spot_img
Homeນານາສາລະຂັບລົດເກຍອໍໂຕ້ ເຮົາຕ້ອງໃຊ້ຕີນຂວາເບື້ອງດຽວແທ້ບໍ

ຂັບລົດເກຍອໍໂຕ້ ເຮົາຕ້ອງໃຊ້ຕີນຂວາເບື້ອງດຽວແທ້ບໍ

Published on

ກໍລະນີລົດເປັນເກຍກະປຸກ ຜູ້ຂັບຂີ່ກໍຈະບໍ່ຄ່ອຍມີບັນຫາຢູ່ແລ້ວ ເພາະວ່າຈະໃຊ້ຕີນຊ້າຍຢຽບຄາດ ສ່ວນຕີນຂວາກໍຈະໃຊ້ຢຽບເບກ ແລະ ຢຽບຄັນເລັ່ງສະລັບກັນໄປ, ແຕ່ສຳລັບລົດເກຍອໍໂຕ້ ມີພຽງ 2 ແປ້ນນັ້ນກໍຄືນ ຄັນເລັ່ງ ແລະ ເບກ ສະນັ້ນຈຶ່ງເຮັດໃຫ້ມີຄົນຈຳນວນຫຼາຍທີ່ໃຊ້ຕີນທັງສອງເບື້ອງກໍຄື ຕີນຊ້າຍຢຽບເບກ ຕີນຂວາຢຽບຄັນເລັ່ງ ເຊິ່ງອາດກໍ່ໃຫ້ເກີດອັນຕະລາຍຫຼາຍ.

ເພາະວ່າການໃຊ້ຕີນຂວາຢຽບຄັນເລັ່ງ ແລະ ຕີນຊ້າຍຢຽບເບກ ອາດເຮັດໃຫ້ຜູ້ຂັບຂີ່ມີໂອກາດທີ່ຈະຢຽບທັງສອງຢ່າງນັ້ນພ້ອມກັນ ຈຶ່ງຈະເຫັນໄດ້ວ່າລົດບາງຄັນນັ້ນມີໄຟເບກແຈ້ງຂຶ້ນຄ້າງໄວ້ຕະຫຼອດ ເຖິງວ່າລົດຍັງຈະແລ່ນປົກກະຕິ ໂດຍບໍ່ໄດ້ຜ່ອນຄວາມໄວລົງກໍຕາມ ເຊິ່ງກໍລະນີນີ້ເປັນອັນຕະລາຍຕໍ່ລົດທີ່ແລ່ນຕາມຫຼັງມາ ເນື່ອງຈາກຜູ້ຂັບຂີ່ຕາມຫຼັງມາຈະບໍ່ຮູ້ວ່າລົດນັ້ນ ຈະມີການເບກແທ້ໆຍາມໃດ.

ອີກຢ່າງໜຶ່ງທີ່ຕ້ອງລະວັງນັ້ນກໍແມ່ນ ຖ້າເກີດກໍລະນີສຸກເສີນທີ່ລົດຕ້ອງຢຸດກະທັນຫັນ ອາດເຮັດໃຫ້ຜູ້ທີ່ໃຊ້ສອງຕີນອາດຫຼົງຢຽບ 2 ແປ້ນພ້ອມກັນ ເຮັດໃຫ້ໃຊ້ໄລຍະເບກຫຼາຍກວ່າທີ່ຄວນຈະເປັນ ແລະ ອາດຈະພາໃຫ້ເກີດອຸບັດຕິເຫດຍ້ອນເບກບໍ່ທັນ.

ດັ່ງນັ້ນ ການຂັບລົດເກຍອໍໂຕ້ທີ່ປອດໄພ ຄວນໃຊ້ຕີນຂວາພຽງຢ່າງດຽວໃນການຢຽບເບກ ແລະ ຢຽບຄັນເລັ່ງ ແລະ ຊ່ວຍປ້ອງກັນການເກີດອຸບັດຕິເຫດທີ່ອາດເກີດຂຶ້ນໄດ້.

ຂໍ້ມູນຈາກ vox

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...