spot_img
Homeຂ່າວຕ່າງປະເທດກຸ່ມ ISIS ໂຫດ! ຂ້າສັງຫານໝູ່ທະຫານຊີເຣຍ 250 ຄົນ ຢ່າງບໍ່ກະດຽມມື!

ກຸ່ມ ISIS ໂຫດ! ຂ້າສັງຫານໝູ່ທະຫານຊີເຣຍ 250 ຄົນ ຢ່າງບໍ່ກະດຽມມື!

Published on

 

 

ກຸ່ມ ISIS ໂຫດ ຂ້າສັງຫານໝູ່ທະຫານຊີເຣຍ 250 ຄົນ ແບບບໍ່ກະດຽມມື ພ້ອມເຜີຍແຜ່ຮູບພາບຜ່ານເວັບໄຊ

ໄປທົ່ວໂລກ.

 

ເມື່ອວັນທີ 28 ສິງຫາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ກຸ່ມຕິດອາວຸດມຸດສະລິມນິກາຍສຸ

ໜີ່ຫົວຮຸນແຮງ ເຊິ່ງຮຽກຕົນເອງວ່າກຸ່ມ ISIS ໄດ້ອອກປະກາດວ່າ ກຸ່ມຕົນໄດ້ສັງຫານໝູ່ທະຫານຊີເຣຍຕາຍ

ຢ່າງໜ້ອຍ 250 ຄົນພາຍຫຼັງສາມາດຍຶດຖານທັບອາກາດຂອງກອງທັບລັດຖະບານຊີເຣຍໄດ້ ໃນເມືອງຣັກກາ

ທາງພາກຕາເວັນອອກສ່ຽງເໜືອຂອງປະເທດຊີເຣຍ, ໂດຍກຸ່ມ ISIS ເຊິ່ງແຈ້ງຂ່າວຢ່າງບໍ່ສະທົກສະທ້ານ ເຖິງ

ການສັງຫານໝູ່ຂອງພວກຕົນ ຜ່ານທາງເວັບໄຊຂອງກຸ່ມ ພ້ອມຍັງລະບຸອີກວ່າ ການສັງຫານໝູ່ທະຫານຊີເຣຍ

ດັ່ງກ່າວນີ້ ເກີດຂຶ້ນເມື່ອວັນພຸດ (27 ສິງຫາ 2014) ທີ່ຜ່ານມາ ອີກທັງຍັງອ້າງ ນັບແຕ່ວັນທີ 19 ສິງຫາ 2014 ທີ່

ຜ່ານມານີ້ ກຸ່ມ ISIS ໄດ້ສັງຫານທະຫານລັດຖະບານຊີເຣຍແລ້ວໄປແລ້ວເຖິງ 600 ຄົນ.

 

CPQO4Axq3JW5gTDSv7eEneDof7SHar

 

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...