spot_img
Homeນານາສາລະຄວາມແຕກຕ່າງລະຫວ່າງ "ນໍ້າມັນແອັດຊັງທຳມະດາ-ນໍ້າມັນແອັດຊັງພິເສດ"

ຄວາມແຕກຕ່າງລະຫວ່າງ “ນໍ້າມັນແອັດຊັງທຳມະດາ-ນໍ້າມັນແອັດຊັງພິເສດ”

Published on

ນໍ້າມັນເຊື້ອໄຟຄືປັດໄຈສຳຄັນໃນການຂັບເຄື່ອນຍານພາຫະນະ ລວມເຖິງເຄື່ອງຈັກທີ່ຮັບໃຊ້ໃນວຽກງານການກະເສດ ປັດຈຸບັນນໍ້າມັນເຊື້ອໄຟທີ່ນຳໃຊ້ໃນປະເທດລາວຈະມີຢູ່ 3 ປະເພດຄື: ນໍ້າມັນກາຊວນ, ນໍ້າມັນແອັດຊັງທຳມະດາ ແລະ ນໍ້າມັນແອັດຊັງພິເສດ.

ນໍ້າມັນແອັດຊັງທຳມະດາ ແລະ ນໍ້າມັນແອັດຊັງ ເຖິງຊື່ຂອງມັນຈະຄ້າຍກັນແຕ່ຄຸນສົມບັດໃນການໃຊ້ງານຂອງມັນກໍ່ມີຈຸດທີ່ແຕກຕ່າງກັນ ໂດຍສະເພາະສີຂອງນໍ້າມັນ, ສ່ວນທາງດ້ານລາຄາແລ້ວ ນໍ້າມັນແອັດຊັງພິເສດຈະແພງກວ່ານໍາມັນແອັດຊັງທຳມະດາ.

ອີງຕາມຂໍ້ມູນຈາກ sites ໃຫ້ຮູ້ວ່າ ນໍ້າມັນແອັດຊັງທຳມະດາ (REGULAR MOTOR GASOLINE) ມີຕົວເລກຈຳນວນ 91 ສີແດງ ເຊິ່ງຈະໃຊ້ງານກັບນໍ້າມັນເຄື່ອງຍົນແອັດຊັງທີ່ມີອັດຕາສ່ວນກຳລັງອັດຕໍ່າກວ່າ 8:1 ເຊິ່ງໄດ້ແກ່: ລົດຍົນຂະໜາດນ້ອຍ, ລົດຈັກ, ເຄື່ອງກົນຈັກຂະໜາດນ້ອຍເຊັ່ນ: ເຄື່ອງປັ່ນໄຟ, ຈັກຕັດຫຍ້າ ຫຼື ປໍ້ານໍ້າຂະໜາດນ້ອຍ.

ນໍ້າມັນແອັດຊັງພິເສດ (PREMIUM MOTOR GASOLINE) ມີຄ່າອອກເທນ 95 ສີເຫຼືອງອ່ອນ ເໝາະສົມກັບເຄື່ອງຍົນທີ່ມີອັດຕາສ່ວນກຳລັງອັດສູງກວ່າ 8:1 ຂຶ້ນໄປ ເຊິ່ງໄດ້ແກ່ລົດຍົນທົ່ວໄປ, ລົດບັນທຸກນ້ອຍ (ເຄື່ອງຍົນແອັດຊັງ)

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...