spot_img
Homeຂ່າວພາຍ​ໃນກຽມຮັບມື ການປ່ອຍນ້ຳຈາກເຂື່ອນໄຟຟ້າເຊລະນອງ 1

ກຽມຮັບມື ການປ່ອຍນ້ຳຈາກເຂື່ອນໄຟຟ້າເຊລະນອງ 1

Published on

ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການ ສະບັບເລກທີ 1134 ລົງວັນທີ 27 ກັນຍາ 2022 ເຖິງຫ້ອງວ່າການປົກຄອງແຂວງສະຫວັນເຂດ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບ ການກະກຽມຮັບມື ການປ່ອຍນ້ຳຈາກເຂື່ອນໄຟຟ້າເຊລະນອງ 1 ເຊິ່ງຈະໄດ້ເປີດປະຕູລະບາຍນໍ້າອອກຈາກອ່າງເກັບນ້ຳຂອງເຂື່ອນ ໃນວັນທີ 28 ກັນຍາ 2022.

ເຊິ່ງອາດຈະເຮັດໃຫ້ແມ່ນ້ຳສາຍລຸ່ມເຂື່ອນມີນ້ຳລະດັບທີ່ສູງຂື້ນກະທັນຫັນ ແລະ ເພື່ອເປັນການກະກຽມຮັບມືອາດຈະເກີດຜົນກະທົບໃນພື້ນທີ່ລຸ່ມເຂື່ອນ ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ອອກແຈ້ງການສະບັບນີ້ມາຍັງທ່ານຊາບ ເພື່ອກະກຽມຮັບມື.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...