spot_img
Homeຂ່າວພາຍ​ໃນຄວນຢຸດນຳໃຊ້ປຣາສຕິກ ປະເພດໃຊ້ເທື່ອດຽວແລ້ວຖີ້ມ

ຄວນຢຸດນຳໃຊ້ປຣາສຕິກ ປະເພດໃຊ້ເທື່ອດຽວແລ້ວຖີ້ມ

Published on

ຈາກບັນຫາທີ່ທົ່ວໂລກກຳລັງປະເຊີນໜ້າ ທີ່ໄດ້ຮັບຜົນກະທົບຈາກການຊົມໃຊ້ປຣາສຕິກ ແລະ ຫຼາຍປະເທດກໍພົບກັບບັນຫາຂີ້ເຫຍື່ອລົ້ນປະເທດ ເຊິ່ງຫຼາຍປະເທດໄດ້ມີການຫຼຸດຜ່ອນການໃຊ້ປຣາສຕິກ. ສະນັ້ນ, ເຮົາມາທຳຄວາມເຂົ້າໃຈກັບການນຳໃຊ້ປຣາສຕິກທີ່ໃຊ້ເທື່ອດຽວແລ້ວຖີ້ມ (Single – Use Plastic) ທີ່ເປັນພາລາສຕິກທີ່ມີອາຍຸການໃຊ້ງານສັ້ນ ໃຊ້ປຸບຖີ້ມປັບ ແຕ່ໄລຍະເວລາການຍ່ອຍສະຫຼາຍໃຊ້ເວລາແມ່ນດົນນານ. ຄວນຈະເຮັດແນວໃດໃຫ້ສັງຄົມລາວ ຫຼູດໃຊ້ປຣາສຕິດເທື່ອດຽວແລ້ວຖີ້ມ.

ຟຣານ ທຳເມີແມນສ (Frans Timmermans) ຮອງປະທານຄະນະກຳມທິການເອີຣົບ ກ່າວວ່າ: “ປຣາສຕິກໃຊ້ແລ້ວຖີ້ມ ໃຊ້ເວລາຜະລິດ 5 ວິນາທີ ຖືກນຳໃຊ້ພຽງ 5 ນາທີ ແຕ່ໃຊ້ເວລາໃນການກຳຈັດພວກມັນອີກ 500 ປີ ຫາກເຮົາບໍ່ລົງມືຕັ້ງແຕ່ມື້ນີ້ ອີກ 50 ປີຂ້າງໜ້າ ຖະໜົນຈະເຕັມໄປດ້ວຍປຣາສຕິກຫຼາຍກວ່າປາໃນມະຫາສະໝຸດ”

ໃນຊີວິດປະຈຳວັນຂອງເຮົາມີປຣາສຕິກປະເພດນີ້ຫຼາຍ ເຊັ່ນວ່າ: ຖົງຢາງຫີ້ວ, ຈອກຢາງທີ່ໃສ່ນ້ຳ, ໃສ່ຊາ, ກາເຟ, ກັບໂຟມ ແລະ ອື່ນໆ ຖ້າທຸກຄົນໃນປະເທດເຮົາມີຄວາມຕື່ນຕົວ ແລະ ເປັນເຈົ້າການຮ່ວມກັນໃນການແກ້ໄຂບັນຫາດັ່ງກ່າວ ເຊື່ອເລີຍວ່າຕໍ່ໜ້າປະເທດເຮົາຕ້ອງເປັນປະເທດໜຶ່ງທີ່ບໍ່ມີການນຳໃຊ້ປຣາສຕິກປະເພດໃຊ້ເທື່ອດຽວ. ສະນັ້ນ, ລອງຄິດງ່າຍໆນຳກັນເບິ່ງວ່າໃນມື້ໜຶ່ງ ເຮົາໃຊ້ຫ້ປຣາສຕິກປະເພດນີ້ຈັກອັນ ແລະ ມັນເຖິງເວລາແລ້ວ ຫຼື ບໍ່ ທີ່ປະເທດເຮົາຈະຫັນມາຮັກສາພື້ນທີ່ສີຂຽວຂອງບ້ານເຮົາ ກໍຄືເຮັດໃຫ້ໂລກຂອງເຮົາໜ້າຢູ່ ດວ້ຍການກ່າວອຳລາປຣາສຕິກທີ່ໃຊ້ຄັ້ງດຽວແລ້ວຖີ້ມ.

ບາງວິທີການຫຼິ້ກລ້ຽງການໃຊ້ພາລາສຕິກເທື່ອດຽວແລ້ວຖີ້ມ:

 

 

 

 

 

 

 

 

 

 

ຂຽນໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...