spot_img
Homeຂ່າວທ້ອງຖິ່ນຄວາມຄືບໜ້າ "ທ້າວ ສຸກສົມພອນ" ກາຍເປັນສົບຖືກຂ້າຝັງດິນ

ຄວາມຄືບໜ້າ “ທ້າວ ສຸກສົມພອນ” ກາຍເປັນສົບຖືກຂ້າຝັງດິນ

Published on

ອີງຕາມການລາຍງານຂອງ ໜັງສືພິມວຽງຈັນທາມ ໃນວັນທີ 14 ກໍລະກົດນີ້ວ່າ ກໍລະນີທີ່ທ້າວ ສຸກສົມພອນ ຄໍາປະເສີດໄຊຍາ  ໄດ້ຫາຍໂຕໄປ ເມື່ອວັນທີ 26 ເດືອນມິຖຸນາ 2020 ທີ່ຜ່ານມາ ຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍ ຖືກຈັບຕົວໄປ ເມືອງສອງຄອນ ແຂວງສະຫວັນນະເຂດ ເຊິ່ງເປັນບ້ານເກີດຂອງຜູ້ກ່ຽວ ໂດຍ ກຸ່ມພວກກໍ່ເຫດໄດ້ຈັບຕົວໄປເພື່ອເອີ້ນເອົາເງິນ, ຄວາມຄືບໜ້າຫຼ້າສຸດ ທ້າວ ສຸກສົມພອນ ກາຍເປັນສົບຖຶກຂ້າຝັງດິນ.

ໝາຍຄວາມວ່າ, ຫຼັງຈາກທີ່ກຸ່ມພວກກໍ່ເຫດລັກພາຕົວທ້າວ ສຸກສົມພອນ ໃນວັນມີ 26 ມິຖຸນາ ຕໍ່ມາ ວັນທີ 29 ມິຖຸນາ ທ້າວສຸກສົມພອນ ໄດ້ສົ່ງຂໍ້ຄວາມຜ່ານໂທລະສັບ ໃຫ້ ນາງດາວວີ ຊຶ່ງເປັນເມຍຂອງລາວໂອນເງິນໃຫ້ຈໍານວນ 500.000 ບາດ ຊຶ່ງ ນາງດາວວີ ກໍ່ໄດ້ໂອນເປັນທີ່ຮຽບຮ້ອຍ ໂດຍໂອນເຂົ້າບັນຊີຊື່ Somsasi Phidavanh ແລະ ຕໍ່ມາໃນວັນທີ 30 ມິຖຸນາ 2020, ທ້າວ ສຸກສົມພອນ ກໍໄດ້ສົ່ງຂໍ້ຄວາມຜ່ານມືຖືມາຫາເມຍລາວອີກ ແລ້ວເວົ້າວ່າ, ເຂົາຢາກໃຫ້ເຮັດໃບມອບກໍາມະສິດລົດຂອງລາວພ້ອມດ້ວຍໃບຊື້ຂາຍຄົບຊຸດໃຫ້ ແລະ ເມຍກໍ່ໄດ້ເຮັດຕາມທຸກຢ່າງ ແຕ່ຜູ້ກໍ່ເຫດບໍ່ປ່ອຍຕົວ ທ້າວ ສຸກສົມພອນ ຈົນພົບວ່າກາຍເປັນສົບຖືກຂ້າຝັງດິນ.

ເຈົ້າໜ້າທີ່ ແລະ ພະນັກງານສືບສວນ-ສອບສວນ ແຂວງສະຫວັນນະເຂດ ຍັງຢູ່ໃນຂັ້ນຕອນການ ການສືບສວນ-ສອບສວນ ເພື່ອຕິດຕາມຫາພວກທີ່ກໍ່ເຫດ.

ອ່ານຂ່າວຍ້ອນຫຼັງໄດ້ທີ່: ປກສ ແຂວງສະຫວັນນະເຂດເລັ່ງແກະຮອຍໂຈນລັກພາຕົວທ້າວ ສຸກສົມພອນ

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...