spot_img
Homeຂ່າວທ້ອງຖິ່ນກໍລະນີ ຕຳແລ້ວໜີມີໂທດທັງຈຳທັງປັບ!

ກໍລະນີ ຕຳແລ້ວໜີມີໂທດທັງຈຳທັງປັບ!

Published on

ອຸບັດຕິເຫດທີ່ເກີດຂຶ້ນເມື່ອຕອນແລງຂອງວັນທີ 20 ກຸມພາ 2019 ກໍລະນີລົດວີໂກ້ປ້າຍສີຂາວຟ້າ (ລົດຫ້ອງການລັດ) ຕຳກັບລົດຈັກສະກຸບປີ້ (Scoopy) ໃນເສັ້ນຖະໜົນຄູວຽງໜ້າເວີເທດເຊັນເຕີ (Word trade center) , ລົດວີໂກ້ໄດ້ລາກລົດຈັກສະກຸບປີໄປຕາມຖະໜົນຈົນຮອດຈຸດສີ່ແຍກໄຟແດງ ໜ້າທະນາຄານລາວ-ຫວຽດ ຈຶ່ງຢຸດລົດ ໂດຍມີເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແລະ ພົນລະເມືອງຂັບລົດໄລ່ຕິດຕາມລົດຄັນດັ່ງກ່າວ ພາຍຫຼັງໄດ້ຮູ້ວ່າ ຜູ້ຂັບລົດວີໂກ້ ເປັນເຈົ້າໜ້າທີ່ຕຳຫຼວດທີ່ຢູ່ໃນອາການມຶນເມົາ ເຊິ່ງໄດ້ເຮັດໃຫ້ມີຜູ້ບາດເຈັບ ແລະ ຊັບສິນເສຍຫາຍ.

ອຸບັດຕິເຫດດັ່ງກ່າວນອກຈາກຈະສ້າງຄວາມແຕກຕື່ນໃຫ້ກັບຜູ້ຄົນໃນບໍລິເວນນັ້ນແລ້ວ ຍັງໄດ້ສ້າງຄວາມສົນໃຈໃຫ້ກັບປະຊາຊົນຈຳນວນຫຼາຍທີ່ຕ້ອງການຮູ້ວ່າອຸບັດຕິເຫດດັ່ງກ່າວຈະມີບົດສະຫຼຸບແນວໃດ?

ເນື່ອງຈາກເຈົ້າຄອງນະຄອນຫຼວງ ໄດ້ອອກຂໍ້ຕົກລົງວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄພຕາມຖະໜົນ ທົ່ວນະຄອນຫຼວງວຽງຈັນ. ໃນມາດຕາທີ 13 ໄດ້ລະບຸໄວ້ວ່າ ກໍລະນີຜູ້ຂັບຂີ່ພາຫະນະດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາເປັນຕົ້ນເຫດພາໃຫ້ເກີດອຸບັດຕິເຫດ ແມ່ນໃຫ້ນຳໃຊ້ມາດຕະການສູງສຸດ ຕາມຄັ້ງທີ 4 ນັ້ນຄືການຂຽນໃບຮັບສາລະພາບລະເມີດກົດຈາລະຈອນ, ຢຶດໃບຂັບຂີ່ເລີຍ ຮອດ 1 ປີ ຈິ່ງອະນຸຍາດໃຫ້ເສັງໃບຂັບຂີ່ຄືນໃໝ່ ແລະ ປັບໄໝ 20 ເທົ່າ ຕາມມາດຕາ 5 ຂອງດຳລັດເລກທີ 188/ນຍ ແລະ ຕາມມາດຕາ 2 ຂອງມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 1 ສະບັບເລກທີ 028/ສປນວ, ລົງວັນທີ 06 ກັນຍາ 2018.

ກໍລະນີ ຕຳແລ້ວໜີ ເປັນການກະທຳຜິດກ່ຽວກັບຄວາມປອດໄພ ແລະ ຄວາມຮຽບຮ້ອຍໃນສັງຄົມ, ເຊິ່ງມີລະບຸໄວ້ໃນລັດຖະທຳມະນູນຂອງປະທານປະເທດ ເລກທີ: 118/ປປທ, ລົງວັນທີ 26 ມິຖຸນາ 2017 ກ່ຽວກັບການປະກາດໃຊ້ປະມວນກົດໝາຍອາຍາ. ໃນມາດຕາ 146 ການຫຼົບໜີຈາກອຸບັດຕິເຫດ ບຸກຄົນໃດຫາກໄດ້ເຮັດອຸບັດຕິເຫດເກີດຂຶ້ນ ຫຼື ມີສ່ວນພົວພັນໂດຍກົງກັບອຸບັດຕິເຫດແລ້ວລົບໜີ ຈະຖືກຕັດອິດສະລະພາບແຕ່ 1ປີ ຫາ 3ປີ ແລະ ຈະຖືກປັບໄໝແຕ່ 3.000.000ກີບ ຫາ 10.000.000ກີບ. ຄວາມພະຍາຍາມກໍ່ການກະທຳຜິດກໍ່ຈະຖືກລົດໂທດ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ດຳລັດປະທານປະເທດ ປະມວນກົດໝາຍອາຍາ, ຂໍ້ຕົກລົງເຈົ້າຄອງນະຄອນຫຼວງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...