spot_img
Homeຂ່າວພາຍ​ໃນກົມທີ່ດິນ ຊີ້ແຈງບັນຫາການອອກໃບຕາດິນຊັກຊ້າ

ກົມທີ່ດິນ ຊີ້ແຈງບັນຫາການອອກໃບຕາດິນຊັກຊ້າ

Published on

 

378026
(ພາບປະກອບ)

 

ຕາມແຫຼ່ງຂ່າວຂອງໜັງສືພິມລາວພັດທະນາ ໄດ້ລາຍງານວ່າ ກ່ຽວກັບການອອກໃບຕາດິນ ແລະ

ການປ່ຽນໂອນທີ່ດິນມີບັນຫາຊັກຊ້າແກ່ຍາວເກີນຂອບເຂດ, ໂດຍສະເພາະແມ່ນຢູ່ຂອບເຂດນະຄອນ

ຫຼວງວຽງຈັນນັ້ນ ແມ່ນຍັງເປັນປະກົດການຫຍໍ້ທໍ້ໜຶ່ງທາງສັງຄົມ, ຕໍ່ບັນຫາດັ່ງກ່າວ ທ່ານຫົວໜ້າກົມ

ທີ່ດິນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຊຶ່ງໄດ້ຊີ້ແຈງວ່າ: ປັດຈຸບັນບັນຫາຂໍ້ຂັດ

ແຍ່ງທີ່ດິນແມ່ນໄດ້ເກີດຂຶ້ນຫຼາຍ ແລະ ເປັນປາກົດການຫຍໍ້ທໍ້ທາງສັງຄົມ, ເນື່ອງມາຈາກສະພາບເສດ

ຖະກິດຂະຫຍາຍຕົວ ເຮັດໃຫ້ການນຳໃຊ້ທີ່ດິນມີຄວາມຕ້ອງການສູງ ແລະ ມີລາຄາແພງຂຶ້ນ ໂດຍສະ

ເພາະແມ່ນໃນຕົວເມືອງ, ແຕ່ເພື່ອເຮັດໃຫ້ການຄຸ້ມຄອງທີ່ດິນຖືກຕ້ອງນັ້ນ ໃບຕາດິນແມ່ນເປັນເອກະ

ສານທີ່ສຳຄັນທີ່ເປັນຫຼັກຖານຕົ້ນຕໍອັນໜຶ່ງອັນດຽວ ກ່ຽວກັບສິດນຳໃຊ້ທີ່ດິນຢ່າງຖາວອນ, ສະນັ້ນການ

ອອກໃບຕາດິນຈຶ່ງມີຄວາມສຳຄັນ ຊຶ່ງທາງລະບຽບການກໍໄດ້ກຳນົດໄວ້ວ່າ: ອອກໃບຕາດິນຊ້າສຸດບໍ່ໃຫ້

ເກີນ 90 ວັນ.

 

ແຕ່ເນຶ່ອງຈາກວ່າປັດຈຸບັນການຊື້ – ຂາຍດິນ ແລະ ການມອບໂອນກຳມະສິດທີ່ດິນ ໄດ້ເກີດຂຶ້ນຫຼາຍ

ແລະ ເພື່ອຄວາມສະດວກໃຫ້ແກ່ປະຊາຊົນ ທາງກົມທີ່ດິນໄດ້ມີການອຳນວຍຄວາມສະດວກແກ່ປະຊາ

ຊົນ ດ້ວຍການເປີດປ່ອງບໍລິການຜ່ານປະຕູດຽວຄື: ມອບໃຫ້ທາງອົງການທີ່ດິນເມືອງເປັນຜູ້ຄຸ້ມຄອງ

ແລະ ອອກໃບຕາດິນໃຫ້ ເຊຶ່ງຊ້າສຸດບໍ່ໃຫ້ ເກີນ 30 ວັນ, ທ່ານຫົວໜ້າກົມຄຸ້ມຄອງທີ່ດິນ ໃຫ້ຮູ້ອີກວ່າ:

ຕໍ່ສະພາບການອອກໃບຕາດິນມີຄວາມຫລ່າຊ້ານັ້ນ ອັນທີໜຶ່ງ ກໍອາດເນື່ອງມາຈາກການກວດກາເອ

ກະສານທີ່ອອກຊ້າ ກໍເນື່ອງຈາກວ່າການກວດກາເອກະສານ ກ່ຽວກັບຄວາມຖືກຕ້ອງຂອງດິນ ແລະ

ການເສຍພັນທະຄ່າອາກອນອື່ນໆ ແລະ ສ່ວນໜຶ່ງປະຊາຊົນ ບາງຄົນບໍ່ເຂົ້າໃຈດີຕໍ່ຂັ້ນຕອນ ແລະ ລະ

ບຽບການອອກໃບຕາດິນ ຈຶ່ງກໍ່ໃຫ້ເກີດປະກອບເອກະສານບໍ່ຖືກຕ້ອງ, ຈຳເປັນຕ້ອງ ໄດ້ເຮັດຄືນ ຫຼື

ກໍລະນີຄວາມບໍ່ຈະແຈ້ງຂອງການ ໄດ້ມາທີ່ດິນດັ່ງກ່າວ, ພ້ອມດຽວກັນສະພາບການພັດທະນາເສດຖະ

ກິດ – ສັງຄົມມີການຂະຫຍາຍຕົວ ໄວ ທີ່ດິນມີລາຄາແພງ, ເກີດຂໍ້ຂັດແຍ່ງທີ່ດິນຫຼາຍຂຶ້ນ ແລະ ບາງກໍ

ລະນີກໍມີການລັກປອມແປງໃບຕາດິນເກີດຂຶ້ນ, ເນື່ອງຈາກປະຊາຊົນສ່ວນໜຶ່ງ ມັກງ່າຍຈ້າງນາຍໜ້າ

ວິງເຕັ້ນການອອກໃບຕາດິນ ເຮັດໃຫ້ເກີດຄວາມຫຍຸ້ງຍາກ ແລະ ເປັນຄະດີຄວາມກັນກໍມີ, ສະນັ້ນ ເຈົ້າ

ໜ້າທີ່ມີຄວາມຈຳເປັນຕ້ອງ ໄດ້ກວດກາເອກະສານໃຫ້ລະອຽດ ແລະ ໃຫ້ການອອກໃບຕາດິນຊັກຊ້າ

ແກ່ຍາວເວລາກໍມີ.

 

ທ່ານ ຫົວໜ້າກົມໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການອອກໃບຕາດິນມີຄວາມວ່ອງໄວຂຶ້ນ ປັດຈຸບັນພວກເຮົາ

ໄດ້ເລັ່ງພັດທະນາການນຳໃຊ້ລະບົບເອເລັກໂຕນິກ, ເຊຶ່ງຈະຢັ້ງຢືນເຈົ້າຂອງກຳມະສິດຖືກຕ້ອງ ແລະ

ຈະຊ່ວຍປະຢັດເວລາລົງ ພ້ອມມີຄວາມໂປ່ງໃສຫຼາຍຂຶ້ນ.

 

ຕາມການເປີດເຜີຍຂອງອົງການທີ່ດິນໃຫ້ຮູ້ວ່າ: ໃນແຕ່ລະວັນແມ່ນຈະມີການຊື້-ຂາຍ ມອບໂອນທີ່ດິນ

ບໍ່ຕ່ຳກວ່າ 30 ຕອນ, ແລະ ສາມາດສ້າງລາຍຮັບໃຫ້ລັດໃນແຕ່ລະປີຫຼາຍສິບຕື້ກີບ.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...