ຄວາມເປັນມາຂອງພາສາລາວໃນລະບອບໃຫມ່ ບົດທີ່ 1/3

ຄວາມເປັນມາຂອງພາສາລາວໃນລະບອບໃຫມ່ ບົດທີ່ 1/3

ປະຫວັດ ຄວາມເປັນມາ ຂອງ ພາສາລາວ ທີ່ ພວກເຮົາ ນຳມາເປັນ ຣາຍການ ວິທຍຸ ເອເຊັຽ ເສຣີ ກໍໄດ້ ສິ້ນສຸດລົງ ເມື່ອທ້າຍປີ ຜ່ານມາ. ແຕ່ວ່າ ກ່ອນຈະກ້າວ ໄປສູ່ ຣາຍການ ໃໝ່, ເຊິ່ງ ຈະແມ່ນ ‘ການວິຈັຍ ປວັດສາດ ລາວ ບູຮານ’ ພວກເຮົາ ຂໍ ສລູບລວມ ຣາຍການ “ປວັດ ພາສາລາວ” ນີ້ ສາກ່ອນ. ໂດຍຫຍໍ້ ໃຜກໍຮູ້ດີ ແລ້ວວ່າ ນັບແຕ່ ຣາຊອານາຈັກ ລາວ ກາຍມາ ເປັນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນ ລາວ ໃນ ວັນທີ ໒ ທັນວາ ປີ ໑໙໗໕ ນັ້ນ, ກໍມີການ ປ່ຽນແປງ ຫຼາຍດ້ານ, ໃນນັ້ນ ກໍມີດ້ານ ການນຳໃຊ້ ພາສາລາວ. ພາສາລາວ ກໍສັງກັດ ຢູ່ໃນມຸມ ຂອງ ວົງການ ປະຕິວັດ ໝາຍຄວາມວ່າ ພາສາລາວ ໄດ້ຖືກ ປະຕິຮູບ ເປັນຄັ້ງໃຫຍ່ ອີກຄັ້ງນຶ່ງ ຫຼັງຈາກ ທີ່ໄດ້ຜ່ານ ການ ປະຕິຮູບ ມາແລ້ວ ຫຼາຍເທື່ອ ຫຼາຍທີ ໃນທົສວັດ ຜ່ານມາ ດັ່ງເຮົາ ຈະຊີ້ແຈງ ຕາມ ພາຍຫລັງ ກ່ຽວກັບ ພາສາລາວ ນັບຕັ້ງແຕ່ ສັຕວັດ ທີ ໑໓-໑໔ ເປັນຕົ້ນມາ.

ເຮົາມາ ຊີ້ແຈງເຖິງ ພາສາລາວ ທີ່ໄດ້ຮັບ ການປ່ຽນແປງ ນັບແຕ່ ປີ ໑໙໗໕ ນີ້ ສາກ່ອນ, ໝາຍເຖິງ ພາສາຂຽນ ເຊິ່ງ ແຕ່ກ່ອນນັ້ນ ການ ສະກົດຂຽນ ໂຕລາວ ແມ່ນເປັນໄປ ຕາມລະບົບ ພາສາສາດ ເອີ້ນວ່າ “ສະກົດ ຕາມຫຼັກ ແມ່ອັຂຣະ” ກໍຄື ຫຼັກ ໄວຍາກອນ ທີ່ມີຢູ່ ໔ ພາກ ຄື: ອັກຂຣະວິທີ, ວະຈີວິພາກ, ວາກະຍະສຳພັນ ແລະ ສັນທະລັກສະນະ. ພາກ ໑, ໒ ແລະ ໓ ເປັນ ພາກສຳຄັນ ໃນການຂຽນ ແລະ ໃຊ້ ພາສາລາວ ໃຫ້ເປັນໄປ ຕາມຫຼັກ ໄວຍາກອນ ວ່າດ້ວຍ ສະກົດ ຕາມສຽງ ແມ່ອັກຂຣະ ດັ່ງກ່າວ. ວິທີ ສະກົດຄຳ ຕາມແມ່ ອັກຂຣະ ເປັນ ລັກສະນະ ໃດນັ້ນ ບໍ່ຂໍນຳມາ ຊີ້ແຈງ ຕື່ມອີກ, ມີແຕ່ ຢາກ ອະທິບາຍ ວ່າ ການ ປະຕິຮູບ ໂດຍຂະບວນ ການ ປະຕິວັດ ໃນລາວນັ້ນ ມີ ລັກສະນະ ໃດ ກໍດັ່ງທີ່ ຊາວລາວ ພາກັນຂຽນ ຢູ່ໃນ ປັດຈຸບັນນີ້ ແມ່ນຂຽນ ສະກົດ ຕາມສຽງ ໝາຍຄວາມວ່າ ຕາມສຽງ ພາສາເວົ້າ ຄືວ່າ ເວົ້າອອກສຽງ ແນວໃດ, ວາດໃດ, ລັກສະນະໃດ ກໍຂຽນ ຕາມນັ້ນ, ໂຕຢ່າງ ສະເພາະແຕ່ ສຣະ xະ ເປັນໂຕ ສຳຄັນນຶ່ງ ເຊັ່ນໂຕຢ່າງ ວ່າ ໃນເມື່ອກ່ອນ ຄຳວ່າ “ຣັຖບານ” ຂຽນໂຕ “ຣ” ຫັນລີ້ນ ແລ້ວ ໄມ້ກັນ ແລ້ວໂຕ “ຖ” ແລ້ວ ໂຕ “ບ” ສຣະ xາ ແລະ ໂຕ “ນ” ຫ້ອຍທ້າຍ. ນີ້ເອີ້ນວ່າ ສະກົດ ຕາມສຽງ ແມ່ອັກຂຣະ. ອະທິບາຍ ຕື່ມອີກ ວ່າ ໂຕ “ຖ” ເປັນໂຕສະກົດ ພິເສດ ກາງຄຳ ແລ້ວກໍຍັງ ເຮັດໜ້າທີ່ ເປັນ ພະຍັນຊະນະ ຕົ້ນພະຍາງ ອີກດ້ວຍ. ເມື່ອໄດ້ຮັບ ການ ປະຕິຮູບ ຄຳວ່າ “ຣັຖບານ” ນີ້ ກໍຂຽນຕາມ ພາສາເວົ້າ ກໍຄື “ລັດ-ຖະ-ບານ” ມີຂຽນ “ລັດ” ເປັນໂຕ “ລ” ລີງ, ມີຂຽນ “ຖະ” ຕ່າງຫາກ ແລະ “ບານ” ສຸດທ້າຍ. ໃນ ວັຈນານຸກົມ ແບບເກົ່ານັ້ນ ມີຂຽນສະກົດ ຕາມເກົ່າ ດັ່ງກ່າວ ແລ້ວກໍຍັງ ຕື່ມໃສ່ ໃນວົງເລັບ ວ່າ (ອ່ານວ່າ “ລັດ-ຖະ-ບານ”) ໃນວົງເລັບ ດັ່ງກ່າວ ກໍແມ່ນຂຽນແບບ ປັດຈຸບັນ ໂດຍບໍ່ມີ ການນຳໃຊ້ໂຕ “ຣ” ຫັນລີ້ນ ໃນແບບຮຽນ ປະຖົມຕົ້ນ ຫຼືວ່າ ໃນ ອັກສອນ ລາວ ທີ່ມີຢູ່ ໃນນັ້ນ ແມ່ນບໍ່ມີໂຕ “ຣ” ຫັນລີ້ນ ເພິ່ນຕັດອອກ ເລີຍ. ເປັນຫຍັງ ຈຶ່ງຕັດໂຕ “ຣ” ນີ້ອອກ, ເຫດຜົນ ກໍມີຢູ່ວ່າ ເຖິງວ່າ ຈະສະກົດຂຽນ ມີໂຕ “ຣ” ຫັນລີ້ນ ກໍຕາມ ແຕ່ເມື່ອອ່ານ ຄຳສັບໃດນຶ່ງ ທີ່ເປັນໂຕ “ຣ” ຫັນລີ້ນນັ້ນ ຊາວລາວ ບໍ່ຫັນລີ້ນ ຕາມຈັກເທື່ອ. ເຫດຜົນ ມີຢູ່ອີກວ່າ ພາສາສາດລາວນັ້ນ ບໍ່ມີຫັນລີ້ນ ແຕ່ກຳເນີດ. ການທີ່ປະດິດ ໂຕ “ຣ” ຫັນລີ້ນ ຂຶ້ນມາ ໃນສໄມກ່ອນ ກໍເພື່ອເອົາໄວ້ຂຽນ ຕາມຄຳເຄົ້າ ທີ່ ມາຈາກພາສາ ປາລີ ແລະ ສັນສະກິດ ປົນຢູ່ ຫຼາຍພໍສົມຄວນ ບາງສ່ວນ ກໍບໍ່ເຫັນສົ້ນ ເຫັນເງື່ອນ ກາຍເປັນ ພາສາລາວ ໂດຍບໍ່ຮູ້ສຶກ ນອກຈາກ ຜູ້ຮຽນຮູ້ ແຕ່ຂັ້ນ ວິທຍາລັຍ ແລະ ມະຫາວິທຍາລັຍ ເພາະຖືກ ນັກປາດລາວ ດັດແປງ ໃຫ້ສອດຄ່ອງ ກັບສຽງລາວ ນີ້ເອງ. ບັນຫານີ້ ກໍມີ ໃນທຸກໆພາສາ ຂຽນສະກົດ ຢ່າງນຶ່ງ ກໍຕ້ອງໄປອ່ານ ຢ່າງນຶ່ງ.

ບັດນີ້ ການໃຊ້ຄຳ ຕາມຫຼັກ ປັດຈຸບັນ ໃນສປປລາວ ກໍລ່ວງມາໄດ້ ໔໐ ປີ ພໍດີ ນັບແຕ່ປີ ໑໙໗໕ ເປັນຕົ້ນມາ, ແລະ ຜູ້ຄົນ ບໍ່ວ່າ ໃນຊຸມຊົນ, ໃນໂຮງຮຽນ, ໃນວົງການ ແຫ່ງຣັດ ແລະ ວົງການ ເສຖກິດ ກໍພາກັນ ລຶ້ງເຄີຍ ຫຼາຍແລ້ວ. ແຕ່ສຳລັບ ພວກອາຍຸ ແກ່ແດ່ ກໍຍັງສັບສົນ ຢູ່, ຂຽນສັບສົນກັນ ໃນບົດຄວາມ, ໃນບົດຂຽນປຶ້ມ ກໍຄື ບາງເທື່ອ ກໍຂຽນ ແບບເກົ່າແດ່, ຂຽນແບບ ໃໝ່ແດ່.

ໃນເວລານີ້ ເຮົາມັກເຫັນ ແບບເກົ່າ ກັບຄືນມາ ໃນ ປຶ້ມນິຍາຍ ຂອງນັກຂຽນ, ໃນບົດຄວາມ ໜັງສືພິມ ແລະ ອື່ນໆອີກ ແມ່ນແຕ່ ໃນວົງຣັຖການ ຢູ່ ສປປລາວ ກໍຄືວ່າ ມີການນຳໃຊ້ ໂຕ “ຣ”, ມີການນຳໃຊ້ ຄຳສັບສູງ ຕໍ່ຜູ້ທີ່ມີ ໜ້າທີ່ສູງ ກໍຄື ຜູ້ນ້ອຍ ຕໍ່ຜູ້ໃຫຍ່ ເຊັ່ນ ຄຳວ່າ “ໂດຍ”, ຄຳວ່າ “ຂ້ານ້ອຍ” ພ້ອມທັງ ຣາຊາສັບ ອື່ນໆ ກໍຟື້ນຊີບ ຂຶ້ນມາ ເພາະດ້ວຍເຫດໃດ ເຊິ່ງເຮົາ ຈະພຍາຍາມ ອະທິບາຍ ຕໍ່ໄປ ໃນເທື່ອໜ້າ.
ການຫັນກັບຄືນ ດັ່ງກ່າວ ເຊິ່ງ ພໍເຫັນໄດ້ນັ້ນ ກໍບໍ່ທັນ ເປັນທາງການເທື່ອ ແລະ ກໍບໍ່ຮູ້ໄດ້ວ່າ ທາງການນັ້ນ ຈະມີ ການປະຕິຮູບ ເອົາ “ຣ” ຫັນລີ້ນ ກັບຄືນມາໃຊ້ ອີກບໍ່, ນີ້ ກໍຍັງເປັນ ຄຳຖາມ ຢູ່. ແຕ່ສຳລັບ ຄຳສັບ ຕ່ຳ/ສູງ ນັ້ນ ກໍມີໃຊ້ ທົ່ວໄປ ໂດຍ ປະລິຍາຍ ແມ່ນແຕ່ ເດັກນ້ອຍ ໃນ ໂຮງຮຽນຫຼວງ, ໃນໂຮງຮຽນ ເອກຊົນ ແລະ ໃນຊຸມຊົນ ຊາວໄຮ່ຊາວນາ ກໍຍັງຮູ້ຈັກໃຊ້ ຄໍາວ່າ “ໂດຍ”, “ຂ້ານ້ອຍ” ຫຼື ເອີ້ນຜູ້ສູງອາຍຸ ກວ່າຕົນແດ່ ກໍວ່າ “ລຸງ/ປ້າ/ພໍ່/ແມ່” ຕໍ່ຜູ້ອື່ນ ທີ່ເຂົາບໍ່ຮູ້ ດັ່ງນີ້ ເປັນຕົ້ນ.

ຍັງມີ ຜູ້ສັງເກດ ອີກວ່າ “ສະຫາຍ” ທີ່ເຄີຍໃຊ້ ພາຍໃນສັງຄົມ ເມື່ອປີ ໑໙໗໕ ເຖິງ ໄລຍະນຶ່ງ ກໍປາກົດວ່າ ບໍ່ໃຊ້ແລ້ວ ເຫັນມີໃຊ້ ແຕ່ພາຍໃນພັກ ເມື່ອເວລາ ມີປະຊຸມພັກ ຫຼືວ່າ ບັນດາ ລູກພັກ ລະດັບຕ່າງໆ ພາກັນໃຊ້ຢູ່, ແຕ່ບໍ່ເຫັນໃຊ້ ພາຍໃນຊຸມຊົນ ທັມມະດາ ສາມັນ. ມັນກໍເປັນ ໜ້າຄິດຢູ່ ເມື່ອ ປະຊາຊົນ ທັມມະດາ ຈະໃຊ້ ຄຳວ່າ “ສະຫາຍ” ຕໍ່ ຣັຖມົນຕຣີ ຫຼື ຕໍ່ຜູ້ເຖົ້າເຈົ້າແກ່ ກໍເຫັນວ່າ ບໍ່ເໝາະສົມ, ແຕ່ມັກໃຊ້ວ່າ “ທ່ານ, ພະນະທ່ານ, ທ່ານຍິງ, ທ່ານຊາຍ”. ຫຼັງຈາກ ເປີດກວ້າງ ເອົາ ຈິນຕະນາການ ໃໝ່ ຄື ນັບຈາກ ປີ ໑໙໙໐ ເປັນຕົ້ນມາ, ໃນສັງຄົມ ປັນຍາຊົນລາວ ບາງສ່ວນ ກໍແລກປ່ຽນ ຄວາມຄິດ ຄວາມເຫັນ ກັນຢູ່ ໃນການທີ່ບໍ່ມີ ໂຕ “ຣ” ຫັນລີ້ນ. ນອກຈາກນັ້ນ ການນຳໃຊ້ ຣາຊາສັບ ກໍກັບຄືນມາ ຫຼັງຈາກ ທີ່ຫາຍໄປ, ໂດຍສະເພາະ ໃນໄລຍະ ສັ້ນໆ ຫຼັງຈາກປີ ໑໙໗໕ ເພາະ ດ້ວຍເຫດຜົນໃດ ເຖິງແມ່ນວ່າ ປະເທດລາວ ບໍ່ໄດ້ຢູ່ໃນ ລະບອບ ກະສັດແລ້ວ ກໍຕາມ, ທາງ ສປປລາວ ເຫັນວ່າ ຈຳເປັນ ບາງສ່ວນ ຈິ່ງນຳເອົາ ຣາຊາສັບ ຄືນມາໃຊ້ ໃນ ວົງການທູດ ຕາມທີ່ ປາກົດເຫັນ. “ຣາຊາສັບ” ກໍໝາຍເຖິງ ສັບສູງ, ສັບມາລະຍາດ ທີ່ສັງຄົມ ຄວນໃຊ້ ຕໍ່ແຂກຕ່າງດ້າວ, ຜູ້ມີຍົດ ຕຳແໜ່ງສູງ ເຊັ່ນ ກະສັດເມືອງອື່ນ ໄປຢ້ຽມຢາມ ສປປລາວ ຫຼືວ່າ ປະທານາທິບໍດີ, ນາຍົກ ຣັຖມົນຕຣີ ແລະ ແຂກທາງການ ຕາງໜ້າ ປະເທດນຶ່ງ ທີ່ ມີການຜູກພັນ ທາງການທູດ ກັບ ສປປລາວ ດັ່ງນີ້ເປັນຕົ້ນ, ເພິ່ນ ກໍນຳມາໃຊ້ ເຊັ່ນ ພຣະບາດສົມເດັດ, ພຣະອົງ, ພະນະທ່ານ, ທ່ານ ແລະ ສັບສູງອື່ນໆ ເຊັ່ນ ສເວີຍ, ບັນທົມ. ໃນສັບ ພາສາ ຝຣັ່ງ, ອັງກິດ ກໍມີ ເຊັ່ນດຽວກັນ ເຊິ່ງໃຫ້ກຽດ ທາງການທູດ. ສຳລັບ ພາສາ ອັງກິດ, ຝຣັ່ງ, ຣັດເຊັຍ, ສະເປນ ດັ່ງນີ້ ກໍມີການໃຊ້ ປໂຍກ ມາລະຍາດ ຄືກັນກັບ ຣາຊາສັບ ໃນພາສາລາວ. ເຫດຜົນນີ້ແລ້ວ ຈຶ່ງ ມາສລູບໄດ້ວ່າ ທາງການ ສປປລາວ ລະຖິ້ມ ໂດຍເດັດຂາດ ບໍ່ໄດ້.

ຕາມທີ່ໄດ້ ສັງເກດ ຜ່ານມາ ເປັນໄລຍະທາງ ຂອງການຫັນປ່ຽນ ແຕ່ປາກົດວ່າ ການຫັນປ່ຽນ ດ້ານພາສາ ນີ້ ກໍບໍ່ໄດ້ ປະກາດ ເປັນທາງການ ແນວໃດ ແຕ່ເປັນໄປ ຕາມຄວາມຕ້ອງການ ແຕ່ລະໄລຍະ ເວລາ, ແຕ່ລະກ້າວ ຂອງ ຄວາມຕ້ອງການ ໃຫ້ບາງສ່ວນ ໝູນໄປ ຕາມກົງກວຽນ ຂອງ ໂລກກາວິວັດ ເຊິ່ງ ປະເທດໃດ ກໍບໍ່ສາມາດ ຫຼີກໄດ້. ຄັນເວົ້າເຖິງ ຄຳສັບ ເຕັກນິກນັ້ນ ປາກົດວ່າ ທາງ ສປປລາວ ກໍໄດ້ອີງໃສ່ ພາສາຕ່າງດ້າວ ໃນການພັທນາ ພາສາ ໂດຍມີວິທີ “ທັບສັບ” ມາໃຊ້ໂລດ ແບບບໍ່ຕ້ອງແປ ພາສາລາວ ດັ່ງທີ່ເຫັນ ໃນປຶ້ມ ວິທຍາສາດ ຕ່າງໆ ທີ່ມີຢູ່. ສຳລັບ ຄຳສັບ ການເມືອງ, ເສຖກິດ, ການຄ້າ ປາກົດວ່າ ມີການຊອກຫາ ມາໃຊ້ ໂດຍບໍ່ກ່າຍ ລະບົບເກົ່າໆ ແຕ່ກໍຍັງແມ່ນ ຄຳສັບລາວ ນັ້ນລະ! ຕ່າງແຕ່ ວິທີ ຜະສົມຄໍາ ທໍ່ນັ້ນ ກັບຄວາມໝາຍ ຂອງມັນ ເຊິ່ງບາງສັບ ກໍເຂົ້າໃຈຍາກ ສຳລັບ ຊາວລາວ ທີ່ຢູ່ ນອກປະເທດ ແຕ່ເຫິງນານ. ເວົ້າລວມແລ້ວ, ສຳນວນ ທີ່ໃຊ້ ພາຍໃນວົງການ ການເມືອງ, ເສຖກິດ ແມ່ນຕ່າງ ສ່ວນນຶ່ງ ຂອງສຳນວນເກົ່າ ແຕ່ໃນບົດຂຽນ ຂອງວົງການ ນັກຂຽນ ນິຍາຍ, ນັກຄົ້ນຄວ້າ ປວັດສາດ ທີ່ສາມາດ ພິມອອກເປັນ ເຫຼັ້ມປຶ້ມ ໄດ້ນັ້ນ ກໍຕ່າງກັນ ກັບພາສາ ການເມືອງ ເພາະພວກເພິ່ນ ໃຊ້ສຳນວນເກົ່າ ເປັນພື້ນຖານ ແມ່ນແຕ່ ການສະກົດຄຳ ກໍຍັງບໍ່ເປັນໄປ ຕາມຫຼັກສະກົດ ຕາມສຽງ ປັດຈຸບັນ, ມີການ ສັບປົນ ຄົນເລກັນ ຢ່າງບໍ່ເປັນລະບຽບ ທີ່ເຫັນໃນປຶ້ມ ຂອງ ບັນດານັກຂຽນ ຢູ່ ສປປລາວ ນອກຈາກ ປຶ້ມທາງການ ຂອງ ກະຊວງສຶກສາ, ກະຊວງອື່ນໆ ແມ່ນປະຕິບັດ ຖືກຕ້ອງ. ເທື່ອໜ້າ ເຊີນທ່ານ ຮັບຟັງ ການສລູບ ຕໍ່ອີກ ກ່ຽວກັບ ປວັດ ການປະຕິຮູບ ພາສາລາວ.

ເນື້ອໃນບົດຄວາມໄດ້ມາຈາກເພຈ :

http://www.rfa.org/…/origin-lao-words-restored-after-neglec…

ແລະ ເຟສບຸ໊ກ: Art and Culture of Laos