spot_img
Homeນານາສາລະຄວາມເປັນມາ ຂອງບຸນອອກພັນສາປະວໍລະນາ 1 ໃນ 12 ຮີດ

ຄວາມເປັນມາ ຂອງບຸນອອກພັນສາປະວໍລະນາ 1 ໃນ 12 ຮີດ

Published on

ບຸນອອກພັນສາປະວໍລະນາ ເປັນອີກໜຶ່ງບຸນໃນ 12 ຮີດ ຂອງລາວ ທີ່ຖ່າຍທອດກັນມາແຕ່ເຊັ່ນປູ່ຍ່າຕາຍາຍ ຈົນເຖິງປະຈຸບັນ. ຄຳວ່າ: “ອອກພັນສາ” ໝາຍເຖິງການອອກຈາກເຂດຈຳກັດ (ອອກພັນສາ) ພາຍຫຼັງພະສົງສຳມະເນນໄດ້ເຂົ້າເຂດຈຳກັດ (ຈຳພັນສາ) ເປັນເວລາ 3 ເດືອນ; ສ່ວນຄຳວ່າ: “ປະວໍລະນາ” ຄວາມໝາຍເຖິງການເປີດໂອກາດໃຫ້ກັນ ແລະ ກັນ ໃນການກ່າວຕັກເຕືອນລະຫວ່າງຄະນະສົງດ້ວຍກັນໃນຂໍ້ບົກຜ່ອງ, ຜິດພາດ ຫຼື ລ່ວງລໍ້າ ໃນລະຫວ່າງທີ່ຈຳພັນສາຮ່ວມກັນ ເພື່ອຈະໄດ້ສຳລວມລະວັງ ແລະ ປັບປຸງແກ້ໄຂຕົນເອງໃຫ້ມີຄວາມຈະເລີນຂອງພະທຳວິໄນ ແລະ ຄວາມສຸກໃນການຢູ່ຮ່ວມກັນ.

ບຸນດັ່ງກ່າວ, ຈະຈັດຂຶ້ນ 1 ເທື່ອຂອງທຸກໆປີ ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ໂດຍມີພິທີການສະເຫຼີມສະຫຼອງບຸນອອກພັນສາປະວໍລະນາ ແລະ ໄຫຼເຮືອໄຟ ເຊິ່ງຖືເປັນປາງບຸນໃຫຍ່ ແລະ ສຳຄັນຂອງພຸດທະສາສະໜາ ທີ່ຕິດພັນກັບວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ, ວັນອອກພັນສາຄືວັນສິ້ນສຸດໄລຍະການຈຳພັນສາຂອງພະສົງສໍາມະເນນເປັນເວລາ 3 ເດືອນ ທີ່ຜ່ານມາ ຄືນັບແຕ່ມື້ຂຶ້ນ 15 ຄໍ່າເດືອນແປດ ຈົນເຖິງມື້ຂຶ້ນ 15 ຄໍ່າເດືອນສິບເອັດ (ເຕັມໄຕມາດຕາພໍດີ).

ຕາມການບອກເລົ່າຂອງເຖົ້າແກ່ມາວ່າ: “ວັນອອກພັນສາປະວໍລະນາ ເປັນວັນທີ່ອະນຸຍາດໃຫ້ພະສົງ-ສາມະເນນ ສາມາດເດີນທາງທ່ອງທ່ຽວໄປມາໄດ້ຕາມໃຈ, ເຊິ່ງພະພຸດທະເຈົ້າໄດ້ບັນຢັດໄວ້ຢູ່ໃນພະວິໄນທາງພຸດທະສາສະໜາ ແມ່ນກົດລະບຽບອັນເຄັ່ງຄັດຄຽງຄູ່ກັບລະບຽບ (ພະວິໄນ) ຂໍ້ອື່ນໆທີ່ພະສົງ-ສໍາມະເນນ. ຜູ້ບວດເຂົ້າມາໃນພຸດທະສາສະໜາຕ້ອງຕັ້ງໃຈປະຕິບັດປົກປ້ອງ ແລະ ສົ່ງເສີມພຸດທະສາສະໜາ ໃຫ້ຍືນຍົງຄຽງຄູ່ກັບຄົນລາວ ແລະ ຊາດລາວຕໍ່ໄປ”.

ຕາມທີ່ຊາວລາວເຄີຍປະຕິບັດສືບທອດກັນມາ, ໃນມື້ບຸນອອກພັນສາມີຫລາຍພິທີກຳທີ່ສຳຄັນເປັນຕົ້ນແມ່ນ ໄປເຮັດບຸນໃສ່ບາດ, ຖວາຍສັງຄະທານ ແລະ ເຮັດພາເຂົ້າໄປວັດ ເພື່ອອຸທິດສ່ວນກຸສົນໄປໃຫ້ເຈົ້າກຳນາຍເວນ ແລະ ຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ພ້ອມທັງມີການເຂົ້າວັດປະຕິບັດທຳຟັງທຳມະເທສະໜາ. ນອກຈາກນີ້, ຢູ່ຕາມວັດວາອາຮາມກໍມີການປະດັບປະດາດ້ວຍໂຄມໄຟ, ເຮືອໄຟໂຄກ ຈູດບັ້ງໄຟດອກ ແລະ ໄຫຼເຮືອໄຟໃນຍາມຄ່ຳຄືນຢູ່ຕາມແມ່ນ້ຳລຳເຊ .

ການໄຫຼເຮືອໄຟຕາມຄວາມເຊື່ອບູຮານແມ່ນ ເພື່ອບູຊາຮອຍພະພຸດທະບາດ (ຮອຍຕີນພະພຸດທະເຈົ້າ) ທີ່ຢຽບໄວ້ໃນພື້ນນ້ຳ ຫຼື ເມືອງບາດານ, ບູຊາບຸນຄຸນຂອງແມ່ນ້ຳທີ່ມະນຸດໄດ້ໃຊ້ປະໂຫຍດຕ່າງໆ ແລະ ເພື່ອຂໍຂະມາຕໍ່ແມ່ນ້ຳທີ່ໄດ້ເຮັດສິ່ງເປື້ອນເປິລົງໃສ່ ພ້ອມທັງເສຍເຄາະຮ້າຍໂພຍໄພ ແລະ ພະຍາດຕ່າງໆໃຫ້ໄຫລໄປກັບສາຍນ້ຳ.

ບຸນອອກພັນສາປະວໍລະນາ ເປັນອີກງານບຸນໜຶ່ງທີ່ສຳຄັນສຳລັບຊາວພຸດ ກໍຄືປວງຊົນລາວທັງຊາດ. ດັ່ງນັ້ນ, ຄວນສົ່ງເສີມໃຫ້ລູກຫຼານຂອງຊາດລາວ ຮັກສາມູນເຊື້ອ ແລະ ສືບທອດເສີມຂະຫຍາຍຮີດ 12 ຄອງ 14  ໃຫ້ຄົງຢູ່ກັບຊາວລາວຕະຫຼອດໄປ ພ້ອມທັງຊ່ວຍກັນປະກາດເອກອ້າງຂະນົບທຳນຽມ-ວັດທະນະທຳຂອງລາວ ໃຫ້ໂລກໄດ້ຮັບຮູ້ ແລະ ເປັນສິ່ງທີ່ຮູ້ຈັກຂອງຄົນທົ່ວໂລກ.

 

 

 

 

 

 

 

 

ຂຽນໂດຍ: ໃບບົວ ຈັນທະລັງສີ

ຮູບພາບຈາກ:Champa Meuanglao Official Inflight Magazine 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...