spot_img
Homeຂ່າວພາຍ​ໃນຂົງເຂດເສດຖະກິດເມືອງໄຊທານີ ມີທ່າກ້າວຂະຫຍາຍຕົວຕໍ່ເນື່ອງ

ຂົງເຂດເສດຖະກິດເມືອງໄຊທານີ ມີທ່າກ້າວຂະຫຍາຍຕົວຕໍ່ເນື່ອງ

Published on

ຂົງເຂດເສດຖະກິດເມືອງໄຊທານີ ມີທ່າກ້າວຂະຫຍາຍຕົວຕໍ່ເນື່ອງ

 

ສຳລັບຂົງເຂດເສດຖະກິດຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນສົກປີຜ່ານມານີ້ເຫັນວ່າ ມີທ່າກ້າວຂະຫຍາຍຕົວຢ່າງຕໍ່
ເນື່ອງ ເຊິ່ງສະແດງອອກໃຫ້ເຫັນຍອດຜະລິດຕະພັນພາຍໃນ (GDP) ຂອງເມືອງ ສາມາດບັນລຸໄດ້ 2.519 ຕື້ກີບ ສະເລ່ຍລາຍຮັບ
ຕໍ່ຫົວຄົນໄດ້ 14.900.000 ກວ່າກີບຕໍ່ຄົນຕໍ່ປີ.
ໃນສົກປີຜ່ານມາ ອົງຄະນະພັກເມືອງໄຊທານີ ໄດ້ສຸມໃສ່ຫັນພະນັກງານລົງຊຸກຍູ້ການຜະລິດຂອງປະຊາຊົນຢູ່ແຕ່ລະບ້ານ ຕາມທິດ
ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາໃນ
ປີຕໍ່ໜ້າ ສະນັ້ນ ຈຶ່ງເຮັດໃຫ້ເສດຖະກິດເມືອງໄຊທານີ ສືບຕໍ່ຂະຫຍາຍຕົວໄປຕາມທິດທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ
ມາຮອດສົກປີ 2011-2012 ລວມຍອດຜະລິດຕະພັນພາຍໃນ (GDP) ສາມາດບັນລຸໄດ້ 2.519 ຕື້ກີບ ທຽບໃສ່ຄາດໝາຍມະຕິ
ກອງປະຊຸມໃຫຍ່ ຄັ້ງທີ V ເພີ່ມຂຶ້ນ 11,97% ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.865 ໂດລາຕໍ່ຄົນຕໍ່ປີ ຫຼື ປະມານ 14.934.920
ກີບຕໍ່ຄົນຕໍ່ປີ ທຽບໃສ່ສົກປີ 2009-2010 ເພີ່ມຂຶ້ນເປັນ 66,96% ແລະ ໃນສົກປີຕໍ່ໜ້າ 2013-2015 ອົງຄະນະພັກເມືອງໄຊທາ
ນີ ຍັງຈະສຸມໃສ່ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນສ້າງລາຍຮັບໃຫ້ສູງຂຶ້ນ ເປັນຕົ້ນແມ່ນການຜະລິດກະສິກຳ ປູກຝັງ-ລ້ຽງສັດ ການ
ຄ້າ-ບໍລິການອື່ນໆ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ພໍ່ແມ່ປະຊາຊົນມີລາຍຮັບສູງຂຶ້ນໄປເລື້ອຍໆ.
ຂໍ້ມູນດັ່ງກ່າວນີ້ ທ່ານ ຊົງເລົາ ຢົງນູ ເຈົ້າເມືອງໄຊທານີ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊທານີ ຄັ້ງທີ
XI ສະໄໝທີ V ທີ່ຈັດຂຶ້ນໃນວັນທີ 20 ກຸມພາ 2013 ຜ່ານມານີ້ ທີ່ຫ້ອງປະຊຸມຂອງເມືອງ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...