spot_img
Homeຂ່າວຕ່າງປະເທດຂໍ້ຂັດແຍ່ງເຂດຊາຍແດນຈີນ-ອິນເດຍຍັງແກ້ບໍ່ຕົກ

ຂໍ້ຂັດແຍ່ງເຂດຊາຍແດນຈີນ-ອິນເດຍຍັງແກ້ບໍ່ຕົກ

Published on

ສຳນັກຂ່າວຣອຍເຕີ, ມຸມໄບ: ຂໍ້ຂັດແຍ່ງເລື່ອງຊາຍແດນລະຫວ່າງຈີນ-ອິນເດຍ ໃນເຂດພູເຂົາຫິມະໄລຢາຕາເວັນຕົກ ຍັງຄົງເປັນປັນຫາຊຳເຮື້ອທີ່ແກ້ບໍ່ໄດ້ ເຖິງແມ່ນທັງສອງຝ່າຍເຄີຍຕົກລົງເປັນເອກະພາບກັນເມື່ອປີກ່ອນກໍຕາມ.

ອີງຕາມສົນທິສັນຍາທີ່ຕົກລົງກັນໃນປີຜ່ານມາ, ຜູ້ບັນຊາການທະຫານທັງສອງຝ່າຍໄດ້ຖອນກຳລັງທະຫານ, ລວມທັງລົດຖັງ ແລະ ກອງປືນໃຫຍ່ອອກຈາກເຂດທະເລສາບປາງກົງໃນເດືອນກຸມພາ, ຖືໄດ້ວ່າ ເປັນບາດກ້າວທຳອິດຂອງການຖອນກຳລັງອອກຈາກຈຸດຂັດແຍ່ງກັນຢ່າງເຕັມຮູບແບບ. ຢ່າງໃດກໍຕາມ, ທ່ານ ເອສ ໄຊຊັນກາຣ໌, ລັດຖະມົນຕີກະຊວງການຕ່າງປະເທດຂອງອິນເດຍກ່າວວ່າ ຍັງມີຂໍ້ຂັດແຍ່ງຫຼາຍດ້ານທີ່ບໍ່ໄດ້ຮັບການແກ້ໄຂ.

ທະຫານອິນເດຍ ແລະ ຈີນເສຍຊີວິດຈາກເຫດການປະທະກັນໃນເດືອນມີນາ 2020, ຖືເປັນການສູນເສຍໃນການສູ້ຮົບກັນຄັ້ງທຳອິດຢູ່ເຂດຊາຍແດນ ໃນຮອບ 40 ກວ່າປີ ເປີດທາງໃຫ້ທະຫານຫຼາຍພັນຄົນຂອງສອງຝ່າຍປະເຊີນໜ້າກັນອີກຄັ້ງຕັ້ງແຕ່ເດືອນ ເມສາ 2020 ເຊິ່ງຫຼາຍຝ່າຍຢ້ານວ່າປັນຫາດັ່ງກ່າວອາດຈະເປັນຊະນວນພາໃຫ້ເກີດຄວາມຂັດແຍ່ງເປັນວົງກວ້າງຂອງສອງປະເທດ.

ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ແລະ ອິນເດຍ ໄດ້ຕົກລົງກັນເພື່ອຫາທາງແກ້ໄຂປັນຫາທີ່ຈະສາມາດຍອມຮັບຮ່ວມກັນໄດ້ ພ້ອມສ້າງຄວາມໝັ້ນຄົງເທິງຜືນແຜ່ນດິນ ໂດຍຫຼີກລ່ຽງການກະທຳທີ່ເປັນການຂັດແຍ່ງຈາກຝ່າຍໃດຝ່າຍໜຶ່ງ ເຊິ່ງອາດຈະເພີ່ມທະວີຄວາມຕຶງຄຽດຂຶ້ນຕື່ມອີກ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...