spot_img
Homeປະຊາສຳພັນກົມອຸຕຸນິຍົມ ແລະ ອຸທຸກກະສາດແຈ້ງ ອາທິດ​ໜ້າຝົນ​ຈະ​ຕົກ​ຫລາຍ​ຂຶ້ນ!

ກົມອຸຕຸນິຍົມ ແລະ ອຸທຸກກະສາດແຈ້ງ ອາທິດ​ໜ້າຝົນ​ຈະ​ຕົກ​ຫລາຍ​ຂຶ້ນ!

Published on

the_rain_by_firedroplet-d3c5sna

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ຂອງ​ອາກາດ​ຮ້ອນ​ຍັງ​ຈະ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ, ສົມ​ທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່, ​ເຮັດ​ໃຫ້​ອຸນຫະພູມ​ອາກາດ​ໂດຍ​ທົ່ວ​ໄປ​ຮ້ອນ​ທຳ​ມະ​ດາ ​ແລະ ຍັງ​ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຢູ່​ເກື​ອບທົ່ວ​ໄປ ​ແລະ ຕົກ​ປານ​ກາງ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ພາກ​ກາງ​ລົງ​ຫາ​ພາກ​ໃຕ້, ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ. ຈາກ​ນັ້ນ ທ້າຍ​ອາທິດ​ນີ້​ຫາ​ຕົ້ນ​ອາທິດ​ໜ້າ ກະ​ແສ​ລົມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຈະ​ມີ​ກຳລັງ​ແຮງ​ເພີ່ມ​ຂຶ້ນ​ພັດ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ, ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ​ຫລາຍ​ຂຶ້ນ ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ, ນັບ​ທັງ​ນະຄອນ ຫລວງ​ວຽງ​ຈັນ.

ໃນ​​ໄລຍະ​ນີ້ ສະພາບ​ອາກາດ​ຍັງ​ຈະ​ຮ້ອນ​ທຳ​ມະ​ດາ, ຈາກ​ນັ້ນ ທ້າຍ​ອາທິດ​ນີ້ ຫາ​ຕົ້ນ​ອາທິດ​ໜ້າ​ອຸນ ຫະ ພູມ​ໂດຍ​ທົ່ວ​ໄປ​ຈະ​ເຢັນ​ລົງ​ເລັກ​ນ້ອຍ, ຍ້ອນ​ກະ​ແສ​ລົມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ, ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ຫລາຍ​ຂຶ້ນ, ​ໃນ​ວັນ​ທີ 12-14 ມີຖຸນາ​ນີ້, ສະພາບ​ຝົນ​ຈະ​ເບົາບາງ​ລົງ​ເລັກ​ນ້ອຍ ​ແລະ ​ໃນ​ວັນ​ທີ 15- 16 ມີຖຸນາ​ນີ້ ສະພາບ​ຝົນຕົກ​ຈະ​ຢູ່​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ​ຫລາຍ​ຂຶ້ນ​ຢູ່​ແຕ່​ລະ​ພາກ, ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ. ຈຶ່ງເຕືອນໃຫ້ປະຊາຊົນເຮົາມີຄວາມລະມັດລະວັງຕໍ່ໄພທຳມະຊາດທີ່ອາດຈະເກີດຂຶ້ນ ແລະ ຂໍໃຫ້ຕິດຕາມພະຍາກອນອາກາດເປັນປະຈຳ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...