spot_img
Homeຂ່າວພາຍ​ໃນຂະແໜງການເງິນ ສຸມໃສ່ປະຕິບັດວຽກ 3 ສ້າງ

ຂະແໜງການເງິນ ສຸມໃສ່ປະຕິບັດວຽກ 3 ສ້າງ

Published on

ຂະແໜງການເງິນ ສຸມໃສ່ປະຕິບັດວຽກ 3 ສ້າງ

 

ເພື່ອ​ແນໃສ່​ເຮັດ​ແນວໃດ​ໃຫ້​ການຈັດຕັ້ງ​ປະຕິບັດ​ວຽກ​ງານ 3 ສ້າງ​ທີ່​ຂັ້ນ​ເທິງ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ພະແນກການ​ເງິນ​ນະຄອນຫຼວງ​ວຽງ​ຈັນ ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ປະຕິບັດ ແລະ ຊອກ​ຫາ​ແຫຼ່ງ​ງົບປະມານ ເພື່ອ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ໃຫ້​ປະສົບ​ຜົນສຳເລັດ​ທີ່​ວາງ​ໄວ້.

ຕອນ​ບ່າຍ​ວັນ​ທີ 22 ເມສາ 2013 ທີ່​ພະແນກການ​ເງິນ​ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ພິທີ​ມອບ-ຮັບ​ອຸປະກອນ​ເຄື່ອງມື​ທັນ​ສະໄໝ ໃຫ້​ແກ່​ເມືອງ​ເຮັດ​ທົດ​ລອງ 3 ສ້າງ​ຂອງ​ນະຄອນຫຼວງ​ວຽງ​ຈັນ ໄດ້ແກ່​ເມືອງ​ຈັນທະ​ບູ​ລີ ປະກອບ​ມີ 7 ບ້ານ ເມືອງ​ສີ​ສັດຕະ​ນາກ ມີ 2 ບ້ານ ແລະ ເມືອງ​ສັງ​ທອງ ມີ 1 ບ້ານ ລວມ​ທັງ​ໝົດ 10 ບ້ານ ສຳລັບ​ເຄື່ອງ​ທີ່​ມອບ-ຮັບ​ຄັ້ງ​ນີ້ ປະກອບ​ມີ​ເຄື່ອງໃຊ້​ສຳນັກງານ ມູນ​ຄ່າ 150 ລ້ານ​ກວ່າ​ກີບ ເຄື່ອງໃຊ້​ຫ້ອງການ 13 ລ້ານ​ກວ່າ​ກີບ ເຄື່ອງ​ອຸປະກອນ​ທັນ​ສະໄໝ 410 ລ້ານ​ກວ່າ​ກີບ ພາຫະນະ (ລົດຈັກ 9 ຄັນ) ມູນ​ຄ່າ 112 ລ້ານ​ກີບ ການ​ຕິດ​ຕັ້ງ​ເຄື່ອ​ຂ່າຍ​ເນັດ​ເວີກ 78 ລ້ານ​ກວ່າ​ກີບ ແລະ ສ້ອມແປງ ຫ້ອງການ​ການ​ເງິນ​ເມືອງ​ສັງ​ທອງ ມູນ​ຄ່າ 286 ລ້ານ​ກວ່າ​ກີບ ລວມ​ມູນ​ຄ່າ​ທັງ​ໝົດ 1.051.000.000 ກີບ ກ່າວ​ມອບ​ຄັ້ງ​ນີ້​ໂດຍ​ທ່ານ ຄຳ​ພັນ ມາລາ​ບັນດິດ ຫົວໜ້າ​ພະແນກການ​ເງິນ​ນະຄອນຫຼວງ​ວຽງ​ຈັນ ມີ​ຜູ້ຕາງໜ້າ​ຈາກ 3 ເມືອງ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...