spot_img
Homeຂ່າວພາຍ​ໃນກົມທະຫານຊາຍແດນມອບເຮືອລາດຕະເວນໃຫ້ 2 ແຂວງທີ່ມີຄວາມສ່ຽງໃນການລັກລອບຂົນສົ່ງສິ່ງທີ່ຜິດກົດໝາຍ

ກົມທະຫານຊາຍແດນມອບເຮືອລາດຕະເວນໃຫ້ 2 ແຂວງທີ່ມີຄວາມສ່ຽງໃນການລັກລອບຂົນສົ່ງສິ່ງທີ່ຜິດກົດໝາຍ

Published on

ອີງຕາມການລາຍງານຂ່າວຈາກ ວຽງຈັນທາມ ໃຫ້ຮູ້ວ່າ: ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບໄດ້ມອບເຮືອລາດຕະເວນໃຫ້ກອງບັນຊາການ ປກຊ-ປກສ ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ເພື່ອນຳໃຊ້ໃນການລາດຕະເວນຕາມເຂດຊາຍແດນ ໃນການປ້ອງກັນການລັກລອບຂົນສົ່ງສິ່ງທີ່ຜິດກົດໝາຍເຂົ້າປະເທດ ແລະ ປ້ອງກັນການລັກລອບກັບຄືນມາປະເທດແບບຜິດກົດໝາຍຂອງຄົນລາວທີ່ໄປເຮັດວຽກຢູ່ບັນດາປະເທດອອ້ອມຂ້າງເພື່ອໜີຈາກພະຍາດໂຄວິດ-19

ເຮືອລາດຕະເວນທີ່ມອບໃນຄັ້ງນີ້້ ປະກອບມີ ເຮືອ 985Y ຈໍານວນ 6 ລໍາ ມອບໃຫ້ກອງບັນຊາການທະຫານ ແຂວງບໍ່ແກ້ວ 04 ລໍາ ແລະ ມອບ ໃຫ້ກອງບັນຊາການທະຫານ ແຂວງຫຼວງນ້ຳທາ 02 ລໍາ, ແລະ ເຮືອລາດຕະເວນ TEL:0756-754888 ຈໍານວນ 6 ລໍາ ມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ 02 ລໍາ, ໃຫ້ກອງບັນຊາການທະຫານແຂວງຫຼວງນ້ຳທາ 02 ລໍາ ແລະ ກອງບັນຊາການ ປກສ ແຂວງດັ່ງກ່າວ ຜູ້ລະ 1 ລຳ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນການເຄື່ອນໄຫວການລາດຕະເວນທາງນໍ້າ.

ພິທີມອບ-ຮັບ ເຮືອດັ່ງກ່າວ ໄດ້ຈັດຂື້ນເມື່ອບໍ່ດົນມານີ້້ ທີ່ ກອງຮ້ອຍທະຫານຊາຍແດນ 121 ເຊິ່ງມອບໂດຍ ພັນເອກ ດວງ ມາລາ ຮອງຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...