spot_img
Homeມຸມຂ່າວ AECຂົວມິດຕະພາບ 1 ເພີ່ມການຮັກສາຄວາມປອດໄພກວດຄົນເຂົ້າ – ອອກ ເມືອງໃນໄລຍະກອງປະຊຸມ

ຂົວມິດຕະພາບ 1 ເພີ່ມການຮັກສາຄວາມປອດໄພກວດຄົນເຂົ້າ – ອອກ ເມືອງໃນໄລຍະກອງປະຊຸມ

Published on

ທ່ານ ພັນຕີ ບຸນເພັງ ວໍລະລາດ ຮອງເລຂາຄະນະພັກຮາກຖານດ່ານ, ຫົວໜ້າຕຳຫຼວດກວດຄົນເຂົ້າເມືອງ ( ຕມ ) ດ່ານສາກົນຂົວມິດຕະພາບແຫ່ງທີ 1 ໄດ້ໃຫ້ສຳພາດວ່າ: ພວກເຮົາໄດ້ກຽມຄວາມພ້ອມສຳລັບການກວດຄົນເຂົ້າ – ອອກເມືອງໃນໄລຍະຕະຫຼອດຈັດກອງປະຊຸມສຸດຍອດອາຊຽນ ຫຼື ( ASEAN Summit ) ຄັ້ງທີ 28 ແລະ 29 ທີ່ຈັດຂຶ້ນໃນວັນທີ 6 – 8 ເດືອນກັນຍາ ນີ້ ໂດຍທາງດ່ານສາກົນຂອງພວກໄດ້ມີການເພີ່ມຄວາມເຂັ້ນງວດໃນການກວດຄົນເຂົ້າ – ອອກເພີ່ມຫຼາຍຂຶ້ນ ແລະ ໄດ້ເພີ່ມພະນັກງານເຮັດວຽກອີກຈຳນວນໜຶ່ງ ເພື່ອອຳນວຍຄວາມສະດວກ ແລະ ໄດ້ມີການເວນຍາມເລີ່ມແຕ່ວັນທີ 1 ຫາ 10 ກັນຍາ ຕະຫຼອດ 24 ຊົ່ວໂມງ ຕາມທິດຊີ້ນຳຂອງຂັ້ນເທິງ ເຊິ່ງໄດ້ມີ 3 ພາກສ່ວນທີ່ເຂົ້າມາສົມທົບໃນການເວນຍາມຄື: ປກສ ນະຄອນຫຼວງ, ວິທະຍາຄານຕຳຫຼວດດອນຕິ້ວ ແລະ ປກສ ເມືອງຫາດຊາຍຟອງ ເພື່ອຮ່ວມກັນເວນຍາມປ້ອງກັນຄວາມສະຫງົບພາຍໃນດ່ານກໍ່ຄືເຂດພື້ນທີ່ໃກ້ຄຽງ.

ໃນໄລຍະກອງປະຊຸມສຸດຍອດອາຊຽນນີ້ ການກວດສອບຍານພາຫະນະເຂົ້າ – ອອກນັ້ນກໍ່ຈະຕ້ອງໄດ້ມີກາດກວດກາລະອຽດ ໂດຍສະເພາະລົດໃຫຍ່ເວລາເຈົ້າໜ້າທີ່ກວດກໍ່ຈະຕ້ອງເອົາແວ່ນລົງ. ນອກນັ້ນ, ທ່ານຍັງເປີດເຜີຍໃຫ້ຮູ້ວ່າ: ບັນຍາກາດການເຂົ້າ – ອອກເມືອງຢູ່ດ່ານສາກົນຂົວມິດຕະພາບແຫ່ງທີ 1 ພາຍຫຼັງເປີດປະຊາຄົມອາຊຽນຕັ້ງແຕ່ຕົ້ນປີ 2016 ເປັນມາກໍ່ຖືວ່າໄດ້ມີຕົວເລກການເຂົ້າ – ອອກຂອງພໍ່ແມ່ປະຊາຊົນຫຼາຍຂຶ້ນ ໂດຍສະເພາະປະຊາຊົນທັງສອງຝັ່ງ ( ລາວ – ໄທ ), ນັກທ່ອງທ່ຽວ, ນັກທຸລະກິດຈາກບັນດາປະເທດໃນພາກພື້ນ ແລະ ນອກພາກພື້ນ ແມ່ນມີທ່າອ່ຽງທີ່ເພີ່ມຂຶ້ນເລີຍໆ ໂດຍໃນອາທິດໜຶ່ງແມ່ນມີຕົວເລກການແຈ້ງເຂົ້າ – ອອກປະມານ 50,000 – 55,000 ຄົນ. ສຳລັບນັກທ່ອງທ່ຽວທີ່ເປັນຕ່າງຊາດທີ່ໃຊ້ບໍລິການຜ່ານດ່ານຫຼາຍທີ່ສຸດຄື ສປ ຈີນ, ຫວຽດນາມ ແລະ ສ.ເກົາຫຼີ.

 

ຂ່າວຈາກ: Lines Logoຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...