spot_img
Homeຂ່າວຕ່າງປະເທດກຸ່ມອະນຸຮັກລະບຸ ໃນ 1 ອາທິດຄົນເຜີກິນພລາສຕິກສະເລ່ຍ 5 ກຣາມ

ກຸ່ມອະນຸຮັກລະບຸ ໃນ 1 ອາທິດຄົນເຜີກິນພລາສຕິກສະເລ່ຍ 5 ກຣາມ

Published on

ລາຍງານຜົນວິໄຈຂອງມະຫາວິທະຍາໄລແຫ່ງນິວຄາສເຊິລ ປະເທດອົດສະຕຣາລີຊຶ່ງໄດ້ຮັບມອບໝາຍຈາກກອງທຶນສັດປ່າໂລກສາກົນ ຫຼື (WWF) ຊຶ່ງເປັນກຸ່ມອະນຸຮັກສິ່ງແວດລ້ອມລະຫວ່າງປະເທດໃຫ້ປະຕິບັດການວິໄຈເລື່ອງຂີ້ເຫຍື້ອພລາສຕິກຊຶ່ງພົບວ່າ ແຫຼ່ງສຳຄັນຂອງພລາສຕິກຍ່ອຍສະຫຼາຍຄືນ້ຳດື່ມ ຂະນະທີ່ອີກແຫຼ່ງໜຶ່ງກໍຄືແມງກະພຣຸນຊຶ່ງກິນທຸກຢ່າງເຂົ້າໄປໃນລະບົບຍ່ອຍຂອງມັນ.

ນອກຈາກນີ້ ນັບແຕ່ປີ 2000 ເປັນຕົ້ນມາໂລກຜະລິດພລາສຕິກອອກມາຢ່າງຫຼວງຫຼາຍ ຂະນະທີ່ 1 ໃນ 3 ຂອງພລາສຕິກທີ່ຜະລິດອອກມາໄດ້ຮົ່ວໄຫຼສູ່ສະພາບແວດລ້ອມຕາມທຳມະຊາດ ສ່ວນຄົນເຮົາສະເລ່ຍແລ້ວບໍລິໂພກພລາສຕິກເຂົ້າສູ່ຮ່າງກາຍ 1.769 ອະນຸພາກໃນແຕ່ລະອາທິດສະເພາະຈາກນ້ຳດື່ມເທົ່ານັ້ນ ຊຶ່ງລວມແລ້ວປະມານ 5 ກຣາມ ຫຼື ທຽບເທົ່າກັບບັດເຄຣດິດ 1 ບັດ.

ລາຍງານການວິໄຈຊຶ່ງໄດ້ຈາກຂໍ້ສະຫຼຸບຂອງລາຍງານອື່ນໆ 52 ສະບັບລະບຸວ່າ ປະລິມານມົນລະພິດຈາກພລາສຕິກກະຈາຍໄປທົ່ວ ໂລກເຊັ່ນ ໃນອາເມຣິກາພົບວ່າຕົວຢ່າງຈາກທໍ່ນ້ຳປະປາ 94,4% ມີໄຟເບີພລາສຕິກສະເລ່ຍຢູ່ທີ່ 9,6 ໄຟເບີພລາສຕິກຕໍ່ລິດ ສ່ວນໃນເອີຣົບມີນ້ຳຫຼາຍກວ່າ 72,2% ສະເລ່ຍຢູ່ທີ່ 3,8 ໄຟເບີພລາສຕິກຕໍ່ນ້ຳ 1 ລິດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews.co.th/REUTERS 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...