືກຈັບໂຕໃນປີກາຍນີ້ ພາຍຫຼັງທີ່ກວດພົບວ່າຊາຍໜຸ່ມຄົນນີ້ມີຄວາມຜິດໃນຂໍ້ຫາຄາດຕະກໍາຜູ້ເປັນເມຍ ໂດຍການປ່ອຍງູມີພິດໃຫ້ໄປກັດເມຍທີ່ກໍາລັງນອນຫຼັບຢູ່ເທິງຕຽງ.

ເຫດການດັ່ງກ່າວເກີດຂຶ້ນໃນເດືອນພຶດສະພາປີ 2020 ເຖິງແນວໃດກໍຕາມ ທາງຄອບຄົວຂອງຜູ້ເປັນເມຍທີ່ເສຍຊີວິດ ບໍ່ເຊື່ອວ່າຈະເປັນພຽງອຸບັດຕິເຫດ ເພາະວ່າໃນບໍ່ດົນກ່ອນໜ້ານັ້ນ ຜູ້ເສຍຊີວິດກໍຫາກໍ່ຖືກງູອິນເດຍກັດ ແລະ ຢູ່ລະຫວ່າງການປິ່ນປົວ ທາງຄອບຄົວຜູ້ເສຍຊີວິດບອກວ່າຜູ້ເປັນຜົວນັ້ນໄດ້ມີບັນຫາກັບເລື່ອງສິນສອດເຄື່ອງໝັ້ນມາໂດຍຕະຫຼອດ

ຫຼັງຈາກນັ້ນ, ຄອບຄົວຂອງຜູ້ເສຍຊີວິດໄດ້ເຂົ້າໄປແຈ້ງເຫດກັບເຈົ້າໜ້າທີ່ຕໍາຫຼວດ ແລະ ເຈົ້າໜ້າທີ່ໄດ້ສືບສວນຈົນພົບວ່າ ຊາຍໜຸ່ມຄົນດັ່ງກ່າວນັ້ນເປັນຜູ້ຢູ່ເບື້ອງຫຼັງເຫດການງູກັດຜູ້ເປັນເມຍ ແລະ ຕໍາຫຼວດຍັງໄດ້ຈັບຊາຍໜຸ່ມອີກຄົນໜຶ່ງທີ່ມີສ່ວນຮ່ວມໃນການຊອກຫາງູອີກດ້ວຍ

ໃນການພິຈາລະນາຄະດີທາງຜູ້ພິພາກສາໄດ້ລົງຄວາມເຫັນວ່າ ຄະດີນີ້ເປັນກໍລະນີຫາຍາກ ແລະ ຕັດສິນໂທດຕິດຄຸກຕະຫຼອດຊີວິດ ພ້ອມກັບຕ້ອງຈ່າຍຄ່າປັບໄໝເປັນຈໍານວນເງິນ 500,000 ຣູປີ ຫຼື ປະມານ 80,000,000 ລ້ານກີບ.

ແຫຼ່ງຂ່າວ: Thairath

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...