spot_img
Homeຂ່າວທ້ອງຖິ່ນຄາດຄະເນປະຕິບັດແຜນງົບປະມານແຫ່ງລັດໝົດປີ 2020 ຈະຫຼຸດແຜນ

ຄາດຄະເນປະຕິບັດແຜນງົບປະມານແຫ່ງລັດໝົດປີ 2020 ຈະຫຼຸດແຜນ

Published on

ການຈັດເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນຕົ້ນປີ 2020 ປະຕິບັດໄດ້ 9.436 ຕື້ກີບ ເທົ່າກັບ 41,52% ຂອງແຜນດັດແກ້, ດ້ານລາຍຈ່າຍປະຕິບັດໄດ້ທັງໝົດ 10.529 ຕື້ກີບ ເທົ່າກັບ 31,87% ຂອງແຜນດັດແກ້.

ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ ກ່າວຕໍ່ກອງປະຊຸມວິຊາການຮ່ວມກັບບັນດາກະຊວງ, ອົງການຂັ້ນສູນກາງ ກ່ຽວກັບສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ທິດທາງແຜນ 6 ເດືອນທ້າຍປີ 2020 ແລະ ແນະນຳການສ້າງແຜນງົບປະມານແຫ່ງລັດປີ 2021 ວ່າ: ການຈັດຕັ້ງງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2020 ດ້ານລາຍຮັບສາມາດປະຕິບັດໄດ້ 9.436 ຕື້ກີບ ເທົ່າກັບ 41,52% ຂອງແຜນດັດແກ້, ແຕ່ຖ້າທຽບໃສ່ແຜນເບື້ອງຕົ້ນປະຕິບັດໄດ້ 32,54%. ໃນນັັ້ນ, ລາຍຮັບພາຍໃນປະຕິບັດໄດ້ 8.505 ຕື້ກີບ ເທົ່າກັບ 42,23% ຂອງແຜນດັດແກ້ (ຖ້າທຽບໃສ່ໄລຍະດຽວກັນປີຜ່ານມາເຫັນວ່າຫຼຸດລົງ 9,35% ເປັນເງິນປະມານ 651 ຕື້ກີບ) ດ້ານລາຍຈ່າຍປະຕິບັດໄດ້ທັງໝົດ 10.529 ຕື້ກີບ ເທົ່າກັບ 31,87% ຂອງແຜນດັດແກ້ ຫຼື ເທົ່າກັບ 29% ຂອງແຜນເບື້ອງຕົ້ນ. ໃນນັັ້ນ, ຂັ້ນສູນກາງປະຕິບັດໄດ້ 7.047 ຕື້ກີບ ເທົ່າກັບ 29,74% ຂອງແຜນການດັດແກ້.

ສ່ວນແຜນການຄາດຄະເນປະຕິບັດແຜນງົບປະມານແຫ່ງລັດໝົດປີ 2020 ໂດຍການສົມທົບກັບບັນດາກົມລາຍຮັບດ້ານລາຍຮັບ ຄາດວ່າຈະບໍ່ບັນລຸຕາມແຜນປະມານ 6.322 ຕື້ກີບ, ສ່ວນດ້ານລາຍຈ່າຍຄາດວ່າຈະບໍ່ໄດ້ຕາມແຜນການ, ເນື່ອງຈາກໄດ້ຮັບການຊີ້ນຳຈາກລັດຖະບານໃຫ້ຄົ້ນຄວ້າມາດຕະການຕ່າງໆ ເພື່ອຫຼຸດຜ່ອນລາຍຈ່າຍທີ່ເຫັນວ່າບໍ່ຈໍາເປັນ ຕາມຂໍ້ຕົກລົງເລກທີ 31 ຂອງນາຍົກລັດຖະມົນຕີ, ກະຊວງການເງິນກໍໄດ້ຜັນຂະຫຍາຍອອກແຈ້ງການເລກທີ 1037/ກງ ເພື່ອຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ ໂດຍຈັດລຽງບຸລິມະສິດອັນໃດຈໍາເປັນອັນໃດບໍ່ຈໍາເປັນເພື່ອຊະລະ, ເລື່ອນຈ່າຍ ຫຼື ໂຈະບາງລາຍຈ່າຍທີ່ບໍ່ສໍາຄັນ ໂດຍສະເພາະລາຍ ຈ່າຍຈັດກອງປະຊຸມ, ເຄື່ອນໄຫວພາຍໃນ ແລະ ຕ່າງປະເທດ ລວມແລ້ວຈະສາມາດຫຼຸດຜ່ອນລົງໄດ້ພຽງ 2.650 ຕື້ກີບ.

ໃນນັ້ນ, ຫຼຸດແຜນລາຍຈ່າຍເງິນບໍລິຫານ ແລະ ເງິນດັດສົມສົ່ງເສີມຂອງບັນດາກະຊວງ, ອົງການຂັ້ນສູນກາງລົງປະມານ 30% ຂອງແຜນການປີ (ບໍ່ລວມສອງກຳລັງ ແລະ ລາຍຈ່າຍສຳຄັນຈຳນວນໜຶ່ງຂອງລັດຖະບານ) ເປັນເງິນປະມານ 350 ຕື້ກີບ, ສຳ ລັບທ້ອງຖິ່ນຫຼຸດລາຍຈ່າຍ 10% ຂອງແຜນລາຍຈ່າຍເງິນດັດສົ່ງເສີມ (ບໍ່ລວມເງິນກອງທຶນກອງປະຊຸມໃຫຍ່) ເປັນເງິນປະ ມານ 27 ຕື້ກີບ, ເລື່ອນລາຍຈ່າຍລົງທຶນພາຍໃນຢ່າງຕໍ່າ 50% ແລະ ຫຼຸດບັນດາລາຍຈ່າຍອື່ນໆຂອງລັດຖະບານ.

ສ່ວນການຂາດດຸນງົບປະມານ ອີງໃສ່ການຄາດຄະເນລາຍຮັບ ແລະ ລາຍຈ່າຍຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນຕື່ມປະ ມານ 3.622 ຕື້ກີບ, ຈາກ 6.696 ຕື້ກີບ (3,77% ຂອງ GDP) ມາເປັນ 10.318 ຕື້ກີບ ເທົ່າກັບ 5,87% ຂອງ GDP (ຄາດຄະເນມູນຄ່າ GDP 175.720 ຕື້ກີບ). ສໍາລັບການຂາດດຸນເພີ່ມລັດຖະບານຈະພະຍາຍາມລະດົມແຫ່ງດຸນດ່ຽງພາຍໃນ  ແຕ່ຈະບໍ່ກູ້ຢືມຈາກຕ່າງປະເທດເພື່ອມາດຸນດ່ຽງ ອີງໃສ່ສະພາບຂອງໜີ້ສິນທີ່ໜັກໜ່ວງໃນປັດຈຸບັນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...