spot_img
Homeນານາສາລະຂໍ້ດີຂອງການດື່ມນໍ້າໃນຕອນເຊົ້າ

ຂໍ້ດີຂອງການດື່ມນໍ້າໃນຕອນເຊົ້າ

Published on

ການດື່ມນໍ້າໃນຕອນເຊົ້າ ສາມາດຊ່ວຍໃຫ້ລະບົບຂັບຖ່າຍຂອງເຮົາເຮັດວຽກໄດ້ດີ, ໜ້າຕາສົດໃສ, ສົດຊື່ນ ເຊິ່ງຫຼາຍຄົນກໍເຮັດຕາມ ແລະເຫັນຜົນມາແລ້ວ ແຕ່ທ່ານຮູ້ບໍວ່າ ຄຸນປະໂຫຍດຂອງມັນມີຫຼາຍໆຢ່າງ ທີ່ຫຼາຍຄົນອາດຈະບໍ່ຮູ້, ດັ່ງນັ້ນ ຖ້າໃຜທີ່ຍັງບໍ່ຮູ້ກໍຄວນ ອ່ານດ່ວນ ແລ້ວຈະເຮັດໃຫ້ທ່ານຢາກດື່ມນໍ້າທຸກໆເຊົ້າ.

  1. ການດື່ມນໍ້າໃນຕອນເຊົ້າຊ່ວຍໃຫ້ລະລາຍໄຂມັນໃນລຳໄສ້ ເຮັດໃຫ້ຜິວພັນໃສຂຶ້ນ
  2. ການດື່ມນໍ້າໃນຕອນທ້ອງວ່າງ ຈະຊ່ວຍໃຫ້ລຳໄສ້ດູດສານອາຫານໄດ້ດີຂຶ້ນ
  3. ຊ່ວຍໃນການສົມດູນຂອງລະບົບຕ່ອມນໍ້າເຫຼືອງ ຊ່ວຍຫຼຸດຄວາມສ່ຽງໃນການອັກເສບ
  4. ຊ່ວຍກະຕຸ້ນລະບົບພູມຄຸ້ມກັນໃຫ້ເຮັດວຽກຢ່າງມີປະສິດທິພາບ
  5. ການດື່ມນໍ້າທັນທີຫຼັງຈາກຕື່ນນອນ ຊ່ວຍໃຫ້ບາດແຜທີ່ພອງດີໄດ້ໄວຂຶ້ນ
  6. ຊ່ວຍຫຼຸດຄວາມສ່ຽງຂອງໂລກກ່ຽວກັບກະດູກ ເພາະວ່ານໍ້າຊ່ວຍການເຮັດວຽກຂອງຂໍ່ກະດູກທຸກສ່ວນຂອງຮ່າງກາຍ
  7. ການດື່ມນໍ້າຫຼາຍໆຈະຊ່ວຍຂັບໄຂມັນອອກຈາກຮ່າງກາຍ ແລະຊ່ວຍຫຼຸດນໍ້າໜັກໄດ້ດີອີກ
  8. ຊ່ວຍໃຫ້ຂະບວນການສ້າງເຊວໃໝ່, ສ້າງກ້າມເນື້ອ
  9. ຊ່ວຍປ້ອງກັນພະຍາດກ່ຽວກັບລຳຄໍ, ເຈັບທ້ອງ, ເຈັບທ້ອງໃນເວລາເປັນປະຈຳເດືອນ, ພົກຍ່ຽວອັກເສບ, ເຈັບຫົວໄດ້ຢ່າງດີ
  10. ຊ່ວຍໃຫ້ລະບົບຍ່ອຍອາຫານ ແລະການເຜົາຜານເຮັດວຽກຢ່າງມີປະສິດທິພາບ
  11. ຊ່ວຍຮັກສາອາການເຈັບທ້ອງໄດ້ຢ່າງດີ ພຽງແຕ່ເຮົາດື່ມນໍ້າໃນເວລາທີ່ທ້ອງເຮົາວ່າງ
  12. ຊ່ວຍໃຫ້ສານທີ່ກໍ່ມະເລັງຖືກລ້າງອອກ, ຊ່ວຍຫຼຸດຄວາມສ່ຽງມະເລັງລຳໄສ້
  13. ເປັນການເຕີມນໍ້າໃຫ້ສະໝອງ, ຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ, ຊ່ວຍເລື່ອງຄວາມຄິດ, ຄວາມຈື່ຈຳ ແລະສະມາທິ
  14. ຊ່ວຍໃຫ້ຜິວພັນສົດໄສ, ຫຼຸດຄວາມສ່ຽງໃນໂລກຜິວໜັງ, ສິວ, ຝ້າ ແລະຮອຍຫ່ຽວ
  15. ຊ່ວຍຕອງສານເຄມີ ແລະສານພິດທີ່ປະປົນມາຈາກຮ່າງການ
  16. ຊ່ວຍຮັກສາພະຍາດໄຕ, ໜິ້ວ, ຫືດ ແລະພະຍາດອື່ນໆອີກ
  17. ຊ່ວຍຫຼຸດຄວາມຢາກອາຫານໄດ້ເປັນຢ່າງດີ ເໝາະກັບຄົນທີ່ກຳລັງຫຼຸດນໍ້າໜັກ ແຕ່ກໍຄວນກິນອາຫານໃຫ້ຮອດ 5 ໝູ່

ເຫັນປະໂຫຍດຫຼາຍໆຢ່າງຂອງການດື່ມນໍ້າໃນຕອນເຊົ້າແລ້ວ ບອກໄດ້ເລີຍວ່າມັນມີປະໂຫຍດຕໍ່ຮ່າງກາຍຂອງເຮົາຫຼາຍ ລອງເຮັດໃຫ້ເປັນນິໄສ ຮັບຮອງວ່າສຸຂະພາບກາຍ ແລະຈິດໃຈດີຂຶ້ນຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...