spot_img
Homeລົດຍົນ-ຍານພາຫະນະຄວນເຮັດຢ່າງໃດ... ເມື່ອຢາງລະເບີດຂະນະຂັບລົດ

ຄວນເຮັດຢ່າງໃດ… ເມື່ອຢາງລະເບີດຂະນະຂັບລົດ

Published on

1445659825

ມື້​ນີ້​ເຮົາ​ກໍ​ມີສາລະດີໆກ່ຽວກັບ​ຢາງ​ລົດ​​ທີ່​ຫລາຍໆ ທ່ານ​ເບີ່ງ​ຂ້າມ​ໄປ ແທ້ໆ ແລ້ວ​ບັນຫາ​ທີ່​ຮ້າຍແຮງ​ທີ່ສຸດ​ຂະນະ​ຂັບ​ລົດ​ກໍ​ຄື ບັນຫາ​ຢາງ​ລະ​ເບີດ ຊຶ່ງ​ອາດ​ເກີດ​ກັບ​ເຈົ້າ​ໄດ້​ຕະຫລອດ​ເວລາ​ແລະ​ໃນ​ທຸກ​​ຄວາມ​ໄວ ມື້​ນີ້​ເຮົາ​ຈຶ່ງ​ມີ​ວິທີ​ຮັບ​ມື​ກັບ​ບັນຫາ​ຢາງ​ລະ​ເບີດ​ຂະນະ​ຂັບ​ລົດ​ມາ​ຝາກ​ ເພື່ອ​ໃຫ້​ສາມາດ​ແກ້​ບັນຫາ​ສະເພາະ​ໜ້າ​ໄດ້​ແລະ​ຫລີກ​ລ້ຽງ​ອຸປະຕິເຫດ​ຮ້າຍແຮງ​ທີ່​ອາດຈະ​ເກີດ​ຂຶ້ນ ຊຶ່ງ​ຖ້າ​ຢາງ​ເກີດ​ລະ​ເບີດ​ຂຶ້ນ​ມາ​ແລ້ວ​ນັ້ນ ເພື່ອ​ຄວາມ​ປອດ​ໄພ​ຂອງ​ທ່ານ​ແລະ​ຜູ້​ໂດຍ​ສານ​ພາຍ​ໃນ​ລົດ​ລວມ​ໄປ​ເຖິງ​ຜູ້​ຮ່ວມ​ໃຊ້​ເສັ້ນ​ທາງ ໃນ​ຖານະ​ຜູ້​ຂັບ​ຂີ່​ທ່ານ​ຈະ​ຕ້ອງ​ຕັ້ງ​ສະຕິ​ແລ້ວ​ປະຕິບັດ​ຕາມ​ວິທີ​ຕໍ່ໄປ​ນີ້​

ຄວບ​ຄຸມ​ສະຕິ​ໃຫ້​ດີ ເບີ່ງແວ່ນຫລັງ​ວ່າ​ມີ​ລົດ​ຕາມ​ມາ​ຫລື​ບໍ່

ຈັບ​ພວງ​ມາ​ໄລ​ໄວ້​ໃຫ້​ແໜ້ນໆ

ຄ່ອຍໆຜ່ອນຄວາມໄວ

ຖ້າ​ທາງ​ໂລ່ງ​ຄ່ອຍ​ໆ ປ່ອຍ​ລົດ​ໄຫລ​ໄປ​ຈົນ​ເລີ່ມ​ຊະ​ລໍ​ຄວາມ​ໄວ ຫລື​ ໃຫ້​ຢຽບເບຣກ​ເບົາໆ ຂໍ້​ນີ້​ສຳຄັນ​ຫລາຍ​ ຫ້າມ​ຢຽບ​ແຮງ​ເປັນ​ອັນ​ຂາດ ເພາະ​ອາດຈະ​ເຮັດໃຫ້​ລົດ​ເສຍ​ຫລັກ​ໝຸນ​ໄດ້

ສຳລັບ​ຜູ້​ທີ່​ຂັບເກຍ​ແມນ​ນວນ ຫ້າມ​ຢຽບ​ຄັດ​ໂດຍ​ເດັດ​ຂາດ ເພາະ​ຖ້າ​ຢຽບ​ຄັດ ຈະ​ເຮັດໃຫ້​ລົດ​ຍົກ​ຕົວ ແລະ​ບັງຄັບ​ລົດ​ໄດ້​ຍາກ​ຂຶ້ນ​ຈົນ​ອາດ​ເສຍ​ຫລັກ ເພາະ​ເມື່ອ​ຫຍຽບ​ຄັດ​ຈະ​ເປັນ​ການ​ຕັດ​ແຮງ​ບິດ​ເຄື່ອງ​ຈັກຈາກ​ເພົາ​ນັ້ນ​ເອ​ງ

ຫ້າມ​ດຶງ​ເບ​ຣກ​ມື ເພາະ​ອາດຈະ​ເຮັດໃຫ້​ລົດ​ໝຸນ

ເມື່ອ​ຄວາມ​ໄວ​ຫລຸດລົງ​ພໍ​ປະ​ມານ​ແລ້ວ ໃຫ້​ເປີດສັນ​ຍານ​ໄຟ​ລ້ຽວ ແລ້ວ​ນຳ​ລົດ​ຈອດ​ຂ້າງທາງ

ຖ້າ​ເປັນ​ລົດ​ເກຍ​ແມນ​ນວນ ເມື່ອ​ຄວາມ​ໄວຫ​ລຸດລົງ​ໃນ​ລະ​ດັບ​ທີ່​ພໍ​ຄວບ​ຄຸມ​ໄດ້​ໃຫ້​ປ່ຽນ​ເກຍ​ຕ່ຳ​ລົງ​ແລະ​ຢຸດ​ລົດ ໂດຍ​ການ​ເປີດ​ສັນ​ຍານ​ໄຟ​ລ້ຽວ ແລ້ວ​ນຳ​ລົດ​ຈອດ​ຂ້າງທາງ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...