spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄວາມຄືບໜ້າຄະດີຄາດຕະກຳໂຫດ 2 ສາວລາວ ຕຳຫຼວດກາລະສິນ ອອກໝາຍຈັບຄົນຮ້າຍແລ້ວ

ຄວາມຄືບໜ້າຄະດີຄາດຕະກຳໂຫດ 2 ສາວລາວ ຕຳຫຼວດກາລະສິນ ອອກໝາຍຈັບຄົນຮ້າຍແລ້ວ

Published on

ຕຳຫຼວດກາລະສິນອອກໝາຍຈັບທີມຂ້າໂຫດ ຍິງຫົວ 2 ສາວລາວ ແລ້ວນຳສົບໄປເຊື່ອງໄວ້ຢູ່ປ່າ ຫຼັງຍຶດລົດເກັງຕຳຫຼວດກວດພົບຄາບເລືອດ ແລະ ແກະຮອຍຈາກກ້ອງວົງຈອນປິດ ຄາດປົມສັງຫານຫັກຫຼັງເລື່ອງທຸລະກິດມືດ ແລະ ກ່ຽວກັບຢາເສຍຕິດ 

362

ຄວາມຄືບໜ້າຄະດີ ຄາດຕະກຳໂຫດ 2 ສາວລາວ ຊື່ນາງ ກອງຄຳ ອາຍຸ 40 ປີ ແລະ ນາງ ຈັນສະໝອນ ຫຼື ອີດ ອາຍຸ 26 ປີ ເປັນຄົນລາວ ຈາກແຂວງສະຫວັນນະເຂດ ແລ້ວນຳສົບໄປເຊື່ອງໄວ້ທີ່ປ່າ ຜົນການຊັນນະສູດສົບມີຮອຍກະສຸນປືນຂະໜາດ ຈຸດ 38 ຖືກຍິງເຂົ້າທີ່ບໍລິເວນຫົວຄົນລະ 1 ນັດ ເຈົ້າໜ້າທີ່ຊຸດສືບສວນສອບສວນໄດ້ເຊີນຕົວຊາຍຜູ້ຕ້ອງສົງໃສຈຳນວນ 10 ຄົນ ມາສອບປາກຄຳ ພ້ອມຢຶດລົດເກັງ 2 ຄັນມາກວດສອບ

ເມື່ອວັນທີ 4 ກັນຍາ 2016 (ມື້ນີ້) ຜູ້ສື່ຂ່າວລາຍງານວ່າ ຈາກການກວດສອບລົດເກັງຍີ່ຫໍ້ ນິສັນອັລເມຣ່າ ສີຂາວທະບຽນ ກຕ 8063 ຮ້ອຍເອັດ ເຈົ້າໜ້າທີ່ວິທະຍາການພິສູດຫຼັກຖານຄາດວ່າລົດຄັນດັ່ງກ່າວເປັນພະຫະນະນຳໃຊ້ຂົນຍ້າຍສົບທັງສອງຄົນໄປຖິ້ມໄວ້ໃນປ່າ ໃນລົດພົບວ່າມີຮອຍນິ້ວມືແຝງຢູ່ຫຼາຍຄົນ ນອກຈາກນີ້ຍັງມີຮອຍຄາບເລືອດຢູ່ກ້ອງເບາະຫຼັງ ເຊິ່ງກົງກັບຄົນຕາຍທັງສອງ ແລະ ຊື່ຍັງເຊື່ອມໂຍງໄປເຖິງກຸ່ມຜູ້ຕ້ອງສົງໃສທີ່ເປັນຜູ້ເຊົ່າລົດຄັນດັ່ງກ່າວມາອີກດ້ວຍ

ທີມຊຸດສືບສວນ ໄດ້ເລັ່ງໄລ່ລ່າຕົວຄົນຮ້າຍໂດຍໄວທີ່ສຸດ ໂດຍແຍກກຸ່ມກັນອອກປະຕິບັກໜ້າທີ່ຕະຫຼອດ 24 ຊົ່ວໂມງ ທັງການເກັບຮວບຮວມຫຼັກຖານທີ່ພົບໃນສະຖານທີ່ເກີດເຫດ ແລະ ການແກະຮອຍຈາກກ້ອງວົງຈອນປິດ ຕາມເສັ້ນທາງທີ່ຄາດວ່າຜູ້ຕາຍເດີນທາງ ພ້ອມໄດ້ເຊີນຕົວ ກຸ່ມຜູ້ຕ້ອງສົງໃສມາສອບປາກຄຳ ເຊິ່ງຂະນະນີ້ ຕຳຫຼວດໄດ້ຮູ້ຕົວກຸ່ມຄົນຮ້າຍທີ່ຮ່ວມກັນລົງມືຂ້າ 2 ສາວຊາວລາວແລ້ວ ແລະ ລ່າສຸດພະນັກງານສືບສວນສອບສວນໄດ້ຮວບຮວມພະຍານຫຼັກຖານເພື່ອຂໍສານອອກໝາຍຈັບຄັ້ງນີ້ບໍ່ຕ່ຳກວ່າ 5 ຄົນ ແຕ່ຍັງບໍ່ສາມາດເປີດເຜີຍຊື່ຄົນຮ້າຍ ແລະ ລາຍລະອຽດໄດ້ຫຼາຍກວ່ານີ້ ເພາະຄົນຮ້າຍທີ່ຮ່ວມກັນລົງມືມີຫຼາຍຄົນ ແລະ ເຮັດກັນເປັນຂະບວນການຢ້ານວ່າຄົນຮ້າຍຈະໄຫວຕົວທັນຫຼົບໜີໄປກ່ອນ ສ່ວນປົມສາເຫດການສັງຫານແມ່ນໄດ້ຕັດປະເດັນທາງຊູ້ສາວ ແລະ ຂ້າຊິງຊັບອອກໄປ ເຫຼືອພຽງປະເດັນຂັດແຍ້ງ ຫຼື ຫັກຫຼັງທາງທຸລະກິດມືດ ແລະ ກ່ຽວຂ້ອງກັບຢາເສບຕິດ.

 

ຂ່າວຈາກ:http://www.komchadluek.com/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...