spot_img
Homeຂ່າວພາຍ​ໃນກຽມພົບກັບເທດສະການງານໂຄມໄຟນາໆຊາດ ທີ່ຟາມພູຕາເວັນ

ກຽມພົບກັບເທດສະການງານໂຄມໄຟນາໆຊາດ ທີ່ຟາມພູຕາເວັນ

Published on

ເທດສະການອາຫານ ແລະ ງານໂຄມໄຟນາໆຊາດຄັ້ງທີ1 ປະຈໍາປີ 2019 ເພື່ອສົ່ງເສີມການທ່ອງທ່ຽວລາວກ້າວສູ່ຄວາມຢືນຍົງ ຈະຈັດຂຶ້ນທີ່ຟາມພູຕາເວັນ ເມືອງ ທ່າພະບາດ, ແຂວງ ບໍລິຄໍາໄຊ  ໃນລະຫວ່າງວັນທີ 7-10 ມີນາ 2019. ງານດັ່ງກ່າວ, ຈະລວມເອົາໂຄມໄຟຢູ່ໃນລາວ ແລະ ຕ່າງປະເທດ ຮ່ວມສະແດງ. ນອກນັ້ນ, ຍັງມີງານວາງສະແດງ ແລະ ຂາຍອາຫານ, ສິນຄ້າ ຈາກຜູ້ປະກອບການແມ່ຍິງລາວ ແລະ ງານຄອນເສີດໃຫຍ່ທີ່ລວມເອົານັກສິລະປິນລາວ-ໄທ ຢ່າງຍິ່ງໃຫຍ່.

ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານກໍາມະການຈັດງານໂຄມໄຟນາໆຊາດ ກ່າວໃນພິທີຖະແຫຼງຂ່າວໃນວັນທີ 19 ກຸມພາ 2019 ວ່າ: ໃນວັນທີ 7-10 ກຸມພາ 2019 (ເປັນເວລາ 4 ວັນ) ທາງສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບຟາມພູຕາເວັນ ຈັດງານເທດສະການໂຄມໄຟນາໆຊາດຄັ້ງທີ I ຂຶ້ນທີ່ ຟາມພູຕາເວັນ ບ້ານ ນາໄຊ, ເມືອງ ທ່າພະບາດ, ແຂວງ ບໍລິຄໍາໄຊ  ເຊິ່ງຫ່າງຈາກນະຄອນຫຼວງວຽງຈັນປະມານ 62 ຫຼັກ. ງານດັ່ງກ່າວ, ຈັດຂຶ້ນເພື່ອເປັນການສົ່ງເສີມ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ຊຸມຊົນ ແລະ ໝູ່ບ້ານໃກ້ຄຽງກັບຟາມພູຕາເວັນ, ເປັນການເຊື່ອມໂຍງການທ່ອງທ່ຽວຕາມຍຸດທະສາດລະຫວ່າງກຸ່ມປະເທດອາຊຽນ, ສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019, ເຮັດໃຫ້ການທ່ອງທ່ຽວລາວກ້າວສູ່ຄວາມຢືນຍົງ ແລະ ສົ່ງເສີມຜະລິດຕະພັນພາຍໃນປະເທດກ້າວສູ່ຕະຫຼາດສາກົນໃນຍຸກ AEC.

ທ່ານ ນາງ ດາລຸນນີ ດວງປະເສີດ ກ່າວຕື່ມວ່າ: ໃນງານຄັ້ງນີ້, ຈະນໍາເອົາໂຄມໄຟນາໆຊາດ ປະກອບມີໂຄມໄຟຂອງລາວ, ຫວຽດນາມ, ຈີນ, ຢີ່ປຸ່ນ, ເກົາຫຼີ ແລະ ປະເທດໄທ ເຂົ້າຮ່ວມວາງສະແດງ ເຮັດໃຫ້ຜູ້ສົນໃຈເຂົ້າຮ່ວມໄດ້ຮູ້ວ່າໂຄມໄຟແຕ່ລະປະເທດແຕກຕ່າງກັນຢ່າງໃດ ພ້ອມນັ້ນ, ຍັງມີງານຕະຫຼາດນັດໂດຍໄດ້ລວມເອົາຜະລິດຕະພັນສິນຄ້າຂອງແມ່ຍິງທົ່ວປະເທດມາວາງສະແດງບໍ່ວ່າຈະເປັນເຄື່ອງຫັດຖະກໍາ-ກະສິກໍາ, ອາຫານ-ເຄື່ອງດື່ມ ແລະ ອື່ນໆ ຫຼາຍກວ່າ 50 ຮ້ານ. ນອກນັ້ນ, ວັນທີ 9 ເດືອນ ມີນາ ຈະມີການສະແດງຄອນເສີດຈາກສິນລະປິນຊື່ດັງລາວ-ໄທ.  ຕະຫຼອດເທດສະການນີ້, ພວກເຮົາຍັງຄັດຈ້ອນເອົາປະຊາຊົນ ໂດຍສະເພາະແມ່ຍິງແຕ່ລະບ້ານອ້ອມຂ້າງເຂົ້າມາທ່ຽວຊົມງານໂດຍບໍ່ເສຍຄ່າ ເພື່ອເປັນຂອງຂັວນໃນວັນແມ່ຍິງສາກົນ ທີ 8 ເດືອນ ມິນາ, ສະເພາະລາຄາຄ່າເຂົ້າງານເທດສະການຄັ້ງນີ້ພຽງ 25.000 ກີບ/ຕໍ່ຄົນ ແຕ່ສຳລັບເດັກນ້ອຍສູງ 120 ຊັງຕີແມັດລົງມາ, ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, ຄູບາອາຈານ ພວກເຮົາຈະນະໂຍບາຍໃຫ້ເຂົ້າຊົມຟີ; ສ່ວນລາຄາສຳລັບບັດຄອນເສີດວັນທີ 9 ມີນາ ຈະຂາຍບັດຢູທີ 50.000 ກີບ/ຕໍ່ບັດ.

 

 

 

 

 

 

 

 

 

ຮູບພາບ-ຂຽນຂ່າວໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...