spot_img
Homeຂ່າວທ້ອງຖິ່ນຂ່າວດີ! ຜູ້ປ່ວຍໂຄວິດ-19 ປິ່ນປົວດີທັງໝົດ​ 41 ​ຄົນແລ້ວ

ຂ່າວດີ! ຜູ້ປ່ວຍໂຄວິດ-19 ປິ່ນປົວດີທັງໝົດ​ 41 ​ຄົນແລ້ວ

Published on

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ລາຍງານ​ວັນທີ​ 15​ ມັງກອນນີ້ວ່າ:

  • ໃນວັນທີ 14 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 290 ຄົນ, ໃນນັ້ນ ມີ 03 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ; 35 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທບໍ່ມີອາການ 93 ຕົວຢ່າງ; ແຮງງານຈີນບໍ່ມີອາການ 139 ຕົວຢ່າງ; ແຮງງານຫວຽດ ນາມບໍ່ມີອາການ 14 ຕົວຢ່າງ ແລະ ແຮງງານໄທບໍ່ມີອາການ 06 ຕົວຢ່າງ;
  • ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 14 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່;
  • ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 14 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 97,529 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.
  • ປັດຈຸບັນນີ້, ມີຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກ, ສະບັບເລກທີ 3439/ສທ, ລົງວັນທີ 22 ທັນວາ 2020 ວ່າດ້ວຍການເກັບຄ່າບໍລິການປີ່ນປົວ ແລະ ເກັບຄ່າກວດວິເຄາະຫາເຊື້ອພະຍາດ COVID-19. ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ແມ່ນໄດ້ອອກໂຮງໝໍໝົດທຸກຄົນແລ້ວ ແລະ ສືບຕໍ່ຕິດຕາມອາການຂອງຕົນເອງຢູ່ເຮືອນຈົນຄົບ 14 ວັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...