spot_img
Homeຂ່າວພາຍ​ໃນຄັ້ງທຳອິດ "ບົວຂາວ ບັນຊາເມກ" ຂຶ້ນຊົກມວຍໃນກຸ່ມປະເທດຕະເວັນອອກກາງ 10 ທັນວານີ້

ຄັ້ງທຳອິດ “ບົວຂາວ ບັນຊາເມກ” ຂຶ້ນຊົກມວຍໃນກຸ່ມປະເທດຕະເວັນອອກກາງ 10 ທັນວານີ້

Published on

ເປັນອີກໜຶ່ງປະກົດການຄັ້ງສຳຄັນຂອງມວຍໄທ ເຊິ່ງຕອນນີ້ໄດ້ກາຍເປັນທີ່ຍອມຮັບໃນກຸ່ມປະເທດຕະເວັນອອກກາງ ບໍ່ແມ່ນພຽງແຕ່ ຢຸໂຣບ, ຈີນ, ຢີ່ປຸ່ນ ເທົ່ານັ້ນ ແລະ ນີ້ກໍ່ເປັນຄັ້ງທຳອິດທີ່ບົວ ບັນຊາເມກ ຈະໄດ້ຂຶ້ນຊົກໃນກຸ່ມປະເທດຕະເວັນອອກກາງ ໃນວັນທີ 10 ທັນວາ 2016 ທີ່ຈະມາເຖິງນີ້ ທີ່ນະຄອນເບຣຸສ ປະເທດເລບານອນ ກະຕິກາການຊົກ ມວຍໄທເຕັມຮູບແບບ ຊົກກັນເຕັມໆ 5 ຍົກ ສຳລັບການຖ່າຍທອດສົດນັ້ນ ຖ້າແອັດມິນຮູ້ລາຍລະອຽດທີ່ຊັດເຈນແລ້ວຈະມາແຈ້ງໃຫ້ຮູ້ຕາມພາຍຫຼັງ

ການຊົກຄັ້ງນີ້ເປັນອີກຄັ້ງໜຶ່ງທີ່ບົວຂາວພົບເສິກໜັກກັບການພົບນັກມວຍກະດູກແຂງ ຢ່າງ “ແຊັມອັງເດຣ ດູເລບິນ” ໃນວັນທີ 10 ທັນວາ 2016  ທີ່ໃກ້ຈະຮອດນີ້ ໃນ nouhad nawfal ສະເຕດ້ຽມ ທີ່ຟິນິກຊ໌ 1 ເຮົາມາລຸ້ນນຳກັນວ່າ ລະຫວ່າງ ບົວຂາວ ຫຼື ດູເລບິນ ໃຜຈະເປັນຄົນຊະນະໃນເສິກຄັ້ງນີ້

ຄູ່ຊົກຂອງບົວຂາວ  ອັງເດຣ ດູເລບິນ ເຈົ້າຂອງສາຍາ ຫົວລູກປືນ ເປັນນັກມວຍໄທຊາວ ເບລາຣຸສ ຮຸ່ນເຟເທີເວດ ຈາກຄ້າຍມວຍ “ສຶກໄຟລເຕີ” ເຊິ່ງຕັ້ງຢູ່ໃນນະຄອນມິນ ດູເລບິນ ເປັນແຊັມໂລກມວຍໄທ 18 ສະໃໝ ທີ່ຊະນະລາຍການລະດັບນານາຊາດ ທັງໃນລະດັບສະໝັກຫຼິ້ນ ແລະ ອາຊີບ ຈາກຮຸ່ນ 51 ກກ. ໄປຈົນເຖິງ 67 ກກ. ເຊິ່ງຖືເປັນໜຶ່ງໃນຮຸ່ນປອນ ຕໍປອນ ສຳລັບນັກມວຍໄທທີ່ສູງທີ່ສຸດໃນໂລກ ເມື່ອປີ 2007 ເຂົາເປັນນັກມວຍໄທຄົນທຳອິດໃນເບລາຣຸສ ທີ່ໄດ້ຮັບລາງວັນ “ອໍເນີມາສເຕີອັອບສະປອດ” ໂດຍປະທານາທິບໍດີຂອງປະເທດ

3600 8964

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...