ຄວາມໝາຍຂອງຄຳວ່າ “ລາວ”

ຜ່ານ­ມາໄດ້­ມີນັກ­ຂຽນຫລາຍທ່ານ ໃຫ້ຄວາມເຫັນກ່ຽວກັບ ຄໍາວ່າ “ລາວ” ໄວ້ຫລາຍຢ່າງແຕກຕ່າງ­ກັນ ເຊັ່ນ:

1. ຄໍາວ່າ “ລາວ” ພ້ຽນ­ມາ­ຈາກ­ຄໍາວ່າ “ລວງ” ຊຶ່ງແປວ່າ ນາກ, ພະ­ຍານາກ. ເຫດ­ຜົນແມ່ນຍ້ອນວ່າ ຄົນ­ລາວນັບ­ຖືນາກ
ເປັນ­ສັດ­ສັກ­ສິດ ປະ­ຈໍາເຜົ່າ­ຂອງ­ຕົນ ດັ່ງ­ທີ່­ປາກົດ­ຢູ່ໃນ­ຮູບແຕ້ມ, ຮູບ­ຄວັດຕ່າງໆ­ ຕາມ­ວັດ­ວາອາ­ຮາມ ລ້ວນແຕ່­ມີ
ຮູບ­ນາກ, ພະ­ຍານາກ ປາກົດ­ຢູ່ ໂດຍສະ­ເພາະ­ແມ່ນ ຂັ້ນໄດ­ສິມ, ວົງປະ­ຕູສິມ, ແຂນ­ນາງ­ສິ່ງ­ກໍ່ສ້າງຕ່າງໆ­ທີ່ກ່ຽວກັບ
ສາ­ສະ­ໜາ­ພຸດ ເພີ່ນ­ກໍໄດ້ເຮັດ­ຮູບ­ນາກໃສ່ ແມ່ນແຕ່­ລາຍຜ້າ, ແຜ່ນແພ ກໍນິຍົມເຮັດເປັນ­ຮູບ­ນາກ.

NagaCities013

2. ຄໍາວ່າ “ລາວ” ພ້ຽນ­ມາ­ຈາກ­ຄໍາວ່າ “ລາວຸ” ຊຶ່ງເປັນ­ຄໍາ­ສັບ­ພາ­ສາບາ­ລີ ແປວ່າ ໝາກນ້ໍາເຕົ້າ. ເຫດ­ຜົນຍ້ອນວ່າ ໃນ
ນິທານ­ຂຸນ­ບູລົມ­ນັ້ນ ເພິ່ນໄດ້ກ່າວວ່າ ພະ­ຍາແຖນໄດ້ປະ­ທານ ໝາກນ້ໍາເຕົ້າ­ປຸງ­ມາໃຫ້ແກ່­ຂຸນ­ບູລົມ ເພື່ອໃຫ້­ມີຄົນ,
ມີສັດ, ພືດ­ພັນ­ທັນ­ຍາ­ຫານ ເຄື່ອງໃຊ້ສອຍຕ່າງໆ­ ມາໄວ້ໃຊ້ສອຍ ໃນເວລາ­ທີ່­ຂຸນ­ບູລົມ ລົງ­ມາ­ຈາກເມືອງແຖນ
(ສວງສະ­ຫວັນ) ເພື່ອມາ­ຢູ່­ສືບສ້າງໃນເມືອງ­ລຸ່ມ ຄືໂລກມະ­ນຸດເຮົານີ້ເອງ.

 

cul_24
3. ຄໍາວ່າ “ລາວ” ພ້ຽນ­ມາ­ຈາກ­ຄໍາວ່າ “ດາວ” ລວມ­ທັງ­ດວງ­ຕາເວັນ ແລະ­ ດວງເດືອນ, ດວງ­ດາວຕ່າງໆ­.
ເຫດ­ຜົນແມ່ນເນື່ອງ­ມາ­ຈາກ ຄົນ­ລາວບູຮານ ມີຄວາມເຊື່ອຖືກ່ຽວກັບແຖນ ຫລື ສະ­ຫວັນ ຈົນ­ກາຍເປັນ
ນິທານພະ­ຍາແຖນ ປະ­ຈໍາເຜົ່າ­ຂອງ­ຕົນ ທີ່­ມີການ­ບອກເລົ່າ­ຕໍ່ໆ­ກັນ­ມາ ແບບ­ປາກ­ຕໍ່­ປາກ ກ່ອນ­ທີ່­ມີການແຕ່ງ­ປຶ້ມ
“ພື້ນ­ຂຸນ­ບູລົມ”ໃນສະ­ໄໝພຣະ­ເຈົ້າວິຊຸລະ­ຣາດ ເປັນກະ­ສັດ­ປົກ­ຄອງ­ອານາ­ຈັກ­ລາວລ້ານຊ້າງ(ຄ.ສ.1500-1520).
ນິທານພະ­ຍາແຖນ ມີເນື້ອໃນໂດຍຫຍໍ້­ດັ່ງ­ນີ້: ດົນ­ນານ­ມາແລ້ວ ເມື່ອມີໜ່ວຍໂລກເກີດ­ຂຶ້ນ­ມາ ຍັງ­ບໍ່­ທັນ­ມີຄົນ­ຢູ່­ອາໄສ
ພະ­ຍາແຖນ(ເຈົ້າແຫ່ງ­ສວງສະ­ຫວັນ) ໄດ້ແຕ່ງໃຫ້ແຖນ­ຈໍານວນ­ໜຶ່ງ ລົງ­ມາ­ຢູ່­ສືບສ້າງ­ຢູ່ໃນໂລກໃໝ່ ທີ່ເອີ້ນວ່າເມືອງ­ລຸ່ມ
ຄູ່­ກັບເມືອງ­ບົນ ຫລື ເມືອງຟ້າ ເມືອງແຖນ. ໂດຍ­ປົກກະ­ຕິແລ້ວ ແຖນ­ທັງຫລາຍ ມີຮ່າງ­ກາຍເປັນ­ທິບ(ບໍ່­ສາມາດ­ມອງເຫັນໄດ້
ດ້ວຍ­ຕາເປົ່າ ຫລື ຕາ­ຂອງ­ຄົນ­ທໍາມະ­ດາ­ສາມັນ, ຜູ້ທີ່­ມີຕາ­ທິບ­ຈຶ່ງ­ສາມາດ­ມອງເຫັນ), ກິນ­ອາ­ຫານ­ທິບ, ຢູ່­ວິມານ­ທິບ, ມີຊີວິດ
ເປັນອະ­ມະ­ຕະ­ ມີຄວາມ­ສຸກ­ສັນ­ຊົ່ວນິຣັນ­ດອນ. ເມື່ອແຖນ­ຊຸມ­ທີ່­ຖືກ­ສົ່ງ(ແຕ່ງ)ມາ­ຢູ່­ສືບສ້າງໃນເມືອງ­ລຸ່ມ­ນັ້ນ ລົງ­ມາເຖິງເມືອງ­ລຸ່ມ
ແລ້ວ ຮ່າງ­ກາຍ­ທີ່ເປັນ­ທິບ­ນັ້ນ ກໍໄດ້ປ່ຽນສະ­ພາບໄປ ກາຍເປັນຮ່າງ­ກາຍ­ຂອງ­ຄົນ­ທໍາມະ­ດາ ທີ່ປະ­ກອບດ້ວຍ­ທາດ­ສີ່,
ຂັນຫ້າ (ທາດ­ສີ່ ໄດ້ແກ່: ດິນ, ນ້ໍາ, ໄຟ, ລົມ; ຂັນຫ້າໄດ້ແກ່: ຮູບ, ເວທະ­ນາ, ສັນ­ຍາ, ສັງ­ຂານ, ວິນ­ຍານ).
ໃນເບື້ອງ­ຕົ້ນ­ນັ້ນ ພະ­ຍາແຖນໄດ້ເນຣະ­ມິດ(ປະ­ດິດສ້າງ­ຂຶ້ນດ້ວຍ­ລິດເດດ) ໃຫ້­ມີເຄືອເຂົາກາດ ເຊື່ອມ­ຕໍ່ລະ­ຫວ່າງ
ເມືອງແຖນ ແລະ­ເມືອງ­ຄົນ(ເມືອງ­ລຸ່ມ) ເພື່ອໃຫ້­ຄົນໄຕ່ເຄືອເຂົາກາດ­ຂຶ້ນໄປເມືອງແຖນໄດ້ ໃນເວລາມີຄວາມເດືອດຮ້ອນ
ເພື່ອຂໍຄວາມຊ່ວຍເຫລືອຈາກພະ­ຍາແຖນ ເຊັ່ນ ຕົວຢ່າງ ໃນ­ກາ­ລະ­ຄັ້ງ­ໜຶ່ງ ເກີດໄພແຫ້ງແລ້ງ­ຍາວນານເຖິງ 7 ປີ ພວກ
ມະ­ນຸດ­ທັງຫລາຍໃນເມືອງ­ລຸ່ມ ເກີດ­ຄວາມເດືອດຮ້ອນ ຂາດເຂີນສະ­ບຽງ­ອາ­ຫານ, ບັນ­ດາ­ພືດ­ພັນ­ທັນ­ຍາ­ຫານ­ທັງຫລາຍໄດ້­ຕາຍໄປ.
ພວກມະ­ນຸດໄດ້ແຕ່ງໃຫ້ ປູ່ເຍີ ຍ່າເຍີ ໄຕ່ເຄືອເຂົາກາດ­ຂຶ້ນໄປເມືອງແຖນ ເພື່ອຂໍຄວາມຊ່ວຍເຫລືອຈາກພະ­ຍາແຖນ. ພະ­ຍາແຖນ
ໄດ້ປະ­ທານແນວເຂົ້າ­ປູກ,ແນວພືດ­ພັນ­ທັນ­ຍາ­ຫານຕ່າງໆ­ໃຫ້ແກ່ມະ­ນຸດ ເພື່ອເອົາ­ລົງ­ມາ­ປູກ­ທໍາມາ­ຫາກິນ­ຕໍ່ໄປ. ພ້ອມ­ກັນ­ນັ້ນ
ພີ ຝົນ­ຕົກ­ຕາມລະ­ດູການ. ພວກມະ­ນຸດ­ທັງຫລາຍ­ກໍໄດ້ເຮັດໄຮ່ ເຮັດ­ນາ ມີເຂົ້າ­ປາອາ­ຫານ­ອຸດົມ­ສົມ­ບູນ
ຢູ່ເຢັນເປັນ­ສຸກຕະ­ຫລອດ­ມາ.ແຕ່ວ່າໄດ້­ມີກຸ່ມ­ຄົນ­ບໍ່­ດີຈໍານວນ­ໜຶ່ງ ມີນິໄສຂີ້­ຄານ­ມັກງ່າຍ ບໍ່­ຢາກ­ອອກແຮງ­ງານ­ທໍາມາ­ຫາກິນ
ມີແຕ່­ທຽວໄປຂໍຄວາມຊ່ວຍເຫລືອຈາກພະ­ຍາແຖນ­ຢູ່ເລື້ອຍໆ­ເກີນ­ຄວາມ­ຈໍາເປັນ, ພະ­ຍາແຖນ­ຈຶ່ງ­ສັ່ງໃຫ້­ຕັດເຄືອເຂົາກາດ­ຖິ້ມເສຍ.
ແຕ່­ນັ້ນ­ມາ ມະ­ນຸດເຮົາກໍບໍ່ສາມາດ­ຂຶ້ນໄປເມືອງແຖນໄດ້­ອີກ ຫາກຕ້ອງ­ການ­ຂໍຄວາມຊ່ວຍເຫລືອຈາກພະ­ຍາແຖນ ກໍພາກັນປະ­ກອບ
ພິທີໄຫວ້ວອນ­ຢູ່ເມືອງ­ລຸ່ມໂດຍເຊື່ອວ່າ ພະ­ຍາແຖນຈະ­ຫລິງເຫັນ ແລະ­ຮູ້­ຈັກ­ການໄຫວ້ວອນ­ຂອງມະ­ນຸດ ແລ້ວບັນ­ດານໃຫ້ໄດ້­ດັ່ງ­ທີ່
ປາ­ຖະ­ໜາ. ພວກມະ­ນຸດ ຍັງ­ມີຄວາມເຊື່ອກັນວ່າ ຫາກ­ຕົນໄດ້ສ້າງ­ຄຸນ­ງາມ­ຄວາມ­ດີໄວ້ຫລາຍ, ລະ­ເວັ້ນ­ຄວາມ­ຊົ່ວຮ້າຍ­ທັງ­ປວງ
ໃນເວລາມີຊີວິດ­ຢູ່, ເມື່ອຕາຍໄປແລ້ວ ກໍຈະ­ໄດ້­ກັບໄປເກີດເປັນເທບ­ຢູ່ໃນ­ສວງສະ­ຫວັນ(ເມືອງແຖນ)ອີກ, ໄດ້ຮ່າງ­ກາຍເປັນ­ທິບ­ຄືນ.

382909d16b4b15f22f7237a562bba925

4. ຜຂ ເຫັນວ່າ­ຄໍາວ່າ “ລາວ” ພ້ຽນ­ມາ­ຈາກ­ຄໍາວ່າ “ດາວ” ຕາມ­ທີ່ກ່າວໄວ້ໃນ­ຂໍ້ 3 ນັ້ນ ມີຄວາມໜ້າເຊື່ອຖືຫລາຍ­ກວ່າ ຂໍ້­ອື່ນໆ­ ເພາະ­ວ່າ
ມີຮ່ອງ­ຮອຍ­ທາງປະ­ຫວັດ­ສາດ­ຢັ້ງ­ຢືນຫລວງຫລາຍ ທັງ­ທີ່ເປັນ­ວັດ­ຖຸ ແລະ­ຈິນຕະ­ນາການ(ນິທານຕ່າງໆ­, ຮີດ­ຄອງປະ­ເພນີຕ່າງໆ­).
ຫລັກ­ຖານ­ທາງດ້ານ­ວັດ­ຖຸ ກ່ຽວກັບ­ການ­ນັບ­ຖືແຖນ­ມີຫລວງຫລາຍ ກະ­ຈາຍ­ຢູ່­ທົ່ວແຫລມ­ສຸວັນນະ­ພູມ ເຊັ່ນ ຫີນ­ດາວທີ່­ພູເຂົ້າ­ລີບ,
ພູສາມ­ສຸມ, ພູປາກເກີ(ຄ້າຍທະ­ຫານເກົ່າ­ຝຣັ່ງ) ຢູ່ແຂວງຫລວງພຣະ­ບາງ, ໄຫຫີນ­ດາວ ທີ່­ຄົ້ນ­ພົບ­ຢູ່ຫລຸມ­ຝັງ­ສົບ­ຄົນ­ບູຮານບ້ານ­ຊຽງ
(ອຸດອນ­ທານີ, ໄທ), ຮູບແຕ້ມ­ຄົນແຫ່ຄ້ອງ­ບັ້ງປະ­ກອບ­ພິທີໄຫວ້ແຖນ ຢູ່­ຜາ­ລາຍ ພູຫົວ (ຫົວຊານ) ແຂວງ­ກ­ວາງ­ຊີ ສປ ຈີນ.
ຮູບແຕ້ມ­ຄົນແຫ່ຄ້ອງ­ບັ້ງໄຫວ້ແຖນ ຢູ່ຖ້ໍາ­ຕາດ້ວງ, ຈັງ­ຫວັດ­ການຈະ­ນະ­ບຸຣີ, ໄທ. ນອກ­ຈາກ­ນີ້­ຍັງ­ມີຮູບ­ດາວໃຫຍ່ (ດວງ­ຕາເວັນ)
ຢູ່ໜ້າ­ຄ້ອງ­ບັ້ງ ທີ່­ຄົນ­ລາວບູຮານປະ­ດິດສ້າງ­ຂຶ້ນ ເພື່ອປະ­ກອບ­ພິທີໄຫວ້ແຖນ.
ພາ­ສາເວົ້າ­ຂອງ­ຄົນ­ລາວ ໃນທ້ອງ­ຖິ່ນຕ່າງໆ­ ກໍຢັ້ງ­ຢືນໃຫ້ເຫັນໄດ້ຈະ­ແຈ້ງ ຄື ຄົນເຜົ່າ­ລາວ, ເຊື້ອສາຍ­ລາວ ທີ່­ຢູ່ໃນ
ເຂດ­ພາກເໜືອ ອອກ­ສຽງ ຕົວ “ດ” ເປັນ ຕົວ “ລ” ເຊັ່ນ ດາວ ວ່າ ລາວ, ສີແດງ ວ່າ ສີແລງ, ໄຕແດງ ວ່າ ໄຕແລງ, ແຜ່ນ­ດິນ
ວ່າ ແຜ່ນ­ລິນ ເປັນ­ຕົ້ນ. ໜັງ­ສືປະ­ຫວັດ­ສາດ­ຈີນ­ບູຮານຫລາຍສະ­ບັບ ກໍໄດ້­ຢັ້ງ­ຢືນວ່າ ມີຊົນ­ຊາດ “ອ້າຍ­ລາວ” ຢູ່ໃນເຂດ­ຢູນ­ນານ,
ກ­ວາງ­ຊີ (ໜັງ­ສືບູຮານ­ຈີນ ບໍ່ໄດ້ກ່າວເຖິງ ຊົນ­ຊາດໄຕ ຫລື ໄທ, ມີແຕ່­ໝໍສອນ­ສາ­ສະ­ໜາອາເມ­ຣິກາ ຊື່ວ່າ ວິລຽມ ຄລິບ­ຕັນ ດອດ
(William Clifton Dodd) ຂຽນ­ປຶ້ມກ່ຽວກັບ­ຊົນ­ຊາດໄທ(The Thai Race) ໃນ­ປີ ຄ.ສ.1921, ແຕ່­ນັ້ນ­ມາ ຈຶ່ງ­ມີຄໍາວ່າ
ຊົນ­ຊາດໄທ ຫລື ໄຕ ເກີດ­ຂຶ້ນ­ມາ). ໜັງ­ສືປະ­ຫວັດ­ສາດ ຊົນ­ຊາດຈ້ວງ ເຂດ­ປົກ­ຄອງ­ຕົນເອງ­ກ­ວາງ­ຊີ ຈ້ວງ ສປ ຈີນ ກໍຢັ້ງ­ຢືນວ່າ
ບັນພະ­ບຸຣຸດ­ຂອງເຂົາເຈົ້າ ມີຊື່ວ່າ “ລາວ” ຫລື “ລຽວ” ແຕ່ຍ້ອນເສິກ­ສົງ­ຄາມ ອານາ­ຈັກ­ລາວຖືກ­ລົ້ມສະ­ລາຍ ຄົນ­ລາວໄດ້ປ່ຽນ­ຊື່
ຂອງ­ຕົນໄປໃຊ້­ຊື່ໃໝ່ ເພື່ອຄວາມ­ປອດໄພຂອງ­ຕົນ ເພາະ­ວ່າ ຊົນ­ຊາດ­ລາວເຄີຍເປັນ­ຊາດມະ­ຫາອໍານາດ­ທີ່­ຍີ່ງໃຫຍ່ ໃນສະ­ໄໝ
ອານາ­ຈັກອ້າຍ­ລາວໜອງແສ, ເຄີຍ­ສູ້­ຮົບ­ຕົບ­ຕີ ກໍາໄຊຊະ­ນະ­ບັນ­ດາ­ປະ­ເທດ­ທີ່­ຢູ່ອ້ອມ. ເມື່ອອານາ­ຈັກອ້າຍ­ລາວໜອງແສ ຖືກ­ລົ້ມ
ສະ­ລາຍ ຊົນ­ຊາດ­ລາວໄດ້ແຕກ­ໜີຈາກ­ຕົວເມືອງ ໄປສູ່ເຂດ­ຊົນນະ­ບົດ ແລະ­ຖືກ­ນໍາກ­ວາດລ້າງແກ້ແຄ້ນ. ດ້ວຍເຫດ­ນີ້ ຄົນ­ລາວ
ທັງຫລາຍ­ຈຶ່ງໄດ້ປ່ຽນ­ຊື່ຂອງ­ ຕົນໄປເອີ້ນ­ຊື່ໃໝ່ ທີ່­ບໍ່­ມີຄໍາວ່າ “ລາວ” ໂດຍເອົາ­ຊື່­ຫົວໜ້າເຜົ່າມາເປັນ­ຊື່ເອີ້ນ ເຊັ່ນ ຊົນ­ຊາດ­ນົງ, ຈ້ວງ,
ບາງ­ກຸ່ມ­ກໍເອີ້ນ­ຊື່­ຕົນ­ຕາມ­ສາຍນ້ຳທີ່­ຕົນ­ອາໄສຢູ່ ເຊັ່ນ ໄຕແດງ(ນ້ຳແດງ) ໄຕດຳ(ນ້ຳດຳ) ໄຕຂາວ(ນ້ຳຂາວ) ໄຕມ້ວຍ(ເມືອງມ້ວຍ)
ໄຕລື້ (ເມືອງ­ລື້) ໄຕຊານ(ພວກ­ຢູ່ເທິງ­ພູ).

pao_thailao
ຢູ່ໃນ­ບາງປະ­ເທດ ກໍມີຄວາມ­ຈົງໃຈຫັນປ່ຽນ­ຄົນເຊື້ອສາຍ­ລາວ ໃຫ້ໄປໃຊ້­ຊື່­ອື່ນ ເພື່ອບິດເບືອນປະ­ຫວັດ­ສາດ ເຊັ່ນ
ຢູ່ຫວຽດ­ນາມໄດ້­ປຸກລະ­ດົມ ໃຫ້­ກຸ່ມ­ຄົນເຊື້ອສາຍ­ລາວ ທີ່­ມີຊື່ໄທ ຫລື ໄຕ ອອກໜ້າ ໃຫ້ເອີ້ນວ່າ “ເຜົ່າໄຕ” ເຊັ່ນ ໄຕດຳ,
ໄຕແດງ, ໄຕຂາວ, ໄຕໝວຍ, ໄຕນ້ຳ…. ໃຫ້­ຫັນ­ມາໃຊ້ຄຳວ່າ “ເຜົ່າໄຕ” ເພື່ອໃຫ້ເປັນເອກະ­ພາບ­ກັນ. ຢູ່ໃນປະ­ເທດໄທ ໄດ້
ອອກຄຳສັ່ງເປັນ­ທາງ­ການ (ຣ.5) ໃຫ້­ຄົນ­ລາວໃນເຂດ­ຝັ່ງ­ຂວາແມ່ນ້ຳຂອງ ໃຫ້ໃຊ້­ຊື່ເປັນໄທ ຫ້າມໃຊ້ຄຳວ່າ “ລາວ”.
ນອກ­ຈາກ­ນີ້ ຍັງ­ຕັ້ງ­ຊື່ເອີ້ນ­ຄົນ­ລາວໃນເຂດ­ທີ່­ອັງ­ກິດ­ປົກ­ຄອງວ່າ “ໄທໃຫຍ່” ແທນຄຳວ່າ ຊານ (Shan) ຫລື ໄຕຊານ,
ຕັ້ງ­ຊື່ເອີ້ນ­ຄົນ­ລາວ ໃນເຂດຝຣັ່ງ­ປົກ­ຄອງວ່າ “ໄທນ້ອຍ”. ດ້ວຍເຫດ­ນີ້ ຊົນ­ຊາດ­ລາວທີ່ເວົ້າ­ພາ­ສາ­ລາວ ທີ່­ມີຈຳນວນ
ຫລວງຫລາຍໃນເມື່ອກ່ອນ ຈຶ່ງ­ມີຊື່ເອີ້ນຫລາຍຢ່າງແຕກຕ່າງ­ກັນໄປ. ມາເຖິງ­ປັດ­ຈຸບັນ ຈຶ່ງ­ຍັງ­ມີແຕ່­ຄົນ­ລາວ ຢູ່ໃນ
ດິນແດນ­ລາວເທົ່ານັ້ນ ທີ່­ສາມາດເອີ້ນ­ຕົນເອງວ່າ “ລາວ”, ຄົນ­ລາວ, ຊາດ­ລາວ, ປະ­ເທດ­ລາວ ຢ່າງເອກອ້າງທະ­ນົງໃຈ
ໃນ­ກຽດ­ສັກ­ສີຂອງ­ຊາດ­ຕົນ.

ຂອບໃຈຂໍ້ມູນດີໆ ໂດຍ: Laowady ຈາກໃບລານ http://www.bailane.com

2 COMMENTS

  1. ຄຳວ່າລາວ ບໍ່ມີມື້ພ້ຽນ ລາວກະຍັງເປັນລາວ
    ເປັນຫຍັງຈິ່ງຄິດຕັ້ງສົມມຸດໃຫ້ລາວພ້ຽນເປັນອັນນັ້ນອັນນີ້ແທ້
    ລາວກະຄືລາວ ນິລະ

  2. ມີຄຳເວົ້າອີກນຶ່ງຄຳ ຄຶ ຄຳວ່າລາວ ແມ່ນແຕ່ກ່ອນກີ້ ເພີ່ນເອີ້ນກັນວ່າ ( ລ້າວ) ກ່ອນຈະມາເປັນ ຄຳວ່າລາວ ມັນກະເຫມຶນກັບຄຳທີ່ເພີ່ນຂງນມາຂ້າງເທີງນັ້ນແຫລ

Comments are closed.