spot_img
Homeຍ້ອງຍໍຄົນດີເດັ່ນຄອບຄົວ ທ່ານ ກິແກ້ວ ບໍອ່ອນລີ ປູກຜັກປອດສານພິດເປັນສິນຄ້າ ຫຼຸດພົ້ນຄວາມທຸກຍາກ

ຄອບຄົວ ທ່ານ ກິແກ້ວ ບໍອ່ອນລີ ປູກຜັກປອດສານພິດເປັນສິນຄ້າ ຫຼຸດພົ້ນຄວາມທຸກຍາກ

Published on

ປະຈຸບັນການແກ້ໄຂຄວາມທຸກຍາກ ຕິດພັນກັບການພັດທະນາ ພວມເປັນບັນຫາທີ່ພົ້ນເດັ່ນຢູ່ໃນສັງຄົມ

ເຊຶ່ງປະຊາຊົນສ່ວນຫຼວງຫຼາຍ ແມ່ນມີຄວາມຊາບຊຶມຕໍ່ແນວທາງນະໂຍບາຍຂອງພັກ – ລັດ ຮູ້ຈັກໝູນໃຊ້

ເຕັກນິກວິທະຍາສາດ, ວິທະຍາການເຂົ້າໃນການຜະລິດ, ເຮັດໃຫ້ຄອບຄົວມີລາຍຮັບນັບມື້ນັບເພີ່ມຂຶ້ນ,

ການສ້າງເສດຖະກິດຄອບຄົວ ມີຫຼາຍຮູບແບບ ແລະ ຫຼາຍຂະໜາດ, ຫຼາຍວິທີຊຶ່ງອີງໃສ່ຄວາມຮູ້ຄວາມສາ

ມາດ, ເງື່ອນໄຂສະພາບແວດລ້ອມ ແລະ ທຶນຮອນຕົວຈິງຊາວກະສິກອນ ໂດຍທົ່ວໄປແລ້ວ ແມ່ນສຸມໃສ່

ການຜະລິດກະສິກຳເປັນຕົ້ນຕໍ ແລະ ຫຼາຍຄອບຄົວໄດ້ກາຍເປັນຄອບຄົວຕົວແບບ ໃນການສ້າງເສດຖະກິດ

ຄອບຄົວ ຊຶ່ງເປັນຕົວແບບໃນການປູກພືດຜັກປອດສານພິດ ເພື່ອເປັນອາຊີບເສີມເພີ່ມລາຍຮັບແກ່ຄອບ

ຄົວ ລາຍລະອຽດນັ້ນ ທ່ານ ກິແກ້ວ ບໍອ່ອນລີ ປະຊາຊົນບ້ານດົງຂະຍູງທີ່ຂຶ້ນກັບກຸ່ມບ້ານທີ 6 ຂອງເມືອງໄຊພູ

ທອງແຂວງສະຫວັນນະເຂດ ຊຶ່ງແມ່ນຄອບຄົວໜຶ່ງທີ່ປະສົບຜົນສຳເລັດ ໃນການສ້າງເສດຖະກິດຄອບຄົວ

ດ້ວຍການປູກຜັກອິນຊີ.

 

ທ່ານ ກິແກ້ວ ບໍອ່ອນລີ ປະຈຸບັນມີອາຍຸ 47 ປີ ໄດ້ສ້າງຄອບຄົວກັບ ນາງ ຈັນຫອມ ອາ ຍຸ 45 ປີ, ມີລູກນຳກັນ

4 ຄົນ, ຍິງ 1 ຄົນ, ຜ່ານການດຳລົງຊີວິດ ທີ່ອາໄສແຕ່ເຮັດນາພຽງ 2,7 ເຮັກຕາ ຜົນຜະລິດທັງໝົດ 6,9 ໂຕນ,

ຕົ້ນຕໍແມ່ນປູກຜັກຫອມປົນ, ຫອມບົ່ວ ແລະ ຫອມປ້ອມ ເພາະຜັກຈຳພວກນີ້ປູກງ່າຍ, ໃຫຍ່ໄວ ແລະ ໄດ້ຮັບ

ຜົນດີກວ່າຜັກຊະນິດອື່ນໆ, ມີຈຳນວນ 2 ເຮືອນຮົ່ມ, ເຮືອນຮົ່ມໜຶ່ງມີ 4 ໜານ.

 

1-6

 

ນອກນັ້ນ, ກໍຍັງໄດ້ລ້ຽງສັດປະເພດງົວມີ 17 ໂຕ, ໝູ 6 ໂຕ, ສັດປີກ 53 ໂຕ ແລະ ເປັດ 35 ໂຕ ເປັນອາຊີບເລັກ

ນ້ອຍ ເພື່ອຄ້ຳປະກັນຄອບຄົວ ເປັນໄລຍະເວລາຫຼາຍປີພໍສົມຄວນ ໂດຍນຳໃຊ້ທຶນປະມານ 1.242.000 ກີບ

ເພື່ອຊື້ແນວພັນ, ຝຸ່ນ ແລະ ຄ່າໄຟຟ້າ ເວລາໂປ່ມນ້ຳຂຶ້ນຫົດຜັກ. ສຳລັບການປູກແມ່ນແບ່ງເປັນງວດ, ປີໜຶ່ງ

ປູກໄດ້ປະມານ 8-9 ງວດ ແຕ່ລະງວດໃຊ້ເວລາປະ ມານ 3-4 ອາທິດ ຈຶ່ງສາມາດຂາຍໄດ້ສ່ວນບ່ອນຈຳໜ່າຍ

ແມ່ນສົ່ງໃຫ້ແມ່ຄ້າຢູ່ຕະຫຼາດ ໂດຍຂາຍເປັນກິໂລ, ໃນນັ້ນ ຜັກຫອມບົ່ວ 10 ພັນກີບຕໍ່ກິ ໂລ, ສະເລ່ຍລາຍຮັບ

ຈາກການຂາຍພືດຜັກໃນແຕ່ລະປີໄດ້ປະມານ 14.400.000 ກີບ ນອກນີ້ຍັງໄດ້ລ້ຽງເປັດ, ໄກ່ ຕື່ມອີກ ຊຶ່ງແຕ່

ລະປີມີລາຍຮັບຈາກການຂາຍເປັດ ແລະ ໄກ່, ງົວ ແລະ ໝູ ແລະ ຂາຍປາ, ສັງລວມແລ້ວປີໜຶ່ງຄອບຄົວມີລາຍ

ຮັບປະມານ 61.470.000 ກີບ. ເຫັນວ່າຊີວິດການເປັນຢູ່ຂອງຄອບຄົວ ໄດ້ຮັບການພັດທະນາ.

 

ເມື່ອເປັນຄືແນວນັ້ນ, ມາຮອດປີ 2009 ເປັນຕົ້ນມາ ທ່ານ ກິແກ້ວ ຈຶ່ງໄດ້ປຶກສາກັບຄອບຄົວເພື່ອຊອກຫາ

ຊ່ອງທາງໃນການສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ, ພາຍຫຼັງໄດ້ປຶກສາຫາລືກັນແລ້ວ ກໍໄດ້ຕົກລົງເປັນເອກະ

ພາບກັນ ຫັນເອົາການຜະລິດແບບທຳມະຊາດ ໄປສູ່ການຜະລິດເປັນສິນຄ້າຄື: ການປູກຜັກປອດສານພິດ

ໂດຍສຸມໃສ່ການລ້ຽງສັດ ຕິດພັນກັບການເຮັດນາ, ຊຶ່ງຜ່ານມາ ທ່ານ ກິແກ້ວ ເຄີຍມີປະສົບການໃນການປູກ

ຜັກອິນຊີ ດັ່ງນັ້ນຈຶ່ງໄດ້ຕັດສີນໃຈລົງທຶນ ເຂົ້າໃນການປູກຜັກປອດສານພິດ ເພື່ອເປັນການປະຢັດລາຍຈ່າຍ

ໃນເບື້ອງຕົ້ນ ທ່ານ ກິແກ້ວ ໄດ້ໃຊ້ທຶນຕົນເອງເຂົ້າໃນການປູກຜັກທັງໝົດ 1.242.000 ກີບ.

 
ຈາກຄວາມບຸກບືນສູ້ຊົນ, ມີຄວາມຕັດສີນໃຈສູງ, ກ້າໄດ້ກ້າເສຍຕໍ່ການສ້າງເສດຖະກິດຄອບຄົວ, ມີຄວາມສາ

ມັກຄີເປັນເອກະພາບ ບວກກັບຄວາມດຸໝັ່ນຂະຫຍັນພຽນ ຈຶ່ງເຮັດໃຫ້ຄອບຄົວຂອງ ທ່ານ ກິແກ້ວ ຫຼຸຸດພົ້ນ

ອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ຖາວອນ, ມີເຄື່ອງໃຊ້ພາຍໃນຄອບຄົວຄົບຊຸດ, ມີເງິນສົ່ງລູກໄດ້

ສຶກສາຮ່ຳຮຽນ ແລະ ມີທຶນໝູນວຽນ ແລະ ມີເງິນສະສົມ.

 

ຈາກຄວາມ ສຳເລັດໃນການສ້າງເສດຖະກິດຄອບຄົວ, ເຮັດໃຫ້ຄອບຄົວທ່ານ ກິແກ້ວ ກາຍເປັນແບບຢ່າງທີ່ດີ

ໃຫ້ແກ່ປະຊາຊົນຊາວບ້ານດົງຂະຍູງ ແລະ ໄດ້ຖືກຄັດເລືອກເປັນຄອບຄົວຕົວແບບໃນການຜະລິດເປັນສິນຄ້າ

ເພື່ອຈະໄດ້ພ້ອມກັນພັດທະນາຊີວິດການເປັນຢູ່ໃຫ້ ໄດ້ກິນອີ່ມນຸ່ງອຸ່ນ ແລະ ຮັ່ງມີໃນຕໍ່ໜ້າ.

 

 
ໂດຍ: ພັນທະມິດ ວົງສຸທິ ຈາກໜັງສືພິມປະຊາຊົນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...