spot_img
Homeຂ່າວຕ່າງປະເທດຄວາມຫວັງໃກ້ເປັນຈິງ "ວັກຊີນໂຄວິດ-19" ໄດ້ຜົນ 90%

ຄວາມຫວັງໃກ້ເປັນຈິງ “ວັກຊີນໂຄວິດ-19” ໄດ້ຜົນ 90%

Published on

ວັກຊີນທີ່ພັດທະນາຮ່ວມກັນໂດຍບໍລິສັດ Pfizer ແລະ BioNTech ມີປະສິດທິພາບ 90% ໃນການປ້ອງກັນການຕິດເຊື້ອໂຄວິດ-19 ໃນການທົດລອງໄລຍະທີ 3 ຢ່າງຕໍ່ເນື່ອງ.

ເວັບໄຊ posttoday ລາຍງານວ່າ ຈາກຜົນການວິໄຈເບື້ອງຕົ້ນພົບວ່າພູມຄຸ້ມກັນໃນຜູ້ປ່ວຍຈະເກີດຂຶ້ນ 7 ວັນຫຼັງຈາກໄດ້ຮັບວັກຊີນຄັ້ງທີ 2 ແລະ 28 ວັນຫຼັງຈາກການຮັບວັກຊີນຄັ້ງທຳອິດ.

ບໍລິສັດທັງສອງແຫ່ງກ່າວວ່າ ພວກເຂົາຄາດການວ່າຈະຈັດຫາວັກຊີນໄດ້ຫຼາຍເຖິງ 50 ລ້ານໂດສໃນປີ 2020 ແລະ ເພີ່ມຂຶ້ນເຖິງ 1.3 ລ້ານໂດສໃນປີ 2021.

ທັງນີ້, ໂຄສົກຂອງທ່ານນາຍົກລັດຖະມົນຕີບໍຣິສ ຈອນສັນ ເປີດເຜີຍວ່າ ປະເທດອັງກິດຄາດວ່າຈະມີວັກຊີນປ້ອງກັນໂຄວິດ-19 ຂອງ Pfizer / BioNTech ຈຳນວນ 10 ລ້ານໂດສພາຍໃນທ້າຍປີນີ້ຫາກໜ່ວຍງານກຳກັບດູແລອະນຸມັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...