ຄະນະນຳ​ເມືອງ​ປາກງື່ມ ​ໄວ້​ອາ​ໄລ​ເຖິງ​ນັກຮຽນ​ທີ່​ເສຍ​ຊີວິດ​ ຈາກ​ອຸປະຕິ​ເຫດ​ເຮືອ​ຫລົ້ມ!

ferri fail

ຕອນ​ເຊົ້າ​ວັນ​ທີ 27 ພຶດສະພາ​ນີ້, ຢູ່​ສະ​ໂມ​ສອນ​ເມືອງ​ງື່ມ, ນະຄອນຫລວງ​ວຽງຈັນ, ​ໄດ້​ຈັດ​ພິທີ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ບັນດານັກ​ຮຽນ ທີ່​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ເຮືອ​ຫລົ້ມ ​ຢູ່​ກາງ​ແມ່​ນ້ຳ​ງື່ມ, ​ເຂດ​ນາ​ບົງໃນ​ຕອນ​ເຊົ້າ​ວັນ​ທີ 26 ພຶດສະພາ​ຜ່ານ​ມານີ້, ​ໂດຍມີ​ຄະນະ​ພັກ​ເມືອງ, ບັນດາ​ຄູ​ອາຈານ ​ແລະ ​ໂຮງຮຽນ​ມັດທະຍົມອ້ອມ​ຂ້າງ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

ບັນດາ​ນ້ອງ​ນັກຮຽນ​ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ໃນ​ຄັ້ງ​ນີ້ ​ລວມມີ 10 ຄົນ ​ພ້ອມ​ກັບ​ໝູ່​ ຈຳນວນ 40 ຄົນ, ​ໃນ​ນີ້ ມີ​ຄູ​ອາຈານ 4 ຄົນ, ນັກຮຽນ 35 ຄົນ ​ແລະ ຄົນ​ຂັບ​ເຮືອ 1 ຄົນ, ລົງ​ເຮືອ​ແພ​ຈາກ​ທ່າ​ບ້ານ​ນາ​ບົງຂ້າມ​ໄປ​ທ່າ​ບ້ານ​ທ່າ​ກົກ​ໄຮ ​ເພື່ອ​ເຂົ້າ​ສອບ​ເສັງ​ຈົບ​ຊັ້ນ​ປະຖົມ​ປີ​ທີ 5 ທີ່​ສູນ​ສອບ​ເສັງ​ບ້ານ​ດັ່ງກ່າວ, ​ແຕ່​ໜ້າ​ເສຍດາຍ​ໄດ້​ຖືກ​ເຄາະ​ຮ້າຍ​ຈາກ​ອຸປະຕິ​ເຫດ​ເຮືອ​​ຫລົ້ມລົງ​ກາງ​ນ້ຳ. ມາ​ຮອດ​ປັດຈຸບັນ ສາມາດ​ຄົ້ນ​ພົບສົບ​ຂອງ​ຫລານນ້ອຍເປັນ​ຜູ້ຍິງ 1 ຄົນ.

ອຸປະຕິ​ເຫດ​ດັ່ງກ່າວ​ເປັນ​ບົດຮຽນອັນ​ເຈັບ​ແສບ​ໃຫ້​ຂະ​ແໜງ​ຄົມມະນາຄົມ​ໃນ​ການ​ກວດກາ​ຄຸ້ມ​ຄອງ​ບັນດາ​ພາຫະ​ນະ​ໂດຍສານ​ໃຫ້​ຮັບປະກັນ​ດ້ານ​ເຕັກນິກ ​ແລະ ຄວາມ​ປອດ​ໄພ, ​ໂດຍ​ສະ​ເພາະ​ຖ້າ​ແມ່ນ​ເຮືອ​ກໍ​ຕ້ອງ​ໄດ້​ມີ​ຂໍ້​ບັງ​ຄັບ​ໃຫ້​ຜູ້​ປະກອບ​ການ​ດັ່ງກ່າວ​ນຳ​ໃຊ້​ເສື້ອ​ຊູ​ຊີບ ຫລື​ ກົງ​ເບັງ ​ເພື່ອ​ຮັບປະກັນ​ໃຫ້​ຜູ້​ໂດຍສານ​ປອດ​ໄພ ​ເມື່ອມີ​ເຫດ​ຮ້າຍ​ຕ່າງໆ​ເກີດ​ຂຶ້ນ, ບໍ່​ແມ່ນ​ວ່າ​ປະປ່ອຍ​ໃຫ້​ເຂົ້າ​ເຈົ້າ​ຢາກ​ເຮັດ​ຫຍັງ​ກໍ​ເຮັດ​ໂດຍ​ບໍ່​ມີ​ການ​ກວດກາ ​ແລະ ຂໍ້​ບັງຄັບ​ໃດໆ, ດັ່ງ​ເຫດ​ທີ່​ເກີດ​ຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ