spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄາຕະກຳນ້ອງໃພ້ ເພື່ອປົກປິດຄວາມສຳພັນແບບຊູ້ສາວ

ຄາຕະກຳນ້ອງໃພ້ ເພື່ອປົກປິດຄວາມສຳພັນແບບຊູ້ສາວ

Published on

ຄະດີຄາຕະກໍາຍິງ ອາຍຸ 21 ປີ, ຢູ່ຖຽງສວນບ້ານນາຍາວ ເມືອງໄຊຍະບູລີ ແຂວງ ໄຊຍະບູລີ ໃນເດືອນເມສາ 2017, ພາຍຫຼັງເກີດເຫດ ເຈົ້າໜ້າທີ່ຕໍາຫຼວດ ກໍສາມາດຕິດຕາມຈັບຕົວຄາດຕະກອນ ຊື່ທ້າວ ວິນໂນ່ ອາຍຸ 34 ປີ ຄົນບ້ານດຽວກັນ ເຊິ່ງເປັນລຸງ (ອ້າຍຜົວ). ຜ່ານການສອບສວນຂອງເຈົ້າໜ້າທີ່. ຜູ້ກ່ຽວຮັບສາລະພາບວ່າ: ສາເຫດທີ່ພາໃຫ້ກໍ່ເຫດໃນຄັ້ງນີ້ ຍ້ອນປິດບັງການພົວພັນແບບຊູ້ສາວ.

ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ເປີດເຜີຍວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ປະຊາຊົນ ໃນວັນທີ 21 ເມສາ 2017 ວ່າ: ມີຜູ້ຍິງເສຍຊີວິດຢູ່ຖຽງສວນຢູ່ບ້ານນາຍາວເມືອງໄຊຍະບູລີ. ຈາກນັ້ນຈຶ່ງໄດ້ຈັດກໍາລັງວິຊາສະເພາະສົມທົບກັບອໍານາດການປົກຄອງບ້ານທີ່ກ່ຽວຂ້ອງລົງກວດກາສັນນະສູດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດຊື່ນາງທອງດາອາຍຸ 21 ປີ, ຜ່ານການສັນນະສູດພົບເຫັນຮ່ອງຮ່ອຍຖືກຂອງແຂ່ງກະທົບທີ່ງ່ອນດົ້ນ 1 ຈຸດຂະໜາດກວ້າງ 1 ຊັງຕີແມັດ, ເລິກ 4 ຊັງຕີແມັດແລະມີຮ່ອງຮອຍການຂົ່ມຂືນ. ບໍລິເວນສະຖານທີ່ເກີດເຫດພົບເຫັນມີດແຫຼມຂະໜາດ 44 X 4,5 ຊັງຕີແມັດ 1 ດວງ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ສັງລວມບັນດາຂໍ້ມູນຫຼັກຖານພ້ອມທັງດໍາເນີນການສືບສວນສອບສວນຂຶ້ນເປົ້າໝາຍຜູ້ຖືກສົງໃສຊື່ທ້າວວິນໂນ່ອາຍຸ 34 ປີບ້ານນາຍາວເມືອງໄຊຍະບູລີແຂວງໄຊຍະບູລີພ້ອມທັງຕາມຈັບຕົວໄປສອບສວນ. ຜ່ານການສອບສວນຜູ້ກ່ຽວໄດ້ສາລະພາບເປັນຜູ້ລົງມື້ກໍ່ເຫດແທ້.

ທ້າວ ວິນໂນ່ ຮັບສາລະພາບວ່າ: ສາເຫດລົງມືກໍ່ເຫດຄາດຕະກໍາຄັ້ງນີ້ ແມ່ນເນື່ອງມາຈາກຄວາມມຶນເມົາ ແລະ ມີຄວາມກັງວົນໃຈຢ້ານຄອບຄົວ; ຍາດຕິພີ່ນ້ອງຮູ້ເລື່ອງສ່ວນຕົວກັບຜູ້ຕາຍທີ່ໄດ້ພົວພັນກັບນາງ ທອງດາ ຜູ້ເປັນນ້ອງໃພ້ແບບຊູ້ສາວ ເຊິ່ງຜູ້ເປັນນ້ອງຊາຍ ຫຼື ຜົວຜູ້ເສຍຊີວິດ ຂັບລົດໄປຕ່າງແຂວງ ດົນໆຈຶ່ງກັບມາ; ເຊິ່ງໄດ້ມີການລັກລອບພົວພັນແບບຊູ້ສາວກັນມາ ແຕ່ໄລຍະເດືອນທັນວາ 2015 ເປັນຕົ້ນມາ ແລະ ໄດ້ມີການ ເສບສົມກັນຫຼາຍຄັ້ງ. ພໍຢູ່ມາໄລຍະໜຶ່ງທ້າວ ວິນໂນ່ ກໍໄດ້ວາງແຜນລະດົມໃຫ້ນາງ ທອງດາ ກັບຄືນໄປຢູ່ບ້ານເກີດ ຫຼື ໃຫ້ໄປຢູ່ສວນ ເພື່ອພະຍາຍາມຫ່າງເຫີນ ແລະ ກ້າວໄປເຖິງການ ຢຸດຕິການພົວພັນກັນແບບຊູ້ສາວ ເພາະຢ້ານຄອບຄົວ, ຍາດຕິພີ່ນ້ອງ ແລະ ການຈັດຕັ້ງ ຮູ້ເລື່ອງນໍາ, ແຕ່ນາງ ທອງດາ ຜູ້ເປັນນ້ອງໃພ້ບໍ່ຍອມປະຕິບັດຕາມ.

ມື້ເກີດເຫດແມ່ນວັນທີ 21 ເມສາ 2017, ທ້າວ ວິນໂນ່ ໄດ້ໄປຮ່ວມພິທີບາສີສູ່ຂວັນປີ ໃໝ່ລາວ ຢູ່ຫ້ອງການກຸ່ມບ້ານນາຍາວ ເມືອງໄຊຍະບູລີ. ເວລານັ້ນ, ຜູ້ກ່ຽວໄດ້ດື່ມເຫຼົ້າຈົນມຶນເມົາ; ພໍຮອດ ເວລາປະມານ 14:00 ໂມງ ຈຶ່ງກັບບ້ານ ພໍຂີ່ລົດຈັກໄປຮອດທາງແຍກ ເຂົ້າສວນຂອງນ້ອງໃພ້. ທ້າວ ວິນໂນ່ ໄດ້ຂີ່ລົດຈັກເຂົ້າໄປຕິດຕາມເບິ່ງນາງ ທອງດາ ຢູ່ ສວນ ເຊິ່ງຫ່າງຈາກທາງໃຫຍ່ປະມານ 300 ແມັດ. ພໍເດີນທາງໄປເຖິງຈຸດເກີດເຫດ, ຜູ້ກ່ຽວ ໄດ້ຈອດລົດຈັກປະໄວ້ແຄມສວນ. ຈາກນັ້ນ, ກໍໄດ້ຍ່າງເຂົ້າໄປເຫັນນາງ ທອງດາ ນອນຫຼັບຢູ່ ຄົນດຽວ, ຈຶ່ງເກີດມີແນວຄິດຢາກລົງມືຄາດຕະກໍາ ຍ້ອນຄວາມກັງວົນໃຈບວກກັບຄວາມ ມຶນເມົາ; ຈາກນັ້ນ, ທ້າວ ວິນໂນ່ ໄດ້ໄປຈັບເອົາເຫຼັກຍາວປະມານ 30 ຊັງຕີແມັດ ຕີໃສ່ຫົວ ( ງ່ອນດົ້ນ ) ຂອງນາງ ທອງດາ 1 ບາດ ເຮັດໃຫ້ນາງ ທອງດາ ດີ້ນຊັກຢູ່ກັບພື້ນ. ຈາກນັ້ນ, ໄດ້ປີ້ນຕົວຂອງນາງ ທອງດາ, ແລ້ວນໍາເອົາມີດຢູ່ກ້ອງໂຕະໂທລະພາບ ມາຕັດເສື້ອ, ແຫກໂສ້ງຂອງນາງ ທອງດາ ອອກ, ແລ້ວກໍລົງມືເສບສົມ 1 ຄັ້ງ, ແລ້ວກໍໄດ້ ນໍາເອົາຜ້າຫົ່ມມາປົກຫຸ້ມຫໍ່ໄວ້, ແລ້ວຂີ່ລົດໄປແຄມນໍ້າຮຸ່ງ ພ້ອມນໍາເອົາເຫຼັກທີ່ນໍາໃຊ້ເຂົ້າໃນການກໍ່ເຫດ ແລະ ໂທລະສັບຂອງນາງ ທອງດາ ໂຍນລົງນໍ້າ ເພື່ອທໍາລາຍ ຫຼັກຖານ. ຈາກນັ້ນ, ຜູ້ກ່ຽວໄດ້ ລ້າງມືທໍາຄວາມສະອາດແລ້ວກັບຄືນໄປນັ່ງດື່ມເຫຼົ້າຢູ່ຫ້ອງການກຸ່ມບ້ານຄືເກົ່າ ເຮັດແບບວ່າບໍ່ມີຫຍັງເກີດຂຶ້ນ.

 

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...