spot_img
Homeນານາສາລະຄວາມຮັກ ຍືນຍາວດ້ວຍ 9 ນິໄສຂອງຄູ່ຮັກ

ຄວາມຮັກ ຍືນຍາວດ້ວຍ 9 ນິໄສຂອງຄູ່ຮັກ

Published on

  1. ເຊື່ອໃຈເຊິ່ງກັນ ແລະກັນ: ຄວາມ “ໄວ້ໃຈ” ຄືໜຶ່ງໃນເລື່ອງພື້ນຖານ ທີ່ສໍາຄັນທີ່ສຸດຂອງການມີຄວາມສຳພັນທີ່ດີ, ເກີດຂຶ້ນໄດ້ຈາກຄວາມຈິງໃຈ ແລະຄວາມເຊື່ອໃຈເຊິ່ງກັນ ແລະກັນ
  2. ສື່ສານກັນກົງໄປກົງມາ: ຄູ່ຮັກທີ່ມີຄວາມສຸກ ບໍ່ແມ່ນຄູ່ຮັກທີ່ບໍ່ເຄີຍຜິດຖຽງກັນ ແຕ່ເປັນຄູ່ທີ່ເປີດໃຈໃນການສື່ສານ ແລະຮັບຟັງກັນໄດ້ສະເໝີ ແທນທີ່ຈະເກັບກົດເປັນໄລຍະເວລາດົນນານ ເຊິ່ງມີຄວາມສ່ຽງຫຼາຍທີ່ຈະລະເບີດອອກມາບໍ່ມື້ໃດກໍມື້ໜຶ່ງ.
  3. ໃຫ້ເວລາ ແລະຄວາມເຊື່ອໃຈເຊິ່ງກັນແລະກັນ: ໂລກທຸກມື້ນີ້ມີສິ່ງທີ່ຄອຍດຶງດູດຄວາມສົນໃຈຂອງເຈົ້າຫຼາຍໆວິທີ ລວມທັງໂທລະທັດ, ມືຖື, ແທັບເລັດ, ຕັ້ງແຕ່ມືນຕາຂຶ້ນມາຈົນກະທັ່ງນອນ, ຫຼາຍຄັ້ງເຮົາມັກເຫັນຄູ່ຮັກນັ່ງຢູ່ນຳກັນແຕ່ຕົວ, ແລ້ວຕ່າງຄົນຕ່າງກົ້ມໜ້າກົ້ມຕາຫຼິ້ນມືຖື, ເວລາທີ່ເຈົ້າຢູ່ກັບຄົນທີ່ເຮົາຮັກເປັນສິ່ງທີ່ມີຄ່າ ແລະຢ່າປ່ອຍໃຫ້ມັນເສຍເວລາໄປໂດຍບໍ່ມີປະໂຫຍດ
  4. ເຮັດສິ່ງເລັກໆນ້ອຍໆໃຫ້ກັນຢູ່ຕະຫຼອດ: ການມີຄວາມສຸກຮ່ວມກັນ ບໍ່ຈຳເປັນຕ້ອງຫາແນວແພງໃຫ້ກັນ ແຕ່ຖ້າເຈົ້າສາມາດເຮັດໄດ້ໂດຍບໍ່ເດືອດຮ້ອນໃຜກໍເປັນເລື່ອງທີ່ດີຫຼາຍ, ການເຮັດເລື່ອງເລັກໆນ້ອຍໆ ໃຫ້ຄົນທີ່ເຈົ້າຮັກປະທັບໃຈ ຢູ່ສະເໝີນັ້ນອາດໃຫ້ຄວາມສຸກໄດ້ຍືນຍາວຫຼາຍກວ່າເຊັ່ນ: ເຈົ້າອາດຈະຖ້າສົ່ງເຂົາໄປເຮັດວຽກໃນຕອນເຊົ້າ, ຖ້າຮັບກັບບ້ານ ພ້ອມດ້ວຍນໍ້າເຢັນໆແກ້ວໜຶ່ງ ແລະຄຳຖາມດ້ວຍຮອຍຍິ້ມວ່າ “ມື້ນີ້ເມື່ອຍບໍ” ຫຼືການບອກ “ຂ້ອຍຮັກເຈົ້າເດີ” ປະສົມຮອຍຍິ້ມຢູ່ສະເໝີ
  5. ຊອກວຽກທີ່ເຮັດຮ່ວມກັນ: ການໃຊ້ເວລາຫວ່າງຮ່ວມກັນເຊັ່ນ: ປູກຕົ້ນໄມ້, ອອກກໍາລັງກາຍ ລືການໄປທ່ຽວ ຈະຊ່ວຍໃຫ້ເຈົ້າໄດ້ມີໂອກາດຮຽນຮູ້ກັນຫຼາຍຂຶ້ນ ແລະມີໂອກາດໄດ້ຊ່ວຍເຫຼືອກັນຫຼາຍຂຶ້ນ.
  6. ການສະແດງຄວາມຍິນດີກັບຄວາມສຳເລັດຂອງອີກຝ່າຍ: ຊີວິດຄືການເດີນທາງໄກ ເຊິ່ງຕະຫຼອດທາງເຈົ້າມີເປົ້າໝາຍສຳຮອງຫຼາຍທີ່ຕ້ອງການ ຮ່ວມກັນສະແດງຄວາມຍິນດີໃນຄວາມສຳເລັດກັບຄົນທີ່ເຈົ້າຮັກ ບໍ່ວ່າເປົ້າໝາຍນັ້ນຈະນ້ອຍພຽງໃດ ມັນຊ່ວຍເຮັດໃຫ້ເຈົ້າ ແລະເຂົາມີພະລັງໃຈໃນການໄປຕໍ່ໄດ້ອີກໄກ
  7. ເອົາໃຈເຂົາມາໃສ່ໃຈເຮົາ: ເປັນເລື່ອງທໍາມະດາທີ່ຄົນສອງຄົນຈະມີຄວາມຄິດເຫັນຫຼາຍທີ່ບໍ່ກົງກັນ ແລະຕ່າງຝ່າຍກໍມີເຫດຜົນຂອງຕົນເອງ, ຖ້າຄູ່ໃດໃຫ້ຄວາມສຳຄັນກັບການຫາວ່າໃຜຜິດ ໃຜຖືກ ແລ້ວກໍຈະໄປກັນບໍ່ລອດຈັກຄູ່, ທຸກຄັ້ງທີ່ບໍ່ເຂົ້າໃຈກັນຄວນຢຸດຄິດວ່າ “ໃຜຖືກໃຜຜິດ” ແລ້ວກັບມາເອົາໃຈເຂົາມາໃສ່ໃຈເຮົາກ
  8. ການໃຫ້ອະໄພ: ບໍ່ມີໃຜບໍ່ເຄີຍເຮັດຜິດ ແຕ່ຖ້າເຈົ້າຄິດວ່າຕົວເອງບໍ່ເຄີຍເຮັດຜິດ ກໍ່ສະແດງວ່າເຈົ້າກຳລັງເຮັດຜິດຢູ່, ຫາກເຈົ້າຄິດວ່າຕົວເອງເຮັດຜິດກໍຢ່າເຮັດຜິດເລື່ອງເກົ່າໆຕະຫຼອດ ແລະຖ້າຄົນທີ່ເຈົ້າຮັກເຮັດຜິດພາດກໍຄວນຮຽນຮູ້ທີ່ຈະໃຫ້ອະໄພ ແລະໃຫ້ໂອກາດ
  9. ບັນທຶກຄວາມຮູ້ສຶກດີໆທີ່ເຄີຍມີໃຫ້ກັນ: ຊີວິດຄືການເດີນທາງ ເຊິ່ງຕະຫຼອດໄລຍະທາງ ເຮົາຈະຜ່ານເລື່ອງດີ ແລະບໍ່ດີ, ທັງນ້ອຍທັງໃຫຍ່, ເຈົ້າຄວນຈົດເລື່ອງດີໆ ລືພາບດີໆ ທີ່ເຈົ້າ ແລະເຂົາມີຄວາມຮູ້ສຶກດີໆໃຫ້ກັນໄວ້, ເພາະຊີວິດເຮົາບໍ່ໄດ້ຮຽບຮ້ອຍເປັນເສັ້ນທີ່ຈະພົບເລື່ອງດີໆ ແລະຄວາມສຸກສະເໝີໄປ, ຍາມໃດທີ່ເຈົ້າຜິດກັນ ລອງຈັບຄວາມຊົງຈຳດີໆເຫຼົ່ານີ້ຂຶ້ນມາເບິ່ງ ແລ້ວເຈົ້າຈະຮູ້ສຶກດີຂຶ້ນ

ທີ່ມາ:succed lifestyle

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...