spot_img
Homeຂ່າວຕ່າງປະເທດຄອງໂກພົບເຊື້ອໂຣກ X ຄາດວ່າມີຄວາມຮຸນແຮງຫຼາຍກວ່າໂຄວິດ-19.

ຄອງໂກພົບເຊື້ອໂຣກ X ຄາດວ່າມີຄວາມຮຸນແຮງຫຼາຍກວ່າໂຄວິດ-19.

Published on

ເມື່ອວັນທີ 4 ມັງກອນ 2021 ເວັບໄຊຂ່າວເດລີນິວສ໌ ລາຍງານວ່າ ມະນຸດອາດໄດ້ປະເຊີນໜ້າກັນໂຣກປິດສະໜາຊະນິດໃໝ່ທີ່ມີຊື່ວ່າ Disease X ຫຼື ເຊື້ອໂຣກ X ປະເທດຄອງໂກ ທີ່ເຊື່ອວ່າມີການແຜ່ລະບາດໄດ້ໄວເທົ່າກັບໄວຣັສໂຄໂຣນາ ແລະ ຮ້າຍແຮງເທົ່າກັບເຊື້ອອີໂບລາ ທີ່ມີອັດຕາການສ່ຽງສູງເຖິງ 50-90% ແລະ ໂຣກປິດສະໜານີ້ສາມາດແຜ່ໄດ້ໄວ ແລະ ອາດມີຄວາມຮຸນແຮງຫຼາຍກວ່າໂຄວິດ-19.

ທັງນີ້, ມີລາຍງານວ່າ ພົບໄວຣັສຕົວໃໝ່ໃນປ່າເຂດຮ້ອນໃນທະວີບແອຟຣິກາ ໂດຍພົບຜູ້ປ່ວຍເປັນເພດຍິງ 1 ຄົນ ໃນພື້ນທີ່ຊົນນະບົດຂອງປະເທດຄອງໂກ ເຊິ່ງຜູ້ຕິດເຊື້ອມີອາການປ່ວຍເບື້ອງຕົ້ນຂອງໂຣກໄຂ້ເລືອດອອກ ເຊິ່ງຜູ້ປ່ວຍດັ່ງກ່າວໄດ້ກວດຫາເຊື້ອອີໂບລາແລ້ວ ແຕ່ຜົນເປັນລົບເຮັດໃຫ້ເກີດຄຳຖາມເຖິງການເກີດໂຣກ ທາງຄະນະແພດໄດ້ມີຄວາມກັງວົນວ່າຜູ້ປ່ວຍລາຍນີ້ຈະເປັນຜູ້ປ່ວຍໝາຍເລກ 0 ຂອງເຊື້ອໂຣກໃໝ່.

ທາງດ້ານອົງການອານາໄມໂລກດ້ໃຫ້ຄວາມສຳຄັນກັບໂຣກ Disease X ໃຫ້ເປັນ 1 ໃນ 9 ໂຣກທີ່ຢູ່ໃນບັນຊີທີ່ຈະຕ້ອງມີການຄົ້ນຄວ້າ ແລະ ສຶກສາເພີ່ມເຕີມ ເນື່ອງຈາກເປັນໂຣກທີ່ເປັນໄພຄຸກຄາມຕໍ່ລະບົບສາທາລະນະສຸກ ແລະ ມີແນວໂນ້ມເປັນໂຣກລະບາດຫາກບໍ່ມີມາດຕະການຮັບມືປ້ອງກັນທີ່ພຽງພໍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...