spot_img
Homeມູມໄອທີລາວຄອມພິວເຕີເຈົ້າອາດຕິດໄວຣັສ ຖ້າມັກເຮັດຕາມ 9 ສິ່ງນີ້

ຄອມພິວເຕີເຈົ້າອາດຕິດໄວຣັສ ຖ້າມັກເຮັດຕາມ 9 ສິ່ງນີ້

Published on

010430l720gnz27970j728

1.ມືໄວ ໃຈໄວ
ຖ້າ ມີອີ່ຫຍັງຂື້ນມາໃນໜ້າຈໍທ່ານ ແລ້ວທ່ານມັກໄປກົດຮັບໂດຍບໍ່ອ່ານຫຼືຄິດອີ່ຫຍັງເລີຍ ເຊັ່ນ ການກົດປຸ່ມ Yes ຫຼື Accept ອາດເຮັດໃຫ້ເຄື່ອງຂອງເຮົາຕິດໄວຣັສໂດຍບໍ່ຮູ້ໂຕ ແຖມເຮົາອາດເປັນໂຕເຜີຍແຜ່ໄວຣັສກໍໄດ້ ດັ່ງນັ້ນເຮົາຄວນອ່ານຂໍ້ຄວາມກ່ອນທີ່ຈະກົດປຸ່ມ Yes ຫຼື Accept

2.ບໍ່ມັກອັບເດດໂປຣແກຣມສະແກນໄວຣັສ
ຄົນເຮົາມັກຄິດວ່າໂປຣແກຣມທີ່ມີຢູ່ມັນດີຢູ່ແລ້ວ ກໍເລີຍວາງໃຈແລ້ວບໍ່ມັກອັບເດດໂປຣແກຣມ ຢ່າລືມວ່າຄົນທີ່ປ່ອຍໄວຣັສນັ້ນເຂົາອັບເດດໄວຣັສໃໝ່ໆ ຕະຫຼອດຖ້າເຮົາບໍ່ອັບເດດໂປຣແກຣມ ໂຕສະແກນທີເຮົາມີຢູ່ກໍຈະນຳບໍ່ທັນໄວຣັສໂຕໃຫມ່ໆ ດັ່ງນັ້ນຖ້າບໍ່ຢາກໃຫ້ເຄື່ອງເຮົາຕິດໄວຣັສກໍຕ້ອງໝັ່ນອັບເດດໂປຣແກຣມຢູ່ຕະຫຼອດ ເພື່ອເປັນການປ້ອງກັນການຕິດໄວຣັສ ຫາກບໍ່ຕ້ອງການອັບເດດຕະຫຼອດ ກໍຄວນຕັ້ງເວລາສະແກນອັດຕະໂນມັດເລີຍຈະດີກວ່າ

3.ບໍ່ຢາກເສຍເວລາສະແກນເຄື່ອງ
ຄົນ ສ່ວນຫຼາຍບໍ່ມັກສະແກນເຄື່ອງ ເພາະຢ້ານເສຍເວລາ ແຕ່ຢ່າລືມວ່າຖ້າເຄື່ອງເຮົາມີໄວຣັສເຂົ້າຈະຍິ່ງເສຍເວລາຫຼາຍກວ່າເກົ່າ ເພາະເຮົາຕ້ອງມາຟໍແມັດຫຼືລົງ Windows ໃໝ່ ເຮັດໃຫ້ເສຍເວລາກວ່າຈະໄດ້ໃຊ້ງານເປັນປົກກະຕິຄືເກົ່າ ດັ່ງນັ້ນ ເຮົາກໍຄວນຈະສະແກນເຄື່ອງຕະຫຼອດເດີ້

4.ບໍ່ກ້າອັບເດດໂປຣແກຣມ
ບາງ ທ່ານອາດນຳໂປຣແກຣມສະແກນໄວຣັສປອມມາໃຊ້ ເຮັດໃຫ້ຢ້ານຈົນບໍ່ກ້າອັບເດດໂປຣແກຣມ ຈຶ່ງເຮັດໃຫ້ໂປຣແກຣມທີ່ມີຢູ່ນັ້ນບໍ່ມີຄ່າ ເຖິງມີໄວ້ກໍບໍ່ສາມາດສະແກນໄວຣັສໂຕໃຫມ່ໆ ໄດ້ ດັ່ງນັ້ນຄວນຈະຫາຊື້ໂປຣແກຣມສະແກນໄວຣັສທີ່ລາຄາບໍ່ແພງຫຼາຍມາໃຊ້ ເພື່ອໃຫ້ເຄື່ອງເຮົາບໍ່ຕິດໄວຣັສ (ແຕ່ວ່າປະເທດລາວເຮົາມັກນິຍົມຂອງປອມຫຼາຍ)

5.ມັກຂອງຟຣີ
ຄົນທີ່ມັກໂຫຼດໂປຣແກຣມຕ່າງໆ ມາໃຊ້ເອງທີ່ມັກດາວໂຫຼດຕາມ Bit Torrent ຫາກຄົນທີ່ເອົາໄຟຣມາປ່ອຍບໍ່ໄດ້ສະແກນກ່ອນຫຼືເອົາໄຟຣແຄັກມາໃຫ້ ເປັນເວີຊັ່ນເຕັມອາດຈະມີ Spyware ກໍໄດ້ ດັ່ງນັ້ນເມື່ອໂຫຼດມາແລ້ວກໍຄວນສະແກນກ່ອນເດີ້

6.ເປີດອ່ານອີເມວບໍ່ເລືອກ
ສຳລັບ ບາງຄົນທີ່ມັກເປີດອ່ານອີເມວບໍ່ເລືອກ ໂດຍບໍ່ເບິ່ງໃຫ້ດີກ່ອນວ່າສົ່ງມາຈາກໃສ ເຖິງວ່າອີເມວນັ້ນຖືກສົ່ງມາຈາກໝູ່ຂອງທ່ານເຂົາອາດຈະບໍ່ໄດ້ສົ່ງຫຼືສົ່ງມາແບບບໍ່ ຮູ້ໂຕ ເນື່ອງຈາກເຄື່ອງຂອງເຫຍື່ອໄວຣັສນັ້ນໄດ້ສັ່ງໂປຣແກຣມໃຫ້ໂຕເອງສົ່ງເມວແຜ່ກະຈາຍ ໄປຫາຜູ້ທີ່ມີລາຍຊື່ໃນ Address Book ແຕ່ກໍມີຂໍ້ສັງເກດ ໂດຍສ່ວນຫຼາຍຈະເປັນ Re:… ສົ່ງມາໃຫ້ເຮົາໂດຍທີ່ເຮົາບໍ່ໄດ້ສົ່ງເມວໄປເລີຍ

7.ສຽບ Flash Drive ບໍ່ເລືອກ
ສ່ວນໃຫຍ່ຈະຕາມສຳນັກງານ ຫຼືນັກສຶກສາ ເພາະຈະມັກຈັບ Flash Drive ໝູ່ໄປບັນທຶກງານ ພໍໃຊ້ງານແລ້ວບໍ່ມັກສະແກນໄວຣັສ ເຮັດໃຫ້ຕິດໄວຣັສໄດ້ງ່າຍ

8.ມັກເຂົ້າເວັບໂປ້ຫຼືເບິ່ງຮູບໂປ້
ຄົນ ສ່ວນຫຼາຍຈະມັກເບິ່ງຮູບໂປ້ ຫຼືຮູບໂປ້ຈະມີຕາມເວັບທົ່ວໆໄປ ຕົວະໃຫ້ເຂົ້າໄປເບິ່ງເຊິ່ງເວັບເຫຼົ່ານັ້ນຈະມີໄວຣັສຫຼາກຫຼາຍ ໂດຍສັງເກດໄດ້ງ່າຍໆ ຄືເມື່ອເຂົ້າໄປແລ້ວຈະໃຫ້ຕິດຕັ້ງໂປຣແກຣມບາງຢ່າງ ດັ່ງນັ້ນເມື່ອເຂົ້າເວັບກໍຄວນເບິ່ງໃຫ້ດີໆ

9.ອ່ານຫຼືແປບໍ່ອອກ
ນີ້ ອີກແບບໜຶ່ງທີ່ຄົນສ່ວນຫຼາຍເປັນ ເມື່ອອ່ານບໍ່ອອກກໍຈະກົດເມື່ອມີຂໍ້ຄວາມຫຼືໄຟຣຕ່າງໆ ຂື້ນມາ ຄວນບໍ່ໃຫ້ກົດຂໍ້ຄວາມທີ່ອ່ານບໍ່ອອກຫຼືບໍ່ຄຸ້ນເຄີຍ

ໂອ້ສຸດຍອດເລີຍຄັນບໍ່ເຮັດຕາມນີ້ໄດ້ໝົດຄົງຈະບໍ່ມີໄວຮັສ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...