spot_img
Homeຂ່າວຕ່າງປະເທດກຸ່ມ​ຕາ​ລິ​ບັນ ​ປ່ອຍໂຕຊາວ​ອາ​ເມ​ຣິ​ກັນ​ຄົນສຸດທ້າຍ ​ທີ່​ຍັງ​ຖືກຄຸມ​ຂັງ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ

ກຸ່ມ​ຕາ​ລິ​ບັນ ​ປ່ອຍໂຕຊາວ​ອາ​ເມ​ຣິ​ກັນ​ຄົນສຸດທ້າຍ ​ທີ່​ຍັງ​ຖືກຄຸມ​ຂັງ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ

Published on

ອິງຕາມການລາຍງານເວັບໄຊ້ຂ່າວ VOA ໃນ​ວັນທີ 19 ກັນຍາ 2022 ທີ່ຜ່ານມາ​ນີ້​ວ່າ: ກຸ່ມ​ຕາ​ລິ​ບັນ ໄດ້​ປ່ອຍ​ໂຕ​ທ້າວ​ມາກ ເຟ​ຣ​ຣິ​ສ​ ຊາວ​ອາ​ເມ​ຣິ​ກັນ​ຄົນ​ດຽວ ​ທີ່​ຍັງ​ຖືກຄຸມ​ຂັງ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ໃນ​ການ​ແລກ​ປ່ຽນໂຕ ​ກັບຣາ​ຊາ​ຄ້າ​ຢາ​ເສບ​ຕິດ​ຂອງ​ຕາ​ລີ​ບັນ ທ້າວບາ​ເຊຍ ນູສໄຊ ຜູ້​ທີ່​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ໃຫ້ຕິດ​ຄຸກ​ຕະ​ຫລອດ​ຊີ​ວິດ ​ຢູ່​ໃນ​ສະ​ຫະ​ລັດ.

ທ້າ ​ເຟ​ຣິິ​ສ​ ​ຊາວ​ອາ​ເມຣິ​ກາ ອາ​ຍຸ​ເກືອບ 60 ປີ ​ນັກ​ວິຊະ​ວະ​ກອນ ແລະ ນັກ​ລົບ​ເກົ່າ​ທະ​ຫານ​ເຮືອ ໄດ້​ຖືກ​ລັ​ກ​ພາ​ໂຕໃນ​ນະ​ຄອ​ນ​ຄາ​ບູ​ລ ໃນ​ຕົ້ນ​ປີ 2020 ເວ​ລາ​ກຳ​ລັງ​ສະ​ຫະ​ລັດ ແລະ​ ເນ​ໂຕ ໄດ້​ສູ້​ລົບ​ກັນ​ກັບພວກ​ຫົວ​ຮຸນ​ແຮງ​ຕາ​ລິ​ບານ​ໃນ​ເວ​ລາ​ນັ້ນ ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ທີ່ໃຫ້​ການ​ສະ​ໜັບ​ສະ​ໜູນລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ.

ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​ຕາ​ລິ​ບານ ທ່ານ​ອາ​ເມຍ ຄານ ມຸດ​ຕາ​ກີ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄ​ອນ​ກາ​ບູ​ລ ເຖີງ​ການ​ແລກ​ປ່ຽນ​ນັກ​ໂທດ ລ​ະຫວ່າງ​ລັດຖະ​ບານ​ຊອງ​ທ່ານ ແລະ​ຜູ້​ຕາງ​ໜ້າ​ສະ​ຫະ​ລັດ ທີ່​ມີ​ຂຶ້ນ​ຢູ່ສະ​ໜາມ​ບິນ​ນະ​ຄອນ​ຫລວງ​ອັ​ຟ​ກາ​ນິ​ສ​ຖານ.

​ທ້າວ​ນູສ​ໄຊ ທີ່ຮູ້​ກັນ​ໃນ​ຊື່​ ຮາ​ຈີ ບາ​ເຊຍ ໄດ້​ຖືກ​ຈັບ ​ໃນ​ນະ​ຄອນ​ນິວຢອກ​ ເມື່ອປີ 2005 ແລະ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ລັກ​ລອບ​ຢາ​ເຮ​ໂຣ​ອິນເຂົ້າ​ມາ​ສະ​ຫະ​ລັດ ​ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ. ​ຜູ້​ພົ​ວ​ພັນ​ສູງ​ສຸດ​ຂອງ​ຕາ​ລິ​ບັນ​ຄົນ​ນີ້ ​ມີລາຍ​ງານ​ວ່າ​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ທຶນ ແລະ​ອາ​ວຸດແກ່ພວກ​ຫົວ​ຮຸນ​ແຮງ ຈາກ​ລາຍ​ໄດ້ໃນ​ການຂາຍ​ເຮ​ໂຣ​ອິນ.

ທ່ານ​ມຸດ​ຕາ​ກີ ໄດ້​ບັນ​ລະ​ຍາຍ​ເຖິງ​ການ​ແລກ​ປ່ຽນ​ນັກ​ໂທດ​ວ່າ “ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫ​ວັດ​ສາດ​ອັ​ຟ​ກາ​ນີ​ສ​ຖານ” ​ແລະ​ກ່າວ​ວ່າ​ຜົ​ນ​ຂອງ​ການເຈ​ລະ​ຈາມາ​ເປັນ​ເວ​ລາ​ນານລະ​ຫວ່າງ​ຕາ​ລິບ​ັນ ແລະ ​ສະ​ຫະ​ລັດ. ​ທ່ານ​ກ່າວ​ວ່າ ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ການ​ແລກ​ປ່ຽນ​ນັກ​ໂທດ ລະ​ຫວ່າງ​ສອງຝ່າຍ​ທີ່​ເປັນ​ສັດ​ຕູ ຈະ​ເກີດ​ຂຶ້ນ​ຢູ່ນອ​ກ​ອັ​ຟ​ກາ​ນິ​ສ​ຖານ.

ແຫຼ່ງຂ່າວ: VOA

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...