spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄວາມຄືບໜ້າຄະດີ ຄົນຮ້າຍຍິງນາຍບ້ານນາສ້ຽວ

ຄວາມຄືບໜ້າຄະດີ ຄົນຮ້າຍຍິງນາຍບ້ານນາສ້ຽວ

Published on

ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສືບສວນ-ສອບສວນ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຄວາມຄືບໜ້າຄະດີຄົນຮ້າຍໃຊ້ປືນສັ້ນຍິງນາຍບ້ານນາສ້ຽວ ເມືອງນາຊາຍທອງ ໃນວັນທີ 24 ເມສາ 2018 ທີ່ຜ່ານມາ ເຊິ່ງເຈົ້າໜ້າທີ່ສາມາດຈັບຕົວຜູ້ກໍ່ເຫດໄດ້ໃນວັນດຽວກັນ ຊື່ທ້າວ ວົງປະດິດ ອາຍຸ 28 ປີ ຢູ່ບ້ານໂພນຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງເປັນຜູ້ບ່າວຂອງລູກສາວ ຍ້ອນບໍ່ພໍໃຈລູກສາວຂອງນາຍບ້ານບອກເລີກ.

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຕິດຕາມຈັບຕົວຜູ້ຖືກຫາຊື່ ທ້າວ ວົງປະດິດ ທີ່ເອົາຕົວຫຼົບໜີໄປລີ້ຊ້ອນຢູ່ຖຽງນາ ເຂດເມືອງສີໂຄດຕະບອງ ແລ້ວນໍາຕົວມາສອບສວນ. ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ສາລະພາບວ່າ: ໄດ້ກໍ່ເຫດໃຊ້ອາວຸດປືນສັ້ນຊະນິດດັດແປງ ຍິງພໍ່ຜູ້ສາວເກົ່າ ຍ້ອນບໍ່ພໍໃຈທີ່ໄດ້ບອກເລີກ. ຜ່ານມາ ທ້າວ ວົງປະດິດ ເຄີຍຖືກນໍາຕົວເຂົ້າສູນບຳບັດຜູ້ຕິດຢາເສບຕິດມາແລ້ວ 2 ຄັ້ງ ໃນປີ 2015 ແລະ 2016. ກ່ອນໜ້ານີ້, ໃນປີ 2012 ທ້າວ ວົງປະດິດ ໄດ້ຄົບຫາກັບລູກສາວນາຍບ້ານທີ່ຖືກເຄາະຮ້າຍນັ້ນແບບແຟນສາວ ໄດ້ປະມານ 3-4 ເດືອນ ຈາກນັ້ນແຟນສາວໄດ້ບອກເລີກ ຍ້ອນຜູ້ກ່ຽວມີພຶດຕິກຳເສບຢາເສບຕິດ, ມັກທ່ຽວຫຼີ້ນກາງຄືນ, ເຮັດໃຫ້ຜູ້ກ່ຽວບໍ່ພໍໃຈ. ດ້ວຍເຫດຜົນດັ່ງກ່າວ ເຮັດໃຫ້ ທ້າວ ວົງປະດິດ ບໍ່ພໍໃຈ ໄດ້ຕິດຕາມກໍ່ກວນຄອບຄົວຂອງແຟນສາວດ້ວຍວີທີຕ່າງໆ ຄື: ເອົາອາຈົ່ມເບົາ ແລະ ໜັກໃສ່ຖົງຢາງ ແລ້ວດຶກໃສ່ເຮືອນຂອງແຟນສາວ ທີ່ຕັ້ງຢູ່ບ້ານວັດໄຕທົ່ງ ເມືອງສີໂຄດຕະບອງ ຫຼາຍຄັ້ງ ແລະ ໃນທ້າຍປີ 2012 ໄດ້ເອົາແກ້ວນໍ້າມັນຊະນິດວັດຖຸໄວໄຟດຶກໃສ່ເຮືອນອີກ ຈົນໄດ້ຮັບຄວາມເສຍຫາຍ. ຈາກນັ້ນ, ຄອບຄົວຂອງແຟນສາວ ໄດ້ຍົກຍ້າຍມາຕັ້ງເຮືອນໃໝ່ຢູ່ບ້ານນາສ້ຽວ. ມາປີ 2017 ຜູ້ກ່ຽວຮູ້ວ່າ ຄອບຄົວຂອງແຟນສາວເກົ່າໄດ້ຍ້າຍມາຢູ່ບ້ານນາສ້ຽວ ກໍໄດ້ທຽວມາກໍ່ກວນແບບເກົ່າຈຳນວນຫຼາຍຄັ້ງ ບາງຄັ້ງກໍເອົາສິ່ງຂອງແຂງດຶກໃສ່ ເຮັດໃຫ້ແວ່ນລົດທີ່ຈອດຢູ່ໃນເຮືອນໄດ້ຮັບຄວາມເສຍຫາຍ.

ຕົກມາໃນວັນທີ 24 ເມສາ 2018, ຜູ້ກ່ຽວໄດ້ເອົານໍ້າມັນແອັດຊັງໃສ່ແກ້ວ ຈຳນວນ 2 ແກ້ວ ແລ້ວຈູດໄຟດຶກໃສ່ເຮືອນແລ້ວລົບໜີ; ໃນຂະນະນັ້ນ, ນາຍບ້ານນາສ້ຽວ ພ້ອມລູກບ້ານໄດ້ຂັບລົດໃຫຍ່ໄລ່ຕາມ ພໍຂີ່ລົດຕາມທັນ ເຮັດໃຫ້ລົດຈັກລົ້ມ. ຈາກນັ້ນ, ທ້າວ ວົງປະດິດ ໄດ້ເອົາປືນສັ້ນດັດແປງທີ່ຕິດຕົວມາ ນໍາອອກໄປຍິງໃສ່ລົດກະບະຂອງນາຍບ້ານຈຳນວນ 2 ນັດ ໃນຂະນະນັ້ນລູກປືນໄດ້ຖືກບ່ານາຍບ້ານໄດ້ຮັບບາດເຈັບ, ແລ້ວເອົາໂຕຫລົບໜີແຕ່ກໍໜີບໍ່ລອດຕໍ່ມາຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມກົດໝາຍ.

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...