spot_img
Homeຂ່າວຕ່າງປະເທດຂ່າວປອມໃນອິນເດຍລະບາດໜັກເຮັດໃຫ້ການຄວບຄຸມການລະບາດຂອງໂຄວິດ-19 ເປັນໄປໄດ້ຍາກຂື້ນ

ຂ່າວປອມໃນອິນເດຍລະບາດໜັກເຮັດໃຫ້ການຄວບຄຸມການລະບາດຂອງໂຄວິດ-19 ເປັນໄປໄດ້ຍາກຂື້ນ

Published on

ຜົນຮ້າຍທີ່ຮຸນແຮງມາຈາກການປ່ອຍຂ່າວປອມເຮັດໃຫ້ປະເທດອິນເດຍຕ້ອງພົບກັບບັນຫາໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຍາກຂື້ນ ແລະ ບໍ່ໄດ້ປະສິດທິພາບເທົ່າທີ່ຄວນ.

ສໍານັກຂ່າວຂອງອິນເດຍໄດ້ລາຍງານວ່າການເຮັດວຽກຂອງເຈົ້າໜ້າທີ່ອິນເດຍໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຕ້ອງພົບກັບບັນຫາຢ່າງໜັກຈາກການເຜີຍແຜ່ຂ່າວປອມ ແລະ ຂໍ້ມູນທີ່ບໍ່ໄດ້ຮັບການຢັ້ງຢືນຈາກເຈົ້າໜ້າທີ່ ທີ່ຖືກເຜີຍແຜ່ໃນສື່ອອນລາຍ.

ຂ່າວປອມທີ່ແຜ່ລະບາດສ່ວນຫຼາຍຈະເປັນການໂພສຂໍ້ມູນທີ່ຜິດ ກ່ຽວກັບການລະບາດຂອງພະຍາດໂຄວິດ-19 ໃນຮອບທີ່ສອງຂອງອິນເດຍ ລວມໄປເຖິງເວົ້າເຖິງການເພິ່ມປະສິດທິພາບຂອງວັກຊີນໂດຍໃຊ້ວັດຖຸດິບທີ່ຢູ່ພາຍໃນເຮືອນມາປຸງແຕ່ງ ແລະ ປ່ອຍຂໍ້ມູນທີ່ບໍ່ຖືກຕ້ອງຂອງວັກຊີນປ້ອງກັນ.

ຜູ້ຊ່ຽວຊານຂອງອິນເດຍເຊື່ອວ່າສາເຫດອີກຢ່າງໜຶ່ງເກີດມາຈາກຄວາມເຊື່ອໃຈງ່າຍຂອງຜູ້ອ່ານຂ່າວ ແລະ ຜູ້ໃຫ້ບໍລິການຂ່າວຂຽນຂ່າວທີ່ບິດເບືອນຄວາມເປັນຈິງຈຶ່ງມີສ່ວນເຮັດໃຫ້ເກີດການແຜ່ກະຈາຍຂອງຂໍ້ມູນທີ່ຜິດໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...