spot_img
Homeຂ່າວພາຍ​ໃນກົມໃຫຍ່ເສນາທິການກອງທັບເຊື່ອມຊຶມເອກະສານສຳຄັນ

ກົມໃຫຍ່ເສນາທິການກອງທັບເຊື່ອມຊຶມເອກະສານສຳຄັນ

Published on

thu27mar3

ໃນວັນທີ 25 ມີນາ 2014 ນີ້, ກົມໃຫຍ່ເສນາທິການກອງ ທັບ ໄດ້ຈັດຕັ້ງເຊືອມຊຶມເອກະ ສານມູນເຊື້ອ 65 ປີຂອງກອງ ທັບ, ໂດຍການເຜີຍແຜ່ຂອງ ສະຫາຍພົນຕີ ສຸວອນ ເລືອງ ບຸນມີ, ກຳມະການສູນກາງ ພັກ, ຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ມີບັນດາສະ ຫາຍຫົວໜ້າກົມ,ຮອງກົມ, ຫ້ອງການ, ພະແນກການ, ພ້ອມດ້ວຍຄະນະພັກ-ຄະນະ
ບັນຊາພະນັກງານຫຼັກແຫຼ່ງ ທັ່ວອົງການກົມໃຫຍ່ເສນາ ທິການເຂົ້າຮ່ວມ.
ເອກະສານທີ່ມາເຜີຍແຜ່ ໃນຄັ້ງນີ້ປະກອບມີເອກະສານ ສາມສະບັບຄື: ສູນທອນພົດ ຂອງສະຫາຍ ຈູມມະລີ ໄຊຍະ ສອນ, ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໃນພິທີໂຮມຊຸມນຸມສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 65 ປີ, ບົດປາໄສຂອງສະຫາຍ ພົນໂທ ດວງໃຈ ພິຈິດ, ກຳມະ ການກົມກາງເມືອງສູນກາງ ພັກ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດໃນງານຊຸມ ນຸມລະນຶກວັນສ້າງຕັ້ງກອງ ທັບປະຊາຊົນ ຄົບຮອບ 65 ປີ ແລະ ມະຕິກອງປະຊຸມເປີດ ກວ້າງຂອງຄະນະບໍລິຫານ ງານພັກກະຊວງປ້ອງກັນປະ ເທດຄັ້ງທີ 5 ສະໄໝທີ III ວ່າາ ດ້ວຍການແກ້ໄຂກຳລັງພົນ ທົວກອງທັບໃຫ້ສອດຄ້ອງກັບ   ຄວາມຮຽກຮ້ອງຕ້ອງການໃນ ໄລຍະໃໝ່. ຈຸດປະສົງກໍ່ເພື່ອ ແນໃສ່ເຮັດໃຫ້ພະນັກງານສະ ມາຊິກພັກ, ພະນັກງາຫຼັກ ແັັັັັຫຼ່ງທົ່ວອົງການກົມໃຫຍ່ເສ ນາທິການກອງທັບໄດ້ຮັບຮູ້ ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ກັບ ທາດແທ້ມູນເຊື້ອແຫ່ງການ ກຳເນີດເຕີບໃຫຍ່ຂະຫຍາຍ ຕົວຂອງກອງທັບເຮົາຕະຫຼອດ    ໄລຍະ 65 ປີແຫ່ງການຕໍ່ສູ້ມີ ໄຊ ແລະ ເຕີບໃຫຍ່ເຂັ້ມແຂງ ໃນແປວໄຟສົງຄາມ ເພື່ອຕໍ່ສູ້ ກູ້ຊາດ ແລະ ໃນພາລະກິດປົກ ປັກຮັກສາສ້າງສາພັດທະນາ ປະເທດຊາດ, ກອງທັບເຮົາໄດ້ ສ້າງຜົນງານອັນຍິງໃຫຍ່ ແລະ ສ້າງວິລະກຳອັນລ່ຳເລີດ ແລະ ເອກອ້າງທະນົງໃຈຂອງຊາດ ລາວເຮົາພ້ອມນີ້ກໍ່ເພື່ອພ້ອມ ກັນເຊື່ອມຊຶມວຽກງານຄຸ່ມ ຄອງກຳລັງພົນຂອງກອງທັບ ໃຫ້ຫັນເຂົ້າສູ້ລະບົບການຄຸ່ມ ຄອງທີ່ມີວິທະຍາສາດ, ມີ ການກວດສອບ, ກວດກາໄດ້ ແລະ ມີຄວາມປອດໃສ.
ຂ່າວຍັງແຈ້ງໃຫ້ຮູ້ວ່າ: ວັນ ທີ 19 ມີນາ ທີ່ຜ່ານມານີ້, ກອງ “ຂ 641” ກໍ່ໄດ້ຈັດຕັ້ງເຊື່ອມ ຊຶມສູນທອນພົດຂອງເລຂາທິ ການໃຫຍ່ ແລະ ບົດປາໄສ ຂອງລັດຖະມົນຕີວ່າການກະ ຊວງປ້ອງກັນປະເທດເຊັ່ນ ດຽວກັນ.

ທີ່ມາ: http://www.kongthap.gov.la/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...