spot_img
Homeຂ່າວພາຍ​ໃນກົດ​ໃໝ່! 4 ລີກ​ໃຫຍ່ 4 ທີມ​ເຂົ້າ​ຮອບ​ບໍ່​ຕ້ອງ​ເຕະ​ໄປ-ກັບ ໃນ ຊປລ

ກົດ​ໃໝ່! 4 ລີກ​ໃຫຍ່ 4 ທີມ​ເຂົ້າ​ຮອບ​ບໍ່​ຕ້ອງ​ເຕະ​ໄປ-ກັບ ໃນ ຊປລ

Published on

ສະ­ຫະ­ພັນ​ເຕະ­ບານ​ເອີ​ຣົບ ກຽມປັບ​ກົດ​ການ​ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບແບ່ງ​ກຸ່ມ​ແບບ​ອັດ­ຕະ­ໂນ­ມັດ​ໃໝ່​ໃນເຕະ­ບານ ຢູຟ່າ ແຊັມ​ປຽນ​ ລີກ ໂດຍເພັ່ງ​ເລັງ​ໃຫ້​ສະ­ໂມ­ສອນ​ຈາກ 4 ລີກສູງ​ສຸດ​ຊັ້ນ​ແນວ​ໜ້າ​ຂອງ​ເອີ​ຣົບ ຮັບປະ­ກັນ​ຜ່ານ​ເຂົ້າ​ຮອບແບ່ງ​ກຸ່ມ​ໄດ້​ທັນ­ທີ ເຊິ່ງ​ຈະ​ເລີ່ມ​ໃນ​ປີ 2018.

“Gazzetta dello Sport” ສື່​ອິ​ຕາ​ລີ​ລາຍ​ງານ​ຂ່າວ​ວ່າ ສະ­ຫະພັນ​ເຕະ­ບານ​ເອີ​ຣົບ​ ກຽມ​ໃຊ້​ກົດ​ໃໝ່ສຳ­ລັບ​ລຸຍ​ເສິກ​ ຢູ​ຟ່າ​ແຊັມ​ປຽນ ​ລີກ ຂອງ 4 ລີກ​ໃຫຍ່​ໃນ​ເອີ​ຣົບ ເຊິ່ງ​ຈະເລີ່ມ​ໃຊ້​ໃນ​ລະ­ດູ​ການ 2018-19 ໂດຍ 4 ທີມ​ທຳ​ອິດ​ຂອງ 4 ລີກ​ໃຫຍ່ ຈະ​ໄດ້​ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ແບ່ງ​ກຸ່ມ​ແບບອັດ­ຕະ­ໂນ­ມັດ ​ແບບ​ບໍ່​ຕ້ອງ​ແຂ່ງ​ຮອບໄປ-ກັບ (ເພຼ​ອອຟ).

ເຊິ່ງ​ພາຍ​ໃຕ້​ລະ­ບຽບ​ໃໝ່​ນີ້ ຈະ​ມີ ພຣີ​ເມຍ ​ລີກ, ລາ ​ລີ​ກາ, ບຸນ​ເດ​ສລີ​ກາ ແລະ ກັນ​ໂຊ່ ເຊ​ເຣຍ ອາ ທີ່​ໄດ້​ສິດ 4 ທີມ​ທຳ​ອິດ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ແບ່ງ ກຸ່ມ​ແບບ​ອັດ­ຕະ­ໂນ­ມັດ ຂະ­ນະ​ທີ່ ລີກ ອອງ ລີກ ​ປອກ​ຕຸຍ​ການ ແລະ ລີກ ຣັດ​ເຊຍ ຈະ​ໄດ້ໂຄວ​ຕາ​ລີກ​ລະ 2 ທີມ ສ່ວນ ອູ​ແກຣນ,  ແບນ​ຊິກ, ຕວັກ​ກີ, ໂຮນ​ລັງ ແລະ ສວິດ ຈະ​ໄດ້​ໂຄວ​ຕາ ລີກ​ລະ 1 ທີມ.

ໂດຍ​ແຕ່​ເດີມ ກົດ​ເດີມ​ຄື​ການໃຫ້​ຄະ­ແນນ​ສຳ​ປະ­ສິດ​ສູງ​ສຸດ 3 ອັນດັບ​ທຳ​ອິດ ແຕ່​ໄລ­ຍະ​ຫຼັງ​ມາ​ນີ້ ສະ​ໂມສອນ​ຍິ່ງ​ໃຫຍ່ຫຼາຍ​ທີມ​ຫາຍ​ໜ້າ​ຫາຍຕາ​ໄປ​ຈາກ​ລາຍ­ການ ເພາະ​ຜົນ­ງານໃນ​ລີກ​ບໍ່​ດີ ເຮັດ​ໃຫ້​ຢູ​ຟ່າ ເລັ່ງ​ລັດ​ປັບກົດ​ໃໝ່ ເພາະ​ຕ້ອງ­ການ​ເກັບ​ທີມ​ໃຫຍ່ໆໄວ້​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ແລະ ສະ­ຫະ­ພັນເຕະ­ບານ​ເອີ​ຣົບ ​ຈະ​ຫາ­ລື​ກັນ​ເລື່ອງ​ນີ້ ໃນ​ວັນ​ທີ 14 ກັນ­ຍາ​ນີ້​ທີ່​ປະ­ເທດ​ເກຣັກ.

 

ທີ່ມາຈາກ: http://www.vientianemai.net/khao/16498.html

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...