spot_img
Homeຂ່າວພາຍ​ໃນຄະນະສະເພາະກິດເມືອງສີສັດຕະນາກອອກແຈ້ງການ ໃຫ້ໂຈະເປີດບໍລິການຮ້ານດີມາກ ຊົ່ວຄາວ

ຄະນະສະເພາະກິດເມືອງສີສັດຕະນາກອອກແຈ້ງການ ໃຫ້ໂຈະເປີດບໍລິການຮ້ານດີມາກ ຊົ່ວຄາວ

Published on

ແຈ້ງການຈາກຄະນະສະເພາະກິດເມືອງສີສັດຕະນາກ ເຖິງ : ຜູ້ອໍານວຍການ ( ເຈົ້າຂອງກິດຈະການ ) ຮ້ານ ດີມາກ ທີ່ຕັ້ງຢູ່ບ້ານ ດົງປາລານທ່າ ເມືອງສີສັດຕະນາກນະຄອນຫລວງວຽງຈັນ. ເລື່ອງ: ຂໍຄວາມຮ່ວມມືໃຫ້ໂຈະຊົ່ວຄາວການເປີດບໍລິການ. ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ເມືອງສິສັດຕະນາກ ແຈ້ງຂໍຄວາມຮ່ວມມືມາຍັງ ຜູ້ອໍານວຍການ ( ເຈົ້າຂອງກິດຈະການ ) ຮ້ານ ດີມາກ ທີ່ຕັ້ງຢູ່ບ້ານດົງປາລານທ່າ ເມືອງສີສັດຕະນາກ ໃຫ້ໂຈະຊົ່ວຄາວການເປີດບໍລິການ, ເນື່ອງຈາກວ່າຢູ່ພາຍໃນສູນການຄ້າ ຂອງ ທ່ານໄດ້ເກີດມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 ແລະ ຜູ້ສໍາຜັດທີ່ເປັນກຸ່ມສ່ຽງ ຂອງພະນັກງານທິມາເຮັດຫນ້າທີ່ບໍລິການໃຫ້ລູກຄ້າ ຢູ່ພາຍໃນສູນການຄ້າຂອງທ່ານ ເພື່ອປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໃຂ ການລະບາດຂອງພະຍາດ COVID-19 ໃຫ້ເຂັ້ມງວດ ແລະ ຮັບປະກັນໃນການປ້ອງກັນການແຜ່ ເຊື້ອໃນຊຸມຊົນ, ເຊິ່ງປະຈຸບັນກໍາລັງແຜ່ລະບາດຫລາຍໃນນະຄອນຫລວງວຽງຈັນ ເວົ້າສະເພາະກໍ່ຄືຢູ່ເມືອສີສັດຕະນາກ ຂອງພວກເຮົາ. ສະນັ້ນຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ເມືອງສີສັດຕະນາກ ຈຶ່ງໄດ້ແຈ້ງຂໍຄວາມຮ່ວມມືມາຍັງທ່ານໃຫ້ປະຕິບັດຕາມມາດຕະການດັ່ງຕໍ່ໄປນີ້ຢ່າງເຂັ້ມງວດ. ສະນັ້ນຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ເມືອງສີສັດຕະນາກ ຈຶ່ງໄດ້ແຈ້ງຂໍຄວາມຮ່ວມມືມາຍັງທ່ານໃຫ້ປະຕິບັດຕາມມາດຕະການດັ່ງຕໍ່ໄປນີ້ຢ່າງເຂັ້ມງວດ. 1. ຕັ້ງແຕ່ວັນທີ 12 ຕຸລາ 2021 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການປ່ຽນແປງ. 2. ໃຫ້ສຶບຄົ້ນຫາຜູ້ຕິດເຊື້ອ ແລະ ຜູ້ສໍາພັດໃກ້ສິດ ຂອງພະນັກງານທີ່ມາໃຫ້ບໍລິການລູກຄ້າຂອງຂອງທ່ານໂດຍໄວ, ພ້ອມທັງໃຫ້ຜູ້ທີ່ສໍາພັດໃກ້ສິດ ( C1 ) ໄປກວດຫາເຊື້ອພະຍາດໂຄວິດ-19 ຢູ່ທີ່ສະຖານທີ່ກວດຫາເຊື້ອ ທີ່ທາງການໄດ້ກໍານົດໃວ້. 3. ໃຫ້ແຈ້ງປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂດຍດ່ວນຕໍ່ເຈົ້າຫນ້າທີ່ທີມງານລະບາດວິທະຍາຫ້ອງການສາທາລະນະສຸກເມືອງກໍ່ຄືພະແນກສາທາລະນະສຸກນະຄອນຫຼວງວຽງຈັນໂດຍດ່ວນ. 4. ໃຫ້ດໍາເນີນການສີດຜົ່ນຢາຂ້າເຊື້ອ, ເຮັດອານາໄມຄວາມສະອາດ ໃນທົ່ວບໍລິເວນສູນການຄ້າ ແລະ ຈຸດຂາຍສິນຄ້າທີ່ເຫັນວ່າມີຄວາມສ່ຽງໃນການຕິດເຊື້ອ ຕາມມາດຕະການທີ່ຄະນະສະເພາະກິດວາງອອກ. 5. ໃຫ້ຈໍາກັດບໍລິເວນເວລາ14ວັນ ພະນັກງານທີ່ສໍາພັດກັບຜູ້ຕິດເຊື້ອ CI ແລະ ຜູ້ຢູ່ໃນກຸ່ມສ່ຽງ C2. 6. ໃຫ້ເຈົ້າສຸນການຄ້າ, ຜູ້ຈັດການ ໂຄສະນາເຜີຍແຜ່ ແລະ ແຈ້ງໃຫ້ພະນັກງານຂອງຕົນ ບໍ່ໃຫ້ແຕກຕື່ນ ແລະ – ຕິດຕາມອາການຕົນເອງຢູ່ເຮືອນໃຫ້ຄົບ14ວັນ. 7. ກ່ອນຈະເປີດການໃຫ້ບໍລິການ ຄືນໃຫມ່, ຕ້ອງໄດ້ແຈ້ງຫາຄະນະສະເພາະກິດຂັ້ນເມືອງ, ຂັ້ນນະຄອນຫຼວງວຽງຈັນ ເພື່ອລົງກວດກາປະເມີນສະຖານະການ ແລະ ຄວມພ້ອມຂອງຕະຫລາດ ຕາມມາດຕະການປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໂດຍອີງໃສ່ແຈ້ງການຂອງ ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມພະຍາດ ແລະ ແກ້ໄຂ ການລະບາດຂອງພະຍາດ ((OVID-19 ຂັ້ນ ສູນກາງ, ສະບັບເລກທີ 4303/ສພກ, ລົງວັນທີ 17 ກັນຍາ 202I ແລະ ຫນັງສືແຈ້ງການຂອງພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ສະບັບເລກທີ 1435/ອຄ.ນວ.ຄພນ, ລົງວັນທີ 07 ຕຸລາ 2021. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງ ເຂັ້ມງວດ.

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...