spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄະດີທີ່ເກີດຂຶ້ນ ໃນບຸນທາດຫລວງ ມີທັງໝົດ 47 ເລື່ອງ

ຄະດີທີ່ເກີດຂຶ້ນ ໃນບຸນທາດຫລວງ ມີທັງໝົດ 47 ເລື່ອງ

Published on

ບຸນນະມັດສະການພະທາດຫຼວງ ເປັນບຸນທີ່ໃຫຍ່ຂອງຊາດທີ່ຫຼາຍຄົນໃຫ້ຄວາມສົນໃຈກັນມາຮ່ວມທ່ຽວຫຼິ້ນດ້ວຍ ຄວາມເບີກບານມວນຊື່ນ ແລະໄລຍະນັ້ນ ກໍເປັນໂອກາດຂອງກຸ່ມຄົນບໍ່ດີທີ່ສວຍໂອກາດກໍ່ຄວາມບໍ່ສະຫງົບຂຶ້ນ ຊຶ່ງສະແດງໃຫ້ເຫັນໃນໄລຍະ 8 ວັນມີຄະດີເກີດຂຶ້ນທັງໝົດເກືອບ 50 ເລື່ອງ ເປັນຕົ້ນແມ່ນຈົກກະເປົ໋າ, ແຫກກະເປົ໋າ ແລະຊີງຊັບ.
ທ່ານ ພັນໂທ ສຸລິວັນ ລາດສະວົງ ຮອງຫົວໜ້າຕຳຫຼວດ ປກສ ນະຄອນວຽງຈັນ ໃຫ້ສຳພາດຕໍ່ນັກຂ່າວເສດຖະ ກິດ-ສັງຄົມ ຜ່ານທາງໂທລະສັບຮູ້ວ່າ: ບຸນນະມັດສະການພະທາດຫຼວງປະຈຳ ປີ 2016 ນັບແຕ່ວັນທີ 8-14 ພະຈິກ ຊຶ່ງເປັນໄລຍະປະຊາຊົນທັງຊາດ ໃຫ້ຄວາມສົນໃຈມາທ່ຽວຫຼິ້ນ, ທັງນີ້ ທາງເຈົ້າໜ້າທີ່ກໍໄດ້ມີການປ້ອງກັນຮັກສາຄວາມປອດໄພທະຫານ, ຕຳຫຼວດເພື່ອເປັນການຮັບປະກັນຄວາມສະຫງົບ, ຄວາມປອດໄພຮອບດ້ານໃຫ້ແກ່ການນຳ ພັກ-ລັດ ແລະມວນຊົນນັກທອງທ່ຽວພາຍໃນ ແລະຕ່າງປະເທດ ທີ່ມາທ່ຽວຫຼິ້ນບຸນປະເພນີບ້ານເຮົາ ມີຄວາມເບີກບານ ມ່ວນຊື່ນທີ່ເຕັມໄປດ້ວຍຄວາມສະຫງົບປອດໄພ ທາງດ້ານຊີວິດ ແລະຊັບສິນ.

ແຕ່ກໍປັດສະຈາກບໍ່ໄດ້ ກັບກຸ່ມຄົນທີ່ບໍ່ຫວັງດີ ຊຶ່ງກໍ່ເຫດຊ່ວງດັ່ງກ່າວ, ເຖິງວ່າເຈົ້າໜ້າທີ່ຄຸມເຂັ້ມ ໃສ່ກຳລັງຢ່າງເຂັ້ມງວດແຕ່ບັນຫາກໍເກີດຂຶ້ນ ໂດຍໃນໄລຍະບຸນເກີດທັງໝົດ 47 ເລື່ອງ, ໃນນັ້ນມີຈົກກະເປົ໋າ 37 ເລື່ອງ, ແຫກກະເປົ໋າ 3 ເລື່ອງ, ຊີງຊັບ 7 ເລື່ອງ, ນອກນີ້ຍັງ ມີອຸບັດເຫດເກີດຂຶ້ນ 31 ເລື່ອງ ລວມກັບທັງໝົດເມື່ອທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 24 ເລື່ອງ.

ທ່ານ ພັນໂທ ສຸລິວັນ ລາດສະວົງ ໃຫ້ຮູ້ຕື່ມວ່າ: ສຳລັບຄະດີທີ່ເກີດຂຶ້ນ ແລະໄດ້ຮັບແຈ້ງຈາກຜູ້ເສຍຫາຍທາງເຈົ້າ ໜ້າທີ່ກໍເອົາໃຈໃສ່ຕິດຕາມ ແລະສືບສວນ-ສອບສວນທຸກຄະດີ ແຕ່ກໍບໍ່ສາມາດເກັບຄືນໄດ້ທຸກເລື່ອງ ແນວໃດກໍດີເຈົ້າໜ້າທີ່ ກໍສາມາດຈັບກຸມຄົນບໍ່ດີຈຳນວນໜຶ່ງເຊັ່ນ: ຄະດີແຫກກະເປົ໋າຈັບໄດ້ 4 ກໍລະນີ, ຊີງຊັບ 3 ກໍລະນີ, ຈົກກະເປົ໋າ 1 ກໍລະນີ ນອກນີ້ຍັງສາມາດໄກ່ເກຍກຸ່ມຄົນດື່ມເຫຼົ້າເມົາອາລະວາດ, ດົມກາວ ແລະພໍ່ຄ້າແມ່ຄ້າ ຍາດບ່ອນຂາຍເຄື່ອງໄດ້ຢ່າງສະຫງົບ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...