spot_img
Home​ຂ່າວບັນເທິງກຽມປະກວດນາງແບບ, ຊາຍແບບ ແລະ ເດັກຫນ້າຮັກຄັ້ງທຳອິດ ໃນລາວ ປີ 2014

ກຽມປະກວດນາງແບບ, ຊາຍແບບ ແລະ ເດັກຫນ້າຮັກຄັ້ງທຳອິດ ໃນລາວ ປີ 2014

Published on

SONY DSC

 

   ວັນທີ 29 ເມສານີ້ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະ ຄອນຫຼວງວຽງ​ຈັນ, ຮ່ວມກັບ ບໍລິສັດ  ແອລທີ ແລະ ບໍລິສັດ KHB ດຣາມມາ ຈຳກັດຜູ້ດຽວ ໄດ້ຈັດພິທີຖະແຫຼ່ງຂ່າວເປີດໂຄງການປະກວດນາງແບບ, ​ຊາຍແບບ ແລະ ເດັກໜ້າ ຮັກ (LAO SUPPER MO DEL) ປີທຳອິດໃນປະເທດ ລາວ ຂຶ້ນຢູ່ໂຮງແຮມລາວພລາຊາ, ນະຄອນຫຼວງ ວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ມີປະທານບໍລິ ສັດ  LT, ບໍລິສັດ KHB ແລະ ພາກ ສ່ວນທີ່ກ່ຽວຂ້ອງພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
     ທ່ານ ວິໄລສັກ ພຸດທະຄຳສົມພູ ປະທານບໍລິສັດ KHB ດຣາມາຈຳກັດຜູ້ດຽວ ຖະແຫຼງວ່າ: ການປະກວດນາງແບບ,

ຊາຍ ແບບ ແລະ ເດັກໜ້າຮັກຄັ້ງທຳອິດໃນລາວແມ່ນຈະຈັດຂຶ້ນໃນວັນທີ  6 ເດືອນກັນຍາ ປີ 2014 ນີ້, ຢູ່ສູນການຄ້າລາວ ໄອເຕັກ ນະຄອນຫຼວງວຽງຈັນ, ເພື່ອເປັນການເປີດໂອກາດໃຫ້ໄວໜຸ່ມເຍົາວະຊົນໄດ້ສະແດງອອກ ແລະ ກ້າວໄປສູ່ວົງການ ບັນເທີງ ຂອງລາວ, ໂດຍສະເພາະແມ່ນການເປັນຕົວແທນນຳສະເໜີຮີດຄອງປະເພນີອັນດີງາມຂອງຊາດ ແລະ ການນຸ່ງຖືທີ່ ເປັນເອກະ ລັກ, ເປັນຕົ້ນແມ່ນການປະຍຸກຜ້າ​​ໄໝ ລາວ ແລະ ເຮັດໃຫ້ຕ່າງປະເທດ ໄດ້ຮັບຮູ້ຫຼາຍຂຶ້ນ, ທັງເປັນການກຽດ ພ້ອມໃນການ ເຂົ້າສູ່ປະຊາຄົມອາຊຽນໃນປີ  2015, ດັ່ງນັ້ນ ຈຶ່ງຢາກເຊີນຊວນໄວໜຸ່ມເຍົາວະຊົນ, ໂດຍສະເພາະຜູ້ທີ່ສົນໃຈ ເຂົ້າຮ່ວມປະ ກວດໃນງານດັ່ງກ່າວ, ສຳລັບເງື່ອນໄຂຜູ້ທີ່ຈະເຂົ້າຮ່ວມປະກວດແມ່ນ: ຍິງ ແລະ ຊາຍ ສັນຊາດລາວ ອາຍຸ 18- 25 ປີ, ເດັກ ອາຍຸ   6 – 10 ປີ, ເລີ່ມເປີດຮັບສະໝັກເດືອນກໍລະກົດທີ່ຈະມາເຖິງນີ້, ຢູ່ບໍລິສັດ LT ແລະ ບໍລິສັດ KHB ດຣາມາຈຳ ກັດ ຜູ້ດຽວ, ນະຄອນຫຼວງວຽງຈັນ.

ທີ່ມາ http://laophatthananews.blogspot.com/2014/04/2014_30.html

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...