spot_img
Homeຂ່າວຕ່າງປະເທດ(ຄລິບ) ເຫດການນໍ້າໄຫຼເຂົ້າສະຖານີລົດໄຟໃຕ້ດິນ ແຂວງ ເຫີໜານ ປະເທດຈີນ

(ຄລິບ) ເຫດການນໍ້າໄຫຼເຂົ້າສະຖານີລົດໄຟໃຕ້ດິນ ແຂວງ ເຫີໜານ ປະເທດຈີນ

Published on

ສໍານັກຂ່າວ Thairath ໄດ້ລາຍງານວ່າ: ຈາກສະຖານະການເກີດຝົນຕົກໜັກໃນແຂວງເຫີໜານ ທາງພາກກາງຂອງປະເທດຈີນ ຈົນກໍ່ໃຫ້ເກີດມີນໍ້າຖ້ວມສູງຢ່າງໄວວາໃນເມືອງເຈີງໂຈ ເມືອງຫຼວງຂອງແຂວງເຫີໜານ ຈົນຕ້ອງມີການອົບພະຍົບຄົນຫຼາຍກວ່າໝື່ນຄົນ ແລະ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ ເນື່ອງຈາກເກີດນໍ້າໄຫຼເຂົ້າມາພາຍໃນສະຖານີລົດໄຟໃຕ້ດິນແຫ່ງໜຶ່ງໃນເມືອງເຈີງໂຈ ເຮັດໃຫ້ຜູ້ໂດຍສານບໍ່ສາມາດອອກມາໄດ້ ກ່ອນທີ່ທາງທີມກູ້ໄພຈະເຂົ້າມາຊ່ວຍເຫຼືອ ແລະ ສາມາດຊ່ວຍຊີວິດປະຊາຊົນໄດ້ຫຼາຍກວ່າ 500 ຄົນອອກມາຈາກສະຖານີລົດໄຟໃຕ້ດິນຢ່າງປອດໄພ.

ທາງດ້ານເຈົ້າໜ້າທີ່ຂອງຈີນໄດ້ແຈ້ງວ່າໄດ້ເກີດເຫດນໍ້າຖ້ວມເປັນບໍລິເວນກວ້າງໃນຫຼາຍພື້ນທີ່ຂອງແຂວງເຫີໜານ ຫຼັງຈາກທີ່ມີຝົນຕົກໜັກ ຈົນມີການຄາດວ່າເປັນຝົນທີ່ຕົກໜັກໃນຮອບ 1000 ປີ. ສ່ວນທາງດ້ານສໍານັກງານອຸຕຸນິຍົມວິທະຍາຂອງຈີນຍັງແຈ້ງວ່າ ອິດທິພົນຂອງພາຍຸຈະເຮັດໃຫ້ເກີດຝົນຕົກໜັກໃນອີກ 3 ມື້ຂ້າງໜ້າ.

https://youtu.be/eUmyGUBcGL4

ຂໍຂອບໃຈຄລິບຈາກ: Kanem คาเนม

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...